ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ

07:40 | 17/12/2019

ຍສໝ - ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ - ເຂດປູຊະນີຍະສະຖານລະດັບຊາດພິເສດ ແລະຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມານາຢູ່ອານຸສອນສະຖານປະທານໂຮ່ຈີມິນ.

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ

ຄະນະຜູ້ແທນຖ່າຍຮູບຢູ່ຕໍ່ໜ້າເຮືອນຮ້ານໂດຍລັດຖະບານສປປ ລາວ ມອບໃຫ້ເຂດປູຊະນີຍະສະຖານກິມລຽນ.(ພາບ: baonghean.vn)

ຕອນບ່າຍວັນທີ 15 ທັນວາ 2019, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ - ເຂດປູຊະນີຍະສະຖານລະດັບຊາດພິເສດ ແລະຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມານາຢູ່ອານຸສອນສະຖານປະທານໂຮ່ຈີມິນ.ຄະນະຜູ້ແທນວາງພວງມາລາສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານໂຮ່ຈີມິນ, ຜູ້ທີ່ໄດ້ສູ້ຊົນເສຍສະຫຼະຕະຫຼອດຊີວິດໃຫ້ພາລະກິດປົດປ່ອຍຊາດຫວຽດນາມ. ຜູ້ທີ່ໄດ້ພ້ອມກັບການນໍາພັກ, ລັດລາວ ປະທານ ໄກສອນ ພົມວິຫານ, ສະເດັດເຈົ້າສຸພານຸວົງ ຕໍ່ສູ້ຢ່າງບໍ່ຮູ້ອຶດ, ບໍ່ຮູ້ເມື່ອຍໃຫ້ພາລະກິດເພື່ອສັນຕິພາບຂອງປະຊາຊົນຫວຽດນາມ ແລະລາວ. ພາຍຫຼັງພິທີອາໄລຫາ, ທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າໃຫ້ຄະນະຜູ້ແທນຂຽນຄວາມຮູ້ສຶກໃສ່ປື້ມເຫຼືອງເປັນທີ່ລະນຶກ. ບັນດາຜູ້ແທນມີຄວາມສະເທືອນໃຈທີ່ສຸດເມື່ອໄດ້ຮັບຟັງການແນະນຳກ່ຽວກັບບ້ານເກີດເມືອງນອນ, ຄອບຄົວ, ຍາມໄວໜຸ່ມຂອງລຸງ ແລະການກັບເມືອບ້ານເກີດເມືອງນອນໄດ້ສອງເທື່ອຂອງເພິ່ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.