ການຮ່ວມມືດ້ານບໍາລຸງກໍ່ສ້າງປະກອບສ່ວນເຮັດການພົວພັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ເລິກເຊິ່ງ

08:10 | 10/11/2022

ຕອນຄໍ່າວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບພະນັກງານ, ນັກຄົ້ນຄວ້າ, ນັກສຳມະນາກອນການທະຫານຫວຽດນາມ ທີ່ເຄີຍຮໍ່າຮຽນ, ປະຕິບັດງານຕາມລາຍການຮ່ວມມືກັບກະຊວງປ້ອງກັນປະເທດອົດສະຕາລີ.

ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ມີຄວາມເຂົ້າໃຈ ແລະ ເລິກເຊິ່ງ ກ່ຽວກັບການປ້ອງກັນ ພະຍາດ ມືຕີນປາກ, ອີ່ສຸກອີ່ໄສ ແລະ ໄຂ້ເລືອດອອກ ມີຄວາມເຂົ້າໃຈ ແລະ ເລິກເຊິ່ງ ກ່ຽວກັບການປ້ອງກັນ ພະຍາດ ມືຕີນປາກ, ອີ່ສຸກອີ່ໄສ ແລະ ໄຂ້ເລືອດອອກ

ສະຫາຍພົນຈັດຕະວາ ຫງວຽນຮົ່ງເຟືອງ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ເຫດການ. ປະຈຸບັນ, ອົດສະຕາລີ ແມ່ນປະເທດທີ່ເວົ້າພາສາອັງກິດ ຢືນຢູ່ແຖວໜ້າກ່ຽວກັບການອຸປະຖໍາຍົກລະດັບພາສາ ແລະບຳລຸງກໍ່ສ້າງສະເພາະຂະແໜງການຢູ່ຫຼາຍລະດັບໃຫ້ແກ່ທະຫານຫວຽດນາມ. 22 ປີກ່ອນໜ້ານີ້, ນັບແຕ່ຊຸດຮຽນທໍາອິດໂດຍມີນັກສໍາມະນາກອນ 17 ຄົນ, ມາຮອດປະຈຸບັນແມ່ນມີທະຫານຫວຽດນາມ ກວ່າ 3.500 ຄົນ ຈົບການບຳລຸງກໍ່ສ້າງຕາມລາຍການຮ່ວມມືກັບກະຊວງປ້ອງກັນປະເທດອົດສະຕາລີ.

ການຮ່ວມມືດ້ານບໍາລຸງກໍ່ສ້າງປະກອບສ່ວນເຮັດການພົວພັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ເລິກເຊິ່ງ
ທ່ານ David Lewis ຜູ້ວ່າການຫົວໜ້າກົມນະໂຍບາຍສາກົນ ກະຊວງປ້ອງກັນປະເທດອົດສະຕາລີ ກ່າວຄໍາເຫັນທີ່ເຫດການ. ພາບ: qdnd.vn.

ການພົບປະແລກປ່ຽນແມ່ນກາລະໂອກາດເພື່ອໃຫ້ເພື່ອນມິດ, ເພື່ອນຮ່ວມອາຊີບຂອງສອງປະເທດໄດ້ຫວນຄືນອະນຸສອນທີ່ໜ້າຈົດຈໍາ, ພ້ອມທັງແມ່ນກາລະໂອກາດເພື່ອໃຫ້ອະດີດນັກສໍາມະນາກອນທະຫານຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ຄູສອນອົດສະຕາລີ; ໂດຍຢັ້ງຢືນວ່າ ການຮ່ວມມືດ້ານບຳລຸງກໍ່ສ້າງຍາມໃດກໍ່ເປັນພື້ນຖານທີ່ໝັ້ນແກ່ນປະກອບສ່ວນເຮັດການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃຫ້ເລິກເຊິ່ງກວ່າອີກ.

ກອ​ງ​ທັບ​

302 Found

Found

The document has moved here.