ຫວຽດນາມ ຝືກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານຂົນຂວາຍປະຊາຊົນໃຫ້ແກ່ ລາວ

11:05 | 08/11/2022

ພາຍຫຼັງຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເປັນເວລາ 14 ວັນ, ຊຸດບຳລຸງສ້າງ, ແລກປ່ຽນບົດຮຽນ ໂດຍບັນດາຄູອາຈານ ໄດ້ແລກປ່ຽນດ້ວຍຫຼາຍຫົວຂໍ້ສຳຄັນ.

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ລະດັບການເຕີບໂຕເສດຖະກິດ ຫວຽດນາມ ລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ ລະດັບການເຕີບໂຕເສດຖະກິດ ຫວຽດນາມ ລືນກາຍຢ່າງຂາດຂັ້ນເມື່ອທຽບໃສ່ປະເທດອື່ນໆໃນອາຊີ
ພິທີອັດຊຸດຝຶກອົບຮົມ
ພິທີອັດຊຸດຝຶກອົບຮົມ

ຕອນເຊົ້າວັນທີ 07 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍປະຊາຊົນສູນກາງ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດພິທີອັດຊຸດຝຶກອົບຮົມ, ບຳລຸງສ້າງພະນັກງານເຮັດວຽກງານຂົນຂວາຍປະຊາຊົນຂອງຄະນະກຳມະການສູນກາງແນວ ລາວ ສ້າງຊາດ ປີ 2022.

ພາຍຫຼັງຄົ້ນຄວ້າ, ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເປັນເວລາ 14 ວັນ, ຊຸດບຳລຸງສ້າງ, ແລກປ່ຽນບົດຮຽນ ໂດຍບັນດາຄູອາຈານ ໄດ້ແລກປ່ຽນດ້ວຍຫຼາຍຫົວຂໍ້ສຳຄັນ. ລະອຽດຄື: ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່; ແນວຄິດ ໂຮ່ຈີມິນ ກ່ຽວກັບວຽກງານຂົນຂວາຍປະຊາຊົນຂອງພັກ; ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ, ບາງຂໍ້ສະເໜີແນະໃຫ້ແກ່ ລາວ…

ບັນດານັກສຳມະນາກອນກໍ່ໄດ້ໄປທັດສະນະສຶກສາຕົວຈິງ, ຢ້ຽມຊົມຮູບແບບຊົນນະບົດໃໝ່, ຊອກຮູ້ບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນຢູ່ແຂວງ ແທັງຮວາ ແລະ ເຊີນລາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.