ປະ​ທານ​ປະ​ເທດ ​ຫວຽດ​ນາມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະລັດອາຣັບ ເອມມີເລດ ເຂົ້າ​ຢ້ຽມ​ອຳ​ລາ

07:21 | 04/11/2022

ຕອນເຊົ້າວັນທີ 3 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດອາຣັບ ເອມມີເລດ Obia Saeed Al Dhaheri ເຂົ້າຢ້ຽມອຳລາ ໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ 9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດອາຣັບ ເອມມີເລດ Obia Saeed Al Dhaheri (ພາບ: TTXVN)
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດອາຣັບ ເອມມີເລດ Obia Saeed Al Dhaheri (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງທ່ານເອກອັດຄະລັດຖະທູດ ໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະລັດອາຣັບ ເອມມີເລດ. ຫວຽດນາມ ຕີລາຄາສູງບົດບາດສຳຄັນຂອງ ສະຫະລັດອາຣັບ ເອມມີເລດ ຢູ່ພາກພື້ນ ແລະ ບັນດາເວທີຫຼາຍຝ່າຍ. ສ່ວນທ່ານ Obia Saeed Al Dhaheri ກ່າວຄຳຂອບໃຈ ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ສະຫລະເວລາມາຕ້ອນຮັບ ແລະ ຂອບໃຈການນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ທີ່ໜູນຊ່ວຍທ່ານໃນໄລຍະປະຕິບັດງານຢູ່ ຫວຽດນາມ, ພ້ອມດຽວກັນນັ້ນ ກໍ່ຢືນຢັນວ່າ ເມື່ອກັບປະເທດ ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ກໍ່ຈະມານະພະຍາຍາມເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນສອງຝ່າຍ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳເຊື້ອເຊີນທ່ານປະທານາທິບໍດີ ສະຫະລັດອາຣັບ ເອມມີເລດ Sheikh Mohammed bin Zayed Al Nahyan ໃຫ້ກັບມາຢ້ຽມຢາມ ຫວຽດນາມ ໂດຍໄວ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.