ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ

06:30 | 25/10/2022

ການນຳ 2 ທ່ານພ້ອມກັນຕີລາຄາວ່າ ການຢ້ຽມຢາມນີ້ແມ່ນເຫດການສຳຄັນໃນການປັບປຸງ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ.

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ
ເຊກອງ - ກວາງນາມ ສາຍພົວພັນມູນເຊື້ອ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເຊກອງ - ກວາງນາມ ສາຍພົວພັນມູນເຊື້ອ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ປັບປຸງ ແລະ ພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ
ທີ່ການເຈລະຈາລະຫວ່າງ 2 ຝ່າຍ

ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum ນຳໜ້າຄະນະຜູ້ແທນຂັ້ນສູງສະພາສູງແຫ່ງລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 24-26 ຕຸລາ.

ວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາສູງ ກຳປູເຈຍ Samdech Say Chhum ແລະ ຄະນະຜູ້ແທນຂັ້ນສູງສະພາສູງ ກຳປູເຈຍ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍດຳເນີນການເຈລະຈາ.

ທີ່ການເຈລະຈາ, ການນຳ 2 ທ່ານພ້ອມກັນຕີລາຄາວ່າ ການຢ້ຽມຢາມນີ້ແມ່ນເຫດການສຳຄັນໃນການປັບປຸງ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ ເວົ້າລວໃ ກໍຄືລະຫວ່າງ 2 ອົງການນິຕິບັນຍັດເວົ້າສະເພາະ.

ໃນບັນຫາຄວາມໝັ້ນຄົງຢູ່ພາກພື້ນ, 2 ຝ່າຍຖືເປັນສຳຄັນຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈບົນພື້ນຖານເຄົາລົບກົດໝາຍສາກົນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ການນຳ 2 ທ່ານຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ຈາກຂັ້ນພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ ເພື່ອເພີ່ມທະວີຕວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.