ເຊກອງ - ກວາງນາມ ສາຍພົວພັນມູນເຊື້ອ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ

06:11 | 27/09/2022

ຍສໝ - ແຂວງເຊກອງ ແລະ ແຂວງກວາງນາມ ເປັນແຂວງແຮກສ່ຽວນໍາກັນ, ມີຊາຍແດນຕິດຈອດຮ່ວມກັນຍາວ 142 ກິໂລແມັດ. ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີ ຂອງປະຊາຊົນສອງແຂວງ ມີຄວາມຫຼາກຫຼາຍທີ່ຄ້າຍຄືກັນ. ທະຫານ ແລະ ປະຊາຊົນ ສອງແຂວງ ເຄີຍຕໍ່ສູ້ຕີສັດຕູໂຕດຽວກັນໃນສະໄໝການປະຕິວັດກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຫວຽດນາມ ແລະ ລາວ ມີນ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ ມີນ້ຳໃຈສາມັກຄີແບບພິເສດ, ມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ
ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ) ກວາງນາມ ເພີ່ມທະວີການຮ່ວມມືກັບແຂວງອັດຕະປື (ລາວ)

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ຂອງ ການປະຕິວັດຢູ່ລາວ, ພັກ ແລະ ລັດ ຫວຽດນາມ ໄດ້ສົ່ງທະຫານອາສາສະໝັກນັບສິບພັນຄົນມາຊ່ວຍປະຊາຊົນລາວ, ມີຫຼາຍຄົນຕົກຫຼົ່ນຢູ່ບົນດິນແດນແຂວງເຊກອງ, ໃນນັ້ນກໍ່ມີບັນດານັກຮົບເສຍສະຫຼະຊີວິດເພື່ອຊາດມີບ້ານເກີດເມືອງນອນຢູ່ແຂວງກວາງນາມ.

ເພື່ອລະນຶກເຖິງຄຸນງາມຄວາມດີໃນການປະກອບສ່ວນຢ່າງສູງສົ່ງ, ລັດຖະບານ ສປປ ລາວ ແລະ ແຂວງເຊກອງ ໄດ້ມອບຫຼຽນກາ, ຫຼຽນໄຊ, ໃບຍ້ອງຍໍໃຫ້ແກ່ພະນັກງານ, ຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເຄີຍຊ່ວຍເຫຼືອການປະຕິວັດຢູ່ລາວ. ສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງເຊກອງ ໄດ້ເປັນເຈົ້າການປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບທີ່ດີງາມລະຫວ່າງປະຊາຊົນສອງແຂວງ, ປະກອບສ່ວນສໍາຄັນໃນພາລະກິດມິດຕະພາບລາວ - ຫວຽດນາມ ແລະ ຫວຽດນາມ - ລາວ ໃນໄລຍະໄໝ່.

ຫຼາຍການເຄື່ອນໄຫວຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ລາວ.
ຫຼາຍການເຄື່ອນໄຫວຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ລາວ. ພາບ: TTXVN

ໃນໄລຍະຜ່ານມາ, ສອງແຂວງໄດ້ຮ່ວມມືຢ່າງຖືກຕ້ອງຕາມສົນທິສັນຍາ, ເປັນຕົ້ນແມ່ນຖືກຕ້ອງຕາມການກຳນົດໃສແຕ່ລະໝວດກ່ຽວກັບຊາຍແດນລະຫວ່າງສອງແຂວງ, ໄດ້ປະສານສົມທົບຢ່າງແໜ້ນແຟ້ນໃນວຽກງານກໍ່ສ້າງຫຼັກໝາຍຊາຍແດນ, ກໍ່ສ້າງເສັ້ນທາງຊາຍແດນສັນຕິພາບ ແລະ ຄວາມສະຫົງບສຸກ, ອໍານວຍຄວາມສະດວກໃນການພັດທະນາເສດຖະກິດ - ສັງຄົມ ຂອງບັນດາເມືອງຊາຍແດນຕິດຈອດຂອງສອງແຂວງ; ຜັນຂະຫຍາຍກໍ່ສ້າງສາຍພົວພັນແຮກສ່ຽວ ລະຫວ່າງ ເມືອງ ຂອງ ເຊກອງ ກັບ ເມືອງ ແລະ ຕາແສງ ຂອງ ກວາງນາມ, ບ້ານຕໍ່ບ້ານ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະເກີດໄພພິບັດທາງທຳມະຊາດ, ພະຍາດໂລຄາຕ່າງໆ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນມີຄວາມສະຫງົບດີ ແລະ ມີການປ່ຽນແປງທີ່ເຫັນໄດ້ຢ່າງຈະແຈ້ງ.

ພວກຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ມີການພົວພັນແຮກສ່ຽວກັບແຂວງກວາງນາມ. ແຂວງກວາງນາມ ກໍ່ໄດ້ແຕ່ງຕັ້ງຄະນະຜູ້ແທນການນຳພັກ, ລັດ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ລາວ - ຫວຽດນາມ ອ້າຍນ້ອງ ມາຢ້ຽມຢາມຖາມຂ່າວ ແລະ ແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ການລົງທຶນ ແລະ ຊ່ວຍເຫຼືອຫຼາຍດ້ານໃຫ້ແກ່ແຂວງເຊກອງ.

ໂດຍສະເພາະແຂວງກວາງນາມ ໄດ້ລົງທຶນໂຄງການຊ່ວຍເຫຼືອໂດຍບໍ່ຫວັງຜົນກຳໄລ ຄື: ກໍ່ສ້າງຊັບພະຍາກອນມະນຸດ, ກໍ່ສ້າງພື້ນຖານໂຄງລ່າງ, ດ້ານການສຶກສາ-ກິລາ, ສາທາລະນະສຸກ, ການຄ້າ, ການລົງທຶນ, ຖອດຖອນບົດຮຽນກັບບັນດາຂະແໜງການຂອງສອງແຂວງ. ນອກນັ້ນສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງກວາງນາມ ໄດ້ແຕ່ງຕັ້ງຄະນະແພດໝໍມາຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວແຂວງເຊກອງ, ສະໜອງອາຫານການກິນ, ກວດພະຍາດ ແລະ ຈ່າຍຢາໂດຍບໍ່ເສຍຄ່າ, ເຊິ່ງມີມູນຄ່າຫຼາຍຕື້ດົ່ງ, ພວກຂ້າພະເຈົ້າຕີລາຄາສູງຕໍ່ການຊ່ວຍເຫຼືອອັນມີຄວາມໝາຍຄວາມສຳຄັນດັ່ງກ່າວ.

ຄະນະປະຕິບັດງານແຂວງເຊກອງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນແຂວງກວາງນາມທີ່ໄດ້ຮັບຜົນກະທົບຈາກພາຍຸເລກທີ 12 ໃນປີ 2017.
ຄະນະປະຕິບັດງານແຂວງເຊກອງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນແຂວງກວາງນາມທີ່ໄດ້ຮັບຜົນກະທົບຈາກພາຍຸເລກທີ 12 ໃນປີ 2017.

ລູກຫຼານຫຼາຍຄົນຂອງແຂວງເຊກອງໄດ້ໄປສຶກສາຮ່ຳຮຽນຢູ່ແຂວງກວາງນາມ ແລະ ໄດ້ຈົບມາຮັບໃຊ້ປະເທດຊາດ ບ້ານເມືອງ, ພວກຂ້າພະເຈົ້າກໍ່ໄດ້ຈາລຶກຄຸນງາມຄວາມດີຂອງການນຳພັກ-ລັດ, ປະຊາຊົນ ໃນນະຄອນຕາມກີ.

ບັນດາຜົນສຳເລັດທີ່ມີຄວາມໝາຍທາງປະຫວັດສາດເຊິ່ງສອງແຂວງບັນລຸໄດ້ໃນໄລຍະຜ່ານມາກໍໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນສອງແຂວງ, ຜົນສຳເລັດນັ້ນກໍແມ່ນຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນສອງແຂວງເຊກອງ ແລະ ແຂວງກວາງນາມ ໃນໄລຍະສ້າງເສັ້ນທາງເລກທີ 16B ແຕ່ເທດສະບານແຂວງເຊກອງ ໄປຍັງຊາຍແດນ ລາວ - ຫວຽດນາມ ຜ່ານດ່ານດັກຕາອອກ - ນາມຢາງ, ຜ່ານສາຍພູຫຼວງເຊື່ອມຕໍ່ກັບເສັ້ນທາງເລກທີ 14B ທາງໂຮ່ຈີມິນ ໂດຍຜ່ານບັນດາແຂວງພູພຽງ, ໄປຍັງພາກໃຕ້ຫວຽດນາມ, ໄປໂຮ້ຍອານ, ຕາມກີ ອອກໄປດານັງ ແລະ ລຽບຜ່ານແຄມທະເລບັນດາແຂວງຫວຽດນາມ.

ນີ້ແມ່ນເສັ້ນທາງ, ມິດຕະພາບມີຄວາມໝາຍຍຸດທະສາດ ແລະ ຈະສໍາເລັດໃນວັນຂ້າງໜ້າ, ພວກເຮົາເຊື່ອວ່າສອງແຂວງເຊກອງ ແລະ ກວາງນາມ ຈະໄດ້ສືບຕໍ່ຊຸກຍູ້ຮ່ວມມືຮອບດ້ານ ເພື່ອພັດທະນາໃຫ້ຍືນຍົງຂອງແຕ່ລະຝ່າຍ. ພວກເຮົາຈະຮ່ວມແຮງ, ຮ່ວມໃຈກັນ, ຄຽງບ່າຄຽງໄຫຼ່ ຂຸດຄົ້ນທ່າແຮງແຕ່ລະແຂວງ, ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ເພິ່ງຕົນເອງ, ກຸ້ມຕົນເອງ, ພ້ອມກັນນັ້ນກໍ່ເພີ່ມທະວີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຈັດຕັ້ງປະຕິບັດມະຕິກອງປະຊຸມອົງຄະນະພັກຂອງແຕ່ລະແຂວງ, ຕັດສິນໃຈນຳເອົາສອງແຂວງ ເຊກອງ ແລະ ກວາງນາມ ໃຫ້ນັບມື້ຈະເລີນຮູ່ງເຮືອງສີວິໄລໄປພ້ອມໆກັນ.

ບຸນຮຽງ ບຸນຈິດ

ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມແຂວງເຊກອງ

ເຫດການ
302 Found

Found

The document has moved here.