ວັດແທັ່ງ - ວັດບູຮານຕັ້ງຢູ່ແຄມແມ່ນ້ຳກີ່ກຸ່ງ

18:00 | 22/10/2022

ວັດແທັ່ງເຊິ່ງແມ່ນວັດບູຮານ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານທີ່ລືຊື່ ເປັນທີ່ຮູ້ຈັກກັນດີຈາກແຂກທ່ອງທ່ຽວທັງຫຼາຍເມື່ອມາຢາມແຂວງລ້າງເຊີນ. ຄວາມເກົ່າແກ່ ແລະບັນດາເລື່ອງລາວປະຫວັດສາດຂອງວັດນີ້ ໄດ້ຮັບການຮັກສາໄວ້ຜ່ານໄລຍະນັບຮ້ອຍປີອັນໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ.

ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ
ຫວຽດນາມ ຮຽກຮ້ອງເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາວິວັດການເຈລະຈາ ແລະ ສ້າງສັນຕິພາບ ຫວຽດນາມ ຮຽກຮ້ອງເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາວິວັດການເຈລະຈາ ແລະ ສ້າງສັນຕິພາບ
ວັດແທັ່ງແມ່ນວັດບູຮານ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ
ວັດແທັ່ງແມ່ນວັດບູຮານ ຖືກຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ

ວັດແທັ່ງຕັ້ງຢູ່ແຄມແມ່ນ້ຳກີ່ກຸ່ງທີ່ນະຄອນລ້າງເຊີນໄດ້ຮັບການປຸກສ້າງໃນສະຕະວັດທີ XV ວັດນີ້ມີຊື່ເອີ້ນວ່າເຮືອງເລິມຕຶ ຫຼັງຈາກນັ້ນ ກໍ່ໄດ້ປ່ຽນຊື່ເປັນ ຢຽນແຄັງຕຶ ແລະ ຕ່ວນແຄັງຕຶ. ຮອດປີ 1796 ວັດນີ້ຖືກຍົກຍ້າຍມາຕັ້ງຢູ່ສະຖານທີ່ປັດຈຸບັນຫ່າງຈາກຈຸດທີ່ຕັ້ງເກົ່າ 200 ແມັດ. ວັດແທັ່ງມີສະຖາປັດຕະຍະກຳແບບວັດທົ່ວໄປຢູ່ ຫວຽດນາມ. ວັດລວມມີ 8 ຫ້ອງໃຫຍ່ນ້ອຍແລະໄດ້ຮັບການບູລະນະປະຕິສັງຂອນຢ່າງເປັນປະຈຳ. ຫຼັງຄາຂອງວັດຖືກແກະຄວັດສະຫຼັກຢ່າງລະອຽດອ່ອນດ້ວຍຮູບສັດສີ່ປະເພດຄືມັງກອນ,ສິງໂຕ,ເຕົ່າ,ນົກອິນຊີ.ບັນດາເສົາໃນວັດກໍ່ລ້ວນແຕ່ຖືກເຮັດດ້ວຍໄມ້ດູ່ສູງ 9 ແມັດແລະຖືກແກະຄວັດສະຫຼັກຢ່າງລະອຽດອ່ອນຕາມແບບອາຊີຕາເວັນອອກ. ປະຕູວັດຖືກແກະຄວັດສະຫຼັກປຽບເໝືອນຮູບພາບສວຍງາມ. ພິເສດໃນວັດຍັງເກັບຮັກສາລະຄັງມີນ້ຳໜັກ 600 ກິໂລກາມຖືກຫຼໍ່ດ້ວຍທອງແຕ່ປີ 1671 ໃນສະໄໝເຈົ້າຊີວິດ ເລຮວ່ຽນຕົງ ພ້ອມດ້ວຍແຜ່ນສີລາຈາລຶກຂອງວັດຖືກປຸກສ້າງປີ 1796 ໃນສະໄໝເຈົ້າຊີວິດແກັ່ງທິ້ງ. ເຂົ້າໄປວັດແທັ່ງແຂກທ່ອງທ່ຽວຍັງໄດ້ຢ້ຽມຊົມພະແກ້ວພະພຸດທະເຈົ້າທີ່ຍັກໃຫຍ່ ມີນ້ຳໜັກຫຼາຍກວ່າ 30 ໂຕນ.

ວັດແທັ່ງທີ່ນະຄອນລ້າງເຊີນໃນປັດຈຸບັນມີຮູບຫຼໍ່ທອງ 53 ຮູບ ປີ 2007 ວັດແທັ່ງໄດ້ຖືກຈົດເຂົ້າບັນຊີລາຍຊື່ສະຖີຕິຢູແນັດດ້ວຍນາມມະຍົດ“ວັດມີຮູບຫຼໍ່ທອງຫຼາຍກວ່າໝູ່ຢູ່ ຫວຽດນາມ”. ວັດແທັ່ງຍັງໄດ້ຖືກຈົດຊື່ເຂົ້າໃນປຶ້ມສະຖີຕິຫວຽດນາມຫວຽດກິງ ນັ້ນແມ່ນວັດປ່ອຍໂຄມໄຟພາວະນາໃຫ້ມີຄວາມຢູ່ເຢັນສຸກຫຼາຍກວ່າໝູ່ຢູ່ ຫວຽດນາມ. ໃນບຸນວິສາຂະບູຊາ ເວສັກໃນຄ່ຳຄືນວັນທີ 18 ພຶດສະພາປີ 2008 ບັນດາພະພິກຂຸເປັນປະທານພິທີ, ພຸດທະສາສະນິກກະຊົນໄດ້ພ້ອມກັນຂ່ຳນັບຊົມເຊີຍວັນບຸນວິສາຂະບູຊາດ້ວຍການປ່ອຍໂຄມໄຟ 10.000 ໜ່ວຍ ອັນໄດ້ສ້າງເປັນຮູບພາບທີ່ງົດງາມທີ່ສຸດ. ທ່ານ ປອ

ຮວ່າງວັນປ໊າວ ປະທານສະມາຄົມມໍລະດົກແຂວງລ້າງເຊີນໃຫ້ຮູ້ວ່າ:

“ຄຸນຄ່າຂອງວັດນີ້ ແມ່ນມີຄວາມເປັນເອກະລັກ ແລະ ຫາຍາກທີ່ສຸດ. ນີ້ກໍ່ແມ່ນປາກົດການວັດທະນະທຳເມື່ອວັດນີ້ນອນຢູ່ໃນກຸ່ມປູຊະນີຍະສະຖານປະຫວັດສາດ ແມ່ນສັນຍາລັກຂອງແຂວງລ້າງເຊີນເວົ້າລວມ ແລະ ໃນຈິດໃຈຂອງປະຊາຊົນເວົ້າສະເພາະ. ວັດນີ້ຍັງໄດ້ຮັບຖືວ່າແມ່ນຫຼັກໝາຍທາງດ້ານວັດທະນະທຳກ່ຽວກັບການເຫຼື້ອມໃສພຸດທະສາສະໜາ ໃນຈິດໃຈຂອງປະຊາຊົນ. ນີ້ກໍ່ແມ່ນສະຖານທີ່ພົ້ນເດັ່ນເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດມາຄົ້ນຫາສາງວັດທະນະທຳທີ່ໃຫຍ່ໂຕຂອງແຂວງລ້າງເຊີນ.”

ວັດແທັ່ງແມ່ນແຫ່ງສະຫງົບງຽມທັງແມ່ນແຫ່ງທີ່ບັນດາພະສົງສຳມະເນນພຸດທະສາສະນິກກະຊົນມາຈາກສາລະທິດເຄີຍມານີ້ ສະແດງຄວາມເຄົາລົບນັບຖືຕໍ່ພະພຸດທະເຈົ້າ. ວັດນີ້ຍັງແມ່ນສະຖານທີ່ທ່ອງທ່ຽວຈິດວິນຍານດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກມາວັດຢ່າງຫຼວງຫຼາຍ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.