ຫວຽດນາມ ຮຽກຮ້ອງເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາວິວັດການເຈລະຈາ ແລະ ສ້າງສັນຕິພາບ

08:37 | 22/10/2022

ແມ່ຍິງມີບົດບາດ, ຄວາມສາມາດສະເພາະໃນການຊຸກຍູ້ບັນດາຄຸນຄ່າ ແລະ ວັດທະນະທຳສັນຕິພາບ, ໂດຍສະເພາະແມ່ນໃນການສະກັດກັ້ນ, ແກ້ໄຂການປະທະກັນ ແລະ ສ້າງສັນຕິພາບ.

ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ
ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ລົງ​ທຶນດ​ຳ​ເນີນ​ທຸ​ລະ​ກິດ​ແບບ​ຍາວ​ນານ ນະ​ຄອນ ໂຮ່​ຈີ​ມິນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ລົງ​ທຶນດ​ຳ​ເນີນ​ທຸ​ລະ​ກິດ​ແບບ​ຍາວ​ນານ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ (ພາບ: Vietnam+)
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ (ພາບ: Vietnam+)

ວັນທີ 20 ຕຸລາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໄດ້ຈັດວາລະປຶກສາຫາລືເປີດດ້ວຍຫົວຂໍ້ “ຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົດບາດນຳພາຂອງແມ່ຍິງແມ່ນເສັ້ນທາງພາໄປເຖິງສັນຕິພາບໃຫ້ແກ່ພາກພື້ນທີ່ໄດ້ຮັບຜົນສະທ້ອນຈາກກຸ່ມປະກອບອາວຸດ”.

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງຈ່າ, ອຸປະທູດຊົ່ວຄາວຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຍົກໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນເລື່ອງຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ. ຄຳໝັ້ນສັນຍາດັ່ງກ່າວໄດ້ສ້າງຂຶ້ນແບບທຳມະຊາດໂດຍເລີ່ມມາຈາກບົດບາດ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງແມ່ຍິງ ຫວຽດນາມ ໃນປະຫວັດສາດ ຍາດເອົາເອກະລາດ ແລະ ການພັດທະນາຂອງປະເທດຊາດ. ທ່ານນາງເອກອັກຄະລັດຖະທູດ ຖືວ່າ, ແມ່ຍິງມີບົດບາດ, ຄວາມສາມາດສະເພາະໃນການຊຸກຍູ້ບັນດາຄຸນຄ່າ ແລະ ວັດທະນະທຳສັນຕິພາບ, ໂດຍສະເພາະແມ່ນໃນການສະກັດກັ້ນ, ແກ້ໄຂການປະທະກັນ ແລະ ສ້າງສັນຕິພາບ, ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງຂອງສະຫະປະຊາຊາດ, ພິເສດແມ່ນໃນໄລຍະດຳລົງຕຳແໜ່ງເປັນສະມາຊິກຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ບົນພື້ນຖານນັ້ນ, ຫວຽດນາມ ຢືນຢັນຄຳໝັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ຊຸກຍູ້ໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.