ແຂວງເທື່ອທຽນເຫວ້ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ​ແລະ ສົມທົບກັນຢ່າງແໜ້ນແຟ້ນກັບລາວ

11:59 | 14/10/2022

ຍສໝ - ທ່ານ ຫງວຽນວັນເຟືອງ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ສະແດງຊົມເຊີຍ ​ທ່ານ ສຸພັນ ຫາດາວເຮືອງ ມາຮັບໜ້າທີ່ໃໝ່; ພ້ອມທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ທ່ານ ສຸພັນ ຫາດາວເຮືອງ ​ຈະປະ​ຕິ​ບັດສຳ​ເລັດ​ໜ້າທີ່ໃນ​ອາຍຸການຂອງຕົນ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ ກອງບັນຊາການທະຫານຊາຍແດນແຂວງກອນຕຸມ ແລະກອງບັນຊາການ ປກສ ແຂວງອັດຕະປື ສົມທົບກັນປົກປັກຮັກສາຊາຍແດນ ແລະຕ້ານ, ສະກັດກັ້ນອາດຊະຍາກໍາປະເພດຕ່າງໆ

​ຫວ່າງແລ້ວນີ້, ​ທີ່​ການຕ້ອນຮັບ ທ່ານ ສຸພັນ ຫາດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ດ່ານັ້ງ ຄົນໃໝ່, ເນື່ອງໃນໂອກາດມາຮັບໜ້າທີ່ ໃໝ່. ທ່ານ ສຸພັນ ຫາດາວເຮືອງ ເນັ້ນ​ໜັກ​ວ່າ ທ່ານຈະ​ສືບ​ຕໍ່​ຮັກສາ, ເພີ່ມພູນຄູນສ້າງ ​ແລະ ເສີມຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ລະຫວ່າງ​ແຂວງ ເທື່ອທຽນເຫວ້ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ໃຫ້ນັບ​ມື້​ນັບ​ພັດທະນາ.

ແຂວງເທື່ອທຽນເຫວ້ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ​ແລະ ສົມທົບກັນຢ່າງແໜ້ນແຟ້ນກັບລາວ
ບັນຍາກາດທີ່ການຕ້ອນຮັບ.

ທີ່​ການ​ຕ້ອນຮັບ, ທ່ານ ຫງວຽນວັນເຟືອງ, ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ສະແດງຊົມເຊີຍ ​ທ່ານ ສຸພັນ ຫາດາວເຮືອງ ມາຮັບໜ້າທີ່ໃໝ່; ພ້ອມທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ທ່ານ ສຸພັນ ຫາດາວເຮືອງ ​ຈະປະ​ຕິ​ບັດສຳ​ເລັດ​ໜ້າທີ່ໃນ​ອາຍຸການຂອງຕົນ. ຜ່ານ​ນັ້ນ, ກໍ່ສືບ​ຕໍ່​ຊຸກຍູ້, ພັດທະນາ​ສາຍ​ພົວພັນ​ມິດຕະພາບ​, ຄວາມສາມັກຄີແບບພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ-ລາວ ​ກໍ່ຄືການ​ຮ່ວມ​ມື​ລະຫວ່າງແຂວງເທື່ອທຽນເຫວ້ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ.

ແຂວງເທື່ອທຽນເຫວ້ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມື ​ແລະ ສົມທົບກັນຢ່າງແໜ້ນແຟ້ນກັບລາວ
ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ດ່ານັ້ງ ເຂົ້າຢ້ຽມຂໍ່ານັບການນໍາແຂວງເທື່ອທຽນເຫວ້ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່.

ທ່ານ ຫງວຽນວັນເຟືອງ ​ກໍ່​ສະ​ເໜີ​ທ່ານ ສຸພັນ ຫາດາວເຮືອງ ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ສາຍພົວພັນ​ຮ່ວມ​ມື ​ແລະ ສົມທົບ​​ກັນຢ່າງ​ແໜ້ນ​ແຟ້ນກັບ​ແຂວງເທື່ອທຽນເຫວ້ ແນໃສ່​ໜູນ​ຊ່ວຍ​ທ້ອງ​ຖິ່ນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນໃນການຜັນຂະຫຍາຍການກໍານົດທິດສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ການ​ທູດ, ຍົກ​ສູງ​ປະສິດທິ​ຜົນ​ການພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ...

ສ່ວນທ່ານ ສຸພັນ ຫາດາວເຮືອງ ກໍ່ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ ​ແລະ ອາລົມຈິດອັນດີງາມຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ​ໃນ​ນັ້ນ, ແຂວງເທື່ອທຽນເຫວ້ ​ໄດ້​ສະຫງວນຫຼາຍອາລົມຈິດ, ຊ່ວຍເຫຼືອໃຫ້ບັນດາທ້ອງຖິ່ນຂອງລາວ ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ພົນລະເມືອງ​ລາວ ຮໍ່າຮຽນ ແລະ ດໍາລົງຊີວິດ. ທ່ານ ສຸພັນ ຫາດາວເຮືອງ​ ເນັ້ນ​ໜັກ​ວ່າ: “​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່ຂອງຕົນ, ທ່ານຈະສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງແຂວງ ເທື່ອທຽນເຫວ້ ກັບບັນດາທ້ອງຖິ່ນຂອງລາວ ໃຫ້ນັບມື້ນັບພັດທະນາ​ສວຍ​ສົດ​ງົດ​ງາມ, ໝັ້ນຄົງຂະໜົງ​ແກ່ນ​ໄປ​ຊົ່ວກາລະ​ນານ".

ບູນມີ

ເຫດການ
302 Found

Found

The document has moved here.