ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

12:53 | 24/09/2022

ຍສໝ - ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ ສະຫັດສະວັດ, ຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮັບປະກັນປະຕິບັດສຳເລັດບົດບາດຢູ່ບັນດາອົງການຕ່າງໆຂອງ ສປຊ.

ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ສປຊ , ວັນທີ 22 ກັນຍາ ປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງສານສຳຄັນໄປຍັງກອງ ປະຊຸມວົງແຄບຂັ້ນສູງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຈັດຂຶ້ນ ຢູ່ສຳນັກງານໃຫຍ່ຂອງ ສປຊ ຢູ່ນິວຢອກ ປະເທດ ອາເມລິກາ.

ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄຳ​ເໝັ້ນ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ພາບປະກອບ: TTXVN

ກອງປະຊຸມເພື່ອແນໃສ່ເຫັນດີເປັນເອກະພາບຄວາມຮັບຮູ້ ແລະ ຊຸກຍູ້ຄຳໝັ້ນ ສັນຍາດ້ານການເມືອງຢ່າງແຮງດ້ານການເງິນກ່ຽວກັບດິນຟ້າອາກາດ, ຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ, ຫັນປ່ຽນພະລັງງານ, ມຸ່ງໄປເຖິງກອງປະຊຸມ ຄັ້ງທີ 27 ຂອງບັນດາຝ່າຍ ເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ (COP 27) ທີ່ຈະດຳເນີນໃນເດືອນພະຈິກ ປີ 2022 ຢູ່ນະຄອນ Sharm el-Sheikh, ປະເທດ ເອຢິບ.

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ ສະຫັດສະວັດ, ຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮັບປະກັນປະຕິບັດສຳເລັດບົດບາດຢູ່ບັນດາອົງການຕ່າງໆຂອງ ສປຊ. ທ່ານກ່າວວ່າ: ດ້ວຍຄວາມຕັດສິນໃຈສູງ ແລະ ຄວາມມານະພະຍາຍາມ ຢ່າງຫຼວງຫຼາຍຂອງປະຊາຄົມສາກົນ, ເປັນຕົ້ນແມ່ນບັນດາຄູ່ຮ່ວມມືພັດທະນາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາລະກິດການຮັບມື ແລະ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຈະນັມມື້ນັບມີປະສິດທິຜົນທີ່ຈະແຈ້ງ. ສິ່ງນີ້ບໍ່ພຽງແຕ່ມີຄວາມໝາຍສຳຄັນຕໍ່ຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງ ຄວາມໄວ້ເນື້ອເຊື່ອໃຈ, ແຜ່ຂະຫຍາຍ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື ໃນທົ່ວໂລກກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນເຂົ້າໃນການປົກປັກຮັກສາໜ່ວຍໂລກຂອງພວກເຮົາ ໃຫ້ປອດໄພ, ໝັ້ນຄົງກ່ວາອີກ.

ບູນມີ

ເຫດການ
302 Found

Found

The document has moved here.