ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ

10:51 | 03/11/2019

ຍສໝ - ນັບແຕ່ເມື່ອເຂົ້າຮ່ວມ ອາຊຽນ ຢ່າງເປັນທາງການໃນວັນທີ 28 ກໍລະກົດ 1995, ຫວຽດນາມ ໄດ້ມີບັນດາການປະກອບສ່ວນສຳຄັນໃຫ້ແກ່ການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຂອງ ອາຊຽນ.


ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ

ຫວຽດນາມ ຕັ້ງໜ້າປະກອບສ່ວນຊຸກຍູ້ວິວັດການເປີດກ້ວາງ ແລະ ສ້າງແນວຄວາມຄິດ ອາຊຽນ ລວມມີ 10 ປະເທດຢູ່ອາຊີຕາເວັນອອກໃຫ້ສຳເລັດ.(ພາບ:TTXVN)

ຄະນະເລຂາທິການ ອາຊຽນ ໄດ້ປະກາດ ບົດລາຍງານໂດຍຫຍໍ້ ກ່ຽວກັບການເຊື່ອມໂຍງດ້ານເສດຖະກິດ ອາຊຽນ (AEIB) ແລະ ບົດລາຍງານເຊື່ອມໂຍງ ອາຊຽນ (AIR) 2019 ກ່ອນການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.ບົດລາຍງານເຊື່ອມໂຍງອາຊຽນ (AIR) 2019 ກໍ່ ຕີລາຄາຢ່າງຮອບດ້ານກ່ຽວກັບບັນດາຄວາມກ້າວໜ້າ ແລະ ຜົນງານໃນການເຊື່ອມໂຍງເສດຖະກິດ ອາຊຽນ ນັບແຕ່ເມື່ອຜັນຂະຫຍາຍແຜນການລະອຽດ ຂອງປະຊາຄົມເສດຖະກິດ ອາຊຽນ 2025 (AEC) ໃນປີ 2015. ຕາມ AIR 2019, ພາຍຫຼັງ 4 ປີ ທີ່ປະຕິບັດແຜນການ ລະອຽດຂອງ AEC 2025, ອາຊຽນສືບຕໍ່ບັນລຸໄດ້ບັນດາຄວາມກ້າວໜ້າໃນການມຸ່ງໄປເຖິງວິໄສທັດ AEC 2025 - ປະຊາຄົມທີ່ມີຄວາມສະໜິດຕິດພັນ, ແກ້ງແຍ້ງ, ປ່ຽນແປງໃໝ່ ແລະ ຂະຫຍັນຂັນເຄື່ອນ.

ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແລະພັນລະຍາ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງແນໃສ່ປະກອບສ່ວນຮັດແໜ້ນ ແລະປັບປຸງຈິດໃຈສາມັກຄີອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະພາກພື້ນ, ພ້ອມທັງຍົກສູງຮູບພາບກ່ຽວກັບປະເທດຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນຮ່ວມມືໃນພາກພື້ນດ້ວຍຄວາມຮັບຜິດຊອບ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະປະສົບຜົນສໍາເລັດຢ່າງຈົບງາມ, ໃນນັ້ນຄະນະຫວຽດນາມ ຈະມີບັນດາຂໍ້ສະເໜີຕ່າງໆ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ, ຈາກນັ້ນສ້າງຄວາມສະດວກ, ຄວາມເຊື່ອໝັ້ນຕົນເອງເພື່ອໃຫ້ພວກເຮົາດໍາລົງຕໍາແໜ່ງເປັນປະທານອາຊຽນ 2020.

ຊຸກຍູ້ປະຊາຄົມ ອາຊຽນ ພັດທະນາວັດທະນາຖາວອນ, ໝັ້ນຄົງ

ຫວຽດນາມ ສົມທົບກັບບັນດາປະເທດສະມາຊິກສ້າງບັນດາການກຳນົດທິດ, ລັດຖະນະໂຍບາຍສຳຄັນຂອງ ອາຊຽນ.(ພາບ:TTXVN)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງດໍາເນີນໃນສະພາບການອາຊຽນສືບຕໍ່ຊຸກຍູ້ການຮ່ວມມື ແລະຮ່ວມສໍາພັນພາຍໃຕ້ເນື້ອໃນຈິດໃຈຫົວຂໍ້ຂອງປີ 2019 ແມ່ນ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ດ້ວຍເປົ້າໝາຍເພີ່ມລັກສະນະຍືນຍົງໃນທັງ 3 ເສົາຄໍ້າປະຊາຄົມອາຊຽນ, ຕິດພັນກັບບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ; ຍູ້ແຮງການພົວພັນຄູ່ຮ່ວມມື, ເປີດກວ້າງການເຊື່ອມຕໍ່ ແລະເພີ່ມທະວີບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ ແລະເໝາະສົມຂອງອາຊຽນຕໍ່ການຜັນແປຂອງສະພາບການ, ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກໍາ 4.0 ແລະ ອື່ນໆ.

ຫວຽດນາມ ສົມທົບກັບບັນດາປະເທດສະມາຊິກສ້າງບັນດາການກຳນົດທິດ, ລັດຖະນະໂຍບາຍສຳຄັນຂອງ ອາຊຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍາມໃດກໍ່ຍົກສູງຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ, ກໍ່ສ້າງ ແລະ ເສີມຂະຫຍາຍຄຸນຄ່າບັນດາເຄື່ອງມື ແລະ ກົນໄກຮັບປະກັນຄວາມໝັ້ນຄົງພາກພື້ນ, ຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ແບ່ງປັນບັນທັດຖານການປະພຶດໃນພາກພື້ນ, ປັບປຸງບົດບາດໃຈກາງຂອງ ອາຊຽນ ໂດຍຜ່ານບັນດາກົນໄກ, ເວທີປາໄສໂດຍ ອາຊຽນ ເປັນເຈົ້າພາບຈັດຕັ້ງ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ອາຊຽນ, ຮັບມືກັບບັນດາບັນຫາທີ່ມີການກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.