ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

00:54 | 15/05/2019

ເດືອນເມສາແລ້ວເຊິ່ງເປັນເດືອນແຫ່ງການສະເຫລີມສະຫລອງບຸນປະເພນີທີ່ສຳຄັນຂອງປະຊາຊົນລາວນັ້ນກໍຄືປະເພນີບຸນກຸດສົງການ ຫລື ບຸນປີໃໝ່ລາວໃນພາກພື້ນອາຊຽນນີ້ການສະຫລອງບຸນກຸດສົງການບໍ່ມີຢູ່ແຕ່ງປະເທດລາວປະເທດດຽວເທົ່ານັ້ນຍັງມີປະເທດທີ່ຖືສາດສະໜາພຸດຮ່ວມກັນ 5 ປະ ເທດເຊັ່ນ: ລາວ, ໄທ, ມຽນມາ, ກຳປູເຈຍ ເຊິ່ງກໍມີການສະຫລອງບຸນກຸດສົງການປີໃໝ່ຄືກັນ.

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ບຸນປີໃໝ່ລາວ

ການຈັດບຸນປີໃໝ່ຂອງປະເທດ ເຫລົ່ານັ້ນ ແມ່ນຈັດຂຶ້ນໃນໄລຍະ ເດືອນເມສາ ແລະ ກໍມີພິທີກຳ ແລະ ກິດຈະກຳທີ່ບໍ່ແຕກຕ່າງກັນພໍປານ ໃດເຊັ່ນ: ບຸນປີໃໝ່ທີ່ປະເທດລາວຈັດຂຶ້ນໃນຊ່ວງເດືອນ 5 ລາວ (ເດືອນເມສາ) ເຊິ່ງຈະຈັດຂຶ້ນໃນ ວັນທີ 14-16 ເມສາ ຂອງທຸກປີ, ປີໃໝ່ລາວຈະແບ່ງອອກເປັນ 3 ມື້ ຄື: ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ. ຮີດທີ່ຄົນລາວປະຕິບັດໃນວັນປີໃໝ່ຈະມີການບາສີສູ່ຂວັນ, ອວຍພອນເຊິ່ງກັນ ແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດຜູ້ໃຫຍ່, ການເລາະສົງນ້ຳພະ, ມີພິທີແຫ່ນາງສັງຂານ, ການເຮັດບຸນຕັກບາດຖວາຍສັງຄະທານໃຫ້ພະ, ການຕົບພະທາຍ ແລະ ມີການຫລິ້ນ ນ້ຳຄົບງັນມ່ວນຊື່ນ.

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ບຸນປີໃໝ່ກໍາປູເຈຍ

ບຸນປີໃໝ່ທີ່ປະເທດໄທ ຈັດຂຶ້ນ ໃນຊ່ວງເດືອນ 5 ລາວ (ເດືອນເມ ສາ) ເຊິ່ງຈະຈັດຂຶ້ນໃນວັນທີ 13- 15 ເມສາ ຂອງທຸກປີ, ກິດຈະກຳການຫລິ້ນປີໃໝ່ໃນໄທ ກໍຈະຄ້າຍຄືກັນກັບການຫລິ້ນບຸນປີໃໝ່ໃນລາວ ແລະ ກຳປູເຈຍ ເຊິ່ງຈະມີການບາສີສູ່ຂວັນ, ອວຍພອນເຊິງກັນ ແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດ ຜູ້ໃຫຍ່, ການເລາະສົງນ້ຳພະ, ມີພິທີ ແຫ່ນາງສັງຂານ, ການເຮັດບຸນຕັກ ບາດຖວາຍອາຫານໃຫ້ພະ, ການຕົບພະທາຍ ແລະ ມີການຫລິ້ນນ້ຳຄົບງັນມ່ວນຊື່ນຕາມສະຖານທີ່ຕ່າງໆ.

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ບຸນປີໃໝ່ໄທ

ບຸນປີໃໝ່ທີ່ ມຽນມາ ຈັດຂຶ້ນໃນ ຊ່ວງເດືອນ 5 (ເດືອນເມສາ) ເຊິ່ງ ຈະຈັດຂຶ້ນໃນວັນທີ 13-17 ຂອງ ທຸກປີ ເຊິ່ງຊາວມຽນມາເອີ້ນບຸນກຸດສົງການນີ້ວ່າ ປະເພນີເຫຍ່ບະແວຕໍ ແປວ່າ ພິທີການຫລິ້ນນ້ຳ ປະຊາຊົນ ມຽນມາ ສະເຫລີມສະຫລອງວັນ ສົ່ງທ້າຍປີເກົ່າຕອນຮັບປີໃໝ່ ໂດຍການຫລິ້ນສາດນ້ຳຕະຫລອດ 5 ວັນ ນອກຈາກນີ້ພວກເຂົາຍັງຖືວ່າ ເປັນໄລຍະມົງຄຸນ ຈິ່ງນິຍົມເຂົ້າວັດ ຮັກສາສິນ, ສົງນ້ຳພະ ພຸດທະຮູບ ແລະ ເຈດີມີການສົງນ້ຳໃຫ້ຜູ້ໃຫຍ່ ແລະ ສະຜົມໃຫ້ຜູ້ເຖົ້າຜູ້ແກ່ດ້ວຍນ້ຳສົ້ມປ່ອຍ ແລະ ເມື່ອສິ້ນສຸດວັນ ສົງການຊາວມຽນມາຈະຈັດງານ ບວດຈົວນ້ອຍ ໃຫ້ລູກຊາຍ ແລະ ຈັດງານບ່ອງຫູໃຫ້ລູກສາວ. ດັ່ງນັ້ນ, ຫລັງສົງການຈະເຫັນຂະບວນ ແຫ່ລູກແກ້ວ ແລະ ລູກຍິງໄປຕາມ ທ້ອງຖະໜົນ ແລະ ຮອບລານພະເຈດີ ຕາມວັດຕ່າງໆ ຈິ່ງມີຈົວນ້ອຍອົງ ໃໝ່ຢູ່ເຕັມທຸກວັດ.

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ບຸນປີໃໝ່ມຽນມາ

ບຸນປີໃໝ່ທີ່ປະເທດກຳປູເຈຍ ຊາວກຳປູເຈຍ ຈະເອີ້ນບຸນປີໃໝ່ນີ້ວ່າ ໂຈລຊນຳທເມຍ ເຊິ່ງຈະຈັດໃນ ວັນທີ 13-15 ຫລື 14-16 ເມສາຂອງທຸກປີ. ເທສະການປີໃໝ່ຂອງ ຊາວກຳປູເຈຍ ຈະມີການເຮັດບຸນ ຕັກບາດ, ການຕົບພະທາຍ, ສົງນ້ຳພະ, ມີການຫລິ້ນເທສະການພື້ນບ້ານ ເຊິ່ງຈະແບ່ງອອກເປັນ 3 ວັນ ຄື: ວັນທຳອິດຊາວບ້ານຈະໄປເຮັດບຸນຕັກບາດມີການຂົນຊາຍເຂົ້າວັດເພື່ອກຽມກໍ່ເຈດີຊາຍ ຫລື ຕົບພະທາຍ, ວັນທີສອງເປັນວັນຂອງຄອບຄົວ ພໍ່ແມ່ລູກ ແລະ ຍາດພີ່ນ້ອງຈະມາຮວມຕົວກັນອາດມີການໃຫ້ຂອງຂວັນເນື່ອງໃນວັນຂຶ້ນປີໃໝ່ອີກ ດ້ວຍສ່ວນໃນຕອນຄ່ຳຈະມີການກໍ່ເຈດີຊາຍຮ່ວມກັນ ວັນທີສາມຈະມີ ການຫລິ້ນມ່ວນຊື່ນຕ່າງໆ ສົງນ້ຳ ພະພຸດທະຮູບ, ສົງນ້ຳຜູ້ໃຫຍ່ເພື່ອຄວາມເປັນສີລິມຸງຄຸນ.

ສັງລວມແລ້ວ, ການສະເຫລີມສະຫລອງບຸນປີໃໝ່ຂອງບັນດາປະ ເທດດັ່ງກ່າວແມ່ນມີຫລາຍກິດຈະກຳຄ້າຍຄືກັນ ໂດຍສະເພາະແມ່ນການເຮັດບຸນ, ການສົມມາຜູ້ເຖົ້າຜູ້ແກ່, ບາສີສູ່ຂວັນ ແລະ ອື່ນໆ ເຊິ່ງທັງໝົດນັ້ນແມ່ນມີຈຸດປະສົງເພື່ອປັດເປົ່າສະສາງລ້າງສ່ວຍສິ່ງທີ່ບໍ່ດີ, ບໍ່ຈົບບໍ່ງາມໃຫ້ອອກໄປຈາກຊີວິດ ແລະ ຮັບເອົາສິ່ງດີໆເຂົ້າມາໃນໂອກາດຟ້າໃໝ່ປີໃໝ່ນັ້ນເອງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.