ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ

12:57 | 24/07/2022

ຍສໝ-ວັນທີ 18 ກໍລະກົດ, ມີວິສາຫະກິດ ຫວຽດນາມ ແລະ ອິນເດຍ 150 ກວ່າຫົວໜ່ວຍໄດ້ມີການພົບປະ, ແລກປ່ຽນ, ຊອກຮູ້ກາລະ​ໂອກາດດຳເນີນ​ທຸລະ​ກິດ, ການລົງທຶນຂອງທັງສອງຝ່າຍຢູ່ນະຄອນຫຼວງ New Delhi, ອີນເດຍ.

ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ ຊຸກຍູ້ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ອິນເດຍ ມາກຊິດ
ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ວິສາຫະກິດ ຫວຽດນາມ - ອິນເດຍ ພົບປະ ແລະ ຊອກຫາກາລະໂອກາດດຳເນີນທຸລະກິດ
ກອງປະຊຸມພົບປະ​ແລກປ່ຽນດຳເນີນ​ທຸລະ​ກິດ​ລະຫວ່າງ​ວິ​ສາ​ຫະກິດ ​ຫວຽດນາມ ​ແລະ ອິນ​ເດຍ ທີ່ New Delhi ວັນທີ 18 ກໍລະກົດ ( ພາບ: VOV)

ບັນດາວາລະ​ໂອ້​ລົມ​ສົນທະນາ, ​ພົວພັນ, ພົບປະ​ແລກປ່ຽນດຳເນີນ​ທຸລະ​ກິດ​ລະຫວ່າງ​ວິ​ສາ​ຫະກິດ ​ຫວຽດນາມ ​ແລະ ອິນ​ເດຍ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ​ໂດຍ​ມີ​ການ​ນຳພາ​ຂອງ​ບັນດາ​ການ​ນຳ​ໃນຂະແໜງການຄື ສະຫະພັນ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ (FICCI), Invest India, ສະມາຄົມ​ອຸດສາຫະກຳ ​ອິນ​ເດຍ, ຫ້ອງການການ​ຄ້າ - ພັດທະນາ​ແບບ​ຍືນ​ຍົງ ​ແລະ ພົວພັນການຕ່າງປະເທດ, APEDA…

ພື້ນຖານ​ການສົ່ງ​ເສີມ​ການ​ດຳ​ເນີນ​ທຸລະ​ກິດ​ແບບ​ໂດຍກົງ​ນີ້ ​ແມ່ນ​ການສ້າງໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​ໄດ້ມີ​ການ​ພົວພັນແລກປ່ຽນ​ແບບ 1-1 ​ໃນ​ຫຼາຍ​ຂົງ​ເຂດຕ່າງກັນ​ຄື ການ​ປຸງ​ແຕ່ງ​ອາຫານ, ສິນຄ້າໃຊ້ສອຍ, ເຄື່ອງ​ສຳອາງ, ເຄື່ອງຫັດຖະກຳ, ​ເຄື່ອງ​ເຟີ​ນີ​ເຈີ, ຜະລິດ​ຕະພັນ​ກະ​ເສດ... ນີ້​ແມ່ນ​ບັນດາ​ຂົງ​ເຂດ​ທີ່ ​ອິນ​ເດຍ ​ແລະ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ ເພື່ອ​ພັດທະນາ ​ແລະ ​ຮ່ວມ​ມື. ນີ້​ກໍ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ຊອກ​ຮູ້ເພີ່ມເຕີມ​ຂໍ້​ມູນ​​ກ່ຽວ​ກັບ​ຕະຫຼາດ ​ແລະ ​ຄູ່​ຮ່ວມ​ມື ອິນ​ເດຍ, ຜ່ານ​ນັ້ນ ກໍຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຕະຫຼາດ​ນີ້ ​ແລະ ສ້າງ​ສາຍ​ພົວພັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ໃນ​ອະນາຄົດ.

ຫອມມາລາ

ເຫດການ
302 Found

Found

The document has moved here.