ມານະພະຍາຍາມຫັນຂໍ້ຕົກລົງລະຫວ່າງອົງການແນວໂຮມສອງປະເທດ ຫວຽດນາມ - ລາວ ໃຫ້ປະກົດຜົນເປັນຈິງ

14:03 | 15/09/2022

ວັນທີ 13 ກັນຍາ, ທີ່ຮ່າໂນ້ຍ, ສະຫາຍ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍ ຄໍາເຜີຍ ບຸດດາວຽງ ຮອງປະທານຜູ້ປະຈໍາການຄະນະກໍາມະການສູນກາງແນວລາວສ້າງຊາດ.

ຮ່າໂນ້ຍ ຫັນການປະຕິບັດຂໍ້ລິເລີ່ມເຂົ້າຮ່ວມເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃຫ້ປະກົດຜົນເປັນຈິງ ຮ່າໂນ້ຍ ຫັນການປະຕິບັດຂໍ້ລິເລີ່ມເຂົ້າຮ່ວມເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃຫ້ປະກົດຜົນເປັນຈິງ
ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ສະຫາຍ ໂດ໊ວັນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ສະຫາຍ ຄໍາເຜີຍ ບຸດດາວຽງ. ພາບ: ສໍານັກຂ່າວສານຫວຽດນາມ.
ສະຫາຍ ໂດ໊ວັນຈ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ສະຫາຍ ຄໍາເຜີຍ ບຸດດາວຽງ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫາຍ ໂດ໊ວັນຈ໊ຽນ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດ ມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

ພ້ອມທັງເນັ້ນໜັກວ່າ ປີ 2022 ແມ່ນປີທີ່ສອງປະເທດ ຈັດຫຼາຍການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ (5-9-1962/5-9-2022) ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ (18-7-1977/18-7-2022), ສະຫາຍ ໂດ໊ວັນຈ໊ຽນ ຢັ້ງຢືນວ່າ ພັກ, ລັດ, ແນວໂຮມປະເທດຊາດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດໃນການປັບປຸງ, ເພີ່ມທະວີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ໃນປີສາມັກຄີມິດຕະພາບຫວຽດນາມ-ລາວ ປີ 2022, ພັກ, ລັດຫວຽດນາມ, ບັນດາກະຊວງ, ຂະແໜງການ, ແນວໂຮມປະເທດຊາດຫວຽດນາມ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນຂອງຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຂອງລາວ ເພື່ອຈັດຕັ້ງສໍາເລັດພິທີສະເຫຼີມສະຫຼອງ ກໍ່ຄືບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສືບຕໍ່ເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນມິດຕະພາບທີ່ດີງາມລະຫວ່າງສອງພັກ ແລະປະຊາຊົນສອງປະເທດ ຢ່າງໝັ້ນຄົງ.

ສະຫາຍ ໂດ໊ວັນຈ໊ຽນ ປາດຖະໜາວ່າ, ໃນການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ອົງການແນວໂຮມສອງປະເທດ ຈະພ້ອມກັນແລກປ່ຽນ, ເຫັນດີເປັນເອກະພາບຕໍ່ມາດຕະການ ເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມື ໄລຍະ 2022-2027 ທີ່ຫາກໍ່ລົງນາມ ຢ່າງມີປະສິດທິຜົນ; ສົມທົບກັນຈັດຕັ້ງກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາປີ 2022 ຢູ່ ສປປ ລາວ ໃຫ້ປະສົບຜົນສໍາເລັດ ກໍ່ຄືບາງເນື້ອໃນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຈາກນັ້ນຊຸກຍູ້ວຽກງານສົມທົບກັນລະຫວ່າງສອງອົງການ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.