ຮ່າໂນ້ຍ ຫັນການປະຕິບັດຂໍ້ລິເລີ່ມເຂົ້າຮ່ວມເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃຫ້ປະກົດຜົນເປັນຈິງ

16:27 | 05/04/2022

ຍສໝ - ນັບ​ແຕ່​ນີ້​ຮອດ​ປີ 2025, ຮ່າ​ໂນ້ຍ ຈະ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ ​ແລະ ​ເນື້ອ​ໃນ​ເພື່ອປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ບັນດານະຄອນ​ຫົວຄິດປະດິດສ້າງ​ຂອງ UNESCO.

ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ
ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO
ພາບປະກອບ: TTXVN
ພາບປະກອບ: TTXVN

ຕາມ​ນັ້ນ​ແລ້ວ, ຮ່າ​ໂນ້ຍ ຈະ​ຈັດຕັ້ງປະຕິບັດ 3 ຂໍ້​ລິ​ເລີ່​ມຢູ່ລະດັບ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ: ການສ້າງສູນ​ອອກ​ແບບ​ຫົວຄິດປະດິດສ້າງ​​ຮ່າ​ໂນ້ຍ; ກໍ່ສ້າງ ແລະ ໜູນຊ່ວຍບັນດາພື້ນທີ່ຫົວຄິດປະດິດສ້າງຢູ່ຮ່າໂນ້ຍ; ຜະລິດລາຍການໂທລະພາບ ພອນສະຫວັນຫົວຄິດປະດິດສ້າງ. ​ໃນ​ນັ້ນ, ດ້ວຍ​ການ​ສ້າງ​ສູນ​ອອກ​ແບບ​ຫົວຄິດປະດິດສ້າງ, ຮ່າ​ໂນ້ຍ ຈະກ້າບົ່ມ​ບັນດາ​ພອນ​ສະຫວັນ​ໃນ​ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ການ​ອອກ​ແບບ​ຫົວຄິດປະດິດສ້າງຢູ່​ນະຄອນຫຼວງ; ສະໜັບສະໜູນບັນດາ​ໂຄງການຫົວຄິດປະດິດສ້າງ​ທີ່​ມີ​ທ່າ​ແຮງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ສາກົນ.

ມີ 3 ຂໍ້​ລິ​ເລີ່ມ​ໃນ​ລະ​ດັບ​ສາ​ກົນ​ລວມ​ມີ: ງານ​ມະ​ໂຫລານ​ອອກ​ແບບຫົວຄິດປະດິດສ້າງ​ ​ຮ່າ​ໂນ້ຍ; ເວທີປາໄສຂອງເຄືອຂ່າຍບັນດານະຄອນຫົວຄິດປະດິດສ້າງຂອງອົງການ UNESCO ໃນອາຊີຕາເວັນອອກສຽງໃຕ້; ເຄືອ​ຂ່າຍ​ຜູ້​ອອກ​ແບບ​ຫົວຄິດປະດິດສ້າງ​ຫນຸ່ມ​. ດ້ວຍ​ແຕ່ລະ​ຂໍ້​ລິ​ເລີ່​ມນັ້ນ, ຮ່າ​ໂນ້ຍ ​ໄດ້​ກຳນົດ​ແຕ່ລະ​ໜ້າ​ທີ່, ​ແຜນ​ການ ກໍ່ຄືການ​ມອບ​ໃຫ້​ບັນດາ​ອົງການ, ຫົວໜ່ວຍ​ເປັນ​ປະທານ, ສົມທົບ​ກັນ, ຮັບປະກັນ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ເອກະສານ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ ຮ່າ​ໂນ້ຍ ​ເມື່ອ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ ກໍ່ຄື ​ປະສິດທິ​ຜົນ, ຄວວມຄືບໜ້າ.

ຮ່າ​ໂນ້ຍ ກໍ່​ໄດ້​ກຳນົດ​ພາລະກິດ​ຂອງ​ຕົນດ້ວຍບົດບາດເປັນ​ສະມາຊິກ​ຂອງ​ເຄືອ​ຂ່າຍ​ບັນດານະຄອນ​ຫົວຄິດປະດິດສ້າງ, ​ໃນ​ນັ້ນ​ມີ: ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສານ​ງານ​ນະ​ຄອນ​ຫົວຄິດປະດິດສ້າງຂອງ​ຮ່າ​ໂນ້ຍ; ເຂົ້າຮ່ວມບັນດາກອງປະຊຸມ, ເວທີປາໄສເຄືອຂ່າຍພາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ທົ່ວໂລກຕາມບັນດາໂຄງການຂອງອົງການ UNESCO; ສ້າງ​ບົດ​ລາຍ​ງານ​ການ​ຕິດ​ຕາມ​ກວດ​ກາ​ດ້ວຍຖານະເປັນ​ສະ​ມາ​ຊິກຕາມຄວາມຮຽກ​ຮ້ອງ​​ຂອງ UNESCO ຕາມອາຍຸການ ກໍ່ຄືການຍູ້ແຮງ​ການ​ສື່​ສານ ​ແລະ ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້… ກ່ຽວ​ກັບ​ເຄືອ​ຂ່າຍ​​​ບັນດານະຄອນ​ຫົວຄິດປະດິດສ້າງຂອງ UNESCO.

ໄຊພອນ

ເຫດການ
302 Found

Found

The document has moved here.