ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ

18:27 | 01/08/2021

ຍສໝ - ນັ້ນແມ່ນຄວາມປາດຖະໜາ, ຢັ້ງຢືນຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ໃນສານສາມັກຄີສົ່ງເຖິງກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ (ກອງປະຊຸມ) ປີ 2021. ກອງປະຊຸມຈະດຳເນີນແຕ່ວັນທີ 2 - 9 ສິງຫາ ປີ 2021 ດ້ວຍ​ຮູບ​ການທາງໄກ ແລະ ໂດຍກົງ ຢູ່ສອງນະຄອນ Hiroshima ແລະ Nagasaki, ຍີ່ປຸ່ນ.

ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ ພະລັງພາຍໃນຂອງວັດທະນະທຳຫວຽດນາມ - ການພັດທະນາ ແລະ ຫັນປະເທດເປັນທັນສະໃໝ
ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ
ຫວຽດນາມຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
ຫວຽດນາມ ຍາມ​ໃດ​ກໍ່ມີ​ຄວາມສະເໝີຕົ້ນສະເໝີປາຍກັບນະໂຍບາຍຄັດຄ້ານອາວຸດນິວເຄຼຍ ແລະເປັນໜຶ່ງໃນປະເທດທຳອິດທີ່ເຂົ້າຮ່ວມ, ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ. ພາບ: History

ນີ້ແມ່ນຄັ້ງທີ 8 ຕິດຕໍ່ກັນນັບແຕ່ປີ 2014, ຫວຽດນາມໄດ້ສົ່ງສານເຖິງກອງປະຊຸມ, ໂດຍສະເພາະແມ່ນໃນສະພາບການສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW) ມີຜົນສັກສິດຢ່າງເປັນທາງການ ໃນວັນທີ 22 ມັງກອນ 2021. ຫວຽດນາມເປັນປະເທດທີ 10 ໃນ 55 ປະເທດທີ່ໄດ້ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.

ໃນສານສາມັກຄີ ມີບາງຕອນຂຽນວ່າ:

ໂດຍເປັນປະເທດທີ່ໄດ້ຮັບຜົນກະທົບອັນຮ້າຍແຮງຂອງສົງຄາມ, ໂດຍສະເພາະ​ແມ່ນທາດພິດສີສົ້ມ, ເປັນອາວຸດເຄມີທີ່ໄດ້ຂ້າປະຊາຊົນຫຼາຍລ້ານຄົນ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນອັນຮ້າຍແຮງ ແລະຍືດເຍື້ອຍາວນານຕໍ່ກັບສິ່ງແວດລ້ອມ. ຫວຽດນາມ ຍາມ​ໃດ​ກໍ່ມີ​ຄວາມສະເໝີຕົ້ນສະເໝີປາຍກັບນະໂຍບາຍຄັດຄ້ານອາວຸດນິວເຄຼຍ ແລະເປັນໜຶ່ງໃນປະເທດທຳອິດທີ່ເຂົ້າຮ່ວມ, ລົງນາມ ແລະໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ. ພວກຂ້າ​ພະ​ເຈົ້າ​ມີ​ຄວາມດີໃຈທີ່ສົນທິສັນຍາມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 22 ມັງກອນ 2021.

ນີ້ບໍ່ພຽງແຕ່ເປັນຄວາມພະຍາຍາມຂອງບັນດາລັດຖະບານເທົ່ານັ້ນ ແຕ່ຍັງເປັນການຮ່ວມມື ແລະການສະໜັບສະໜູນທີ່ເຂັ້ມແຂງຂອງບັນດາຂະບວນການສັນຕິພາບໂລກ ແລະ ຍີ່ປຸ່ນ. ປະຈຸບັນ, ໂລກຍັງປະເຊີນ ​​ໜ້າກັບບັນດາຄວາມສ່ຽງທີ່ນັບບໍ່ຖ້ວນຂອງອາວຸດນິວເຄຼຍ, ບັນ​ດາການຜັນແປທີ່ສັບສົນທີ່ສຸດ ເນື່ອງຈາກການແກ່ງແຍ່ງລະຫວ່າງບັນດາປະເທດມະຫາອຳນາດ, ລັດທິຊາດນິຍົມຫົວ​ຮຸນ​ແຮງ, ລັດທິມະ​ຫາອຳນາດ, ການກະທຳແບບຝ່າຍດຽວຂອງບັນດາປະເທດໃຫຍ່ຢູ່ໃນບັນ​ດາຈຸດຮ້ອນເຊັ່ນ: ທະເລຕາເວັນອອກ, ບັນດາສິ່ງທ້າທາຍດ້ານຄວາມປອດໄພແບບໃໝ່ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການລະບາດຂອງພະຍາດ ແລະອື່ນໆ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຍັງຢືນຢັນວ່າ: “ພັກ, ລັດ, ປະຊາຊົນ ແລະຂະບວນການສັນຕິພາບຂອງຫວຽດນາມ ຈະສືບຕໍ່ໄປຄຽງຄູ່ກັບບັນ​ດາ​ເພື່ອນ​ມິດ ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ”. ພ້ອມທັງຂໍສະແດງຄວາມຂອບໃຈຕໍ່ລັດ ແລະປະຊາຊົນຍີ່ປຸ່ນ ກໍ່ຄືປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກສໍາລັບຄວາມຮູ້ສຶກທີ່ດີ, ການສະ​ໜັບ​ສະໜູນອັນລໍ້າຄ່າຕໍ່​ກັບຫວຽດນາມໃນການຕໍ່ສູ້ເພື່ອເອກະລາດ​ຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືພາລະກິດການສ້າງສາ ແລະພັດທະນາປະເທດຊາດຄືໃນປະຈຸບັນ.

ກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ ແມ່ນການ​ເຄື່ອນ​ໄຫວປະຈໍາປີ ເຊິ່ງຈະຈັດຂຶ້ນແຕ່ວັນທີ 2-9 ສິງຫານີ້ ທີ່ນະຄອນ Hiroshima ແລະ Nagasaki ປະເທດຍີ່ປຸ່ນ ໂດຍມີການເຂົ້າຮ່ວມຂອງຫຼາຍພັນອົງການຈັດຕັ້ງ, ບຸກຄົນທີ່ຮັກຫອມສັນຕິພາບ ທົ່ວໂລກ. ຄະນະກຳມະການສັນຕິພາບຫວຽດນາມ, ອົງການຈັດຕັ້ງສະ​ມາ​ຊິກຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຍາມໃດກໍ່ສົ່ງຄະນະຜູ້ແທນເຂົ້າຮ່ວມ ແລະກ່າວ ຄຳປາໄສຢູ່ໃນບັນດາວາລະກອງປະຊຸມ.

ໄຊພອນ

ເຫດການ
302 Found

Found

The document has moved here.