ເຮັດ​ໃຫ້ການ​ເຄື່ອນ​ໄຫວພົວ​ພັນຮ່ວມ​ມື​ລະ​ຫວ່າງ​ສອງ​ແຂວງ ແທັງ​ຮວ໊າ ແລະ ຫົວ​ພັນ ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ

13:43 | 27/08/2022

ແຂວງ ຫົວພັນ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງ ແທັງຮວ໊າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນ, ທັນການຂອງແຂວງ ແທັງຮວ໊າ ໃນຫຼາຍຂົງເຂດ, ພິເສດແມ່ນ ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນ, ປະສົບການ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນ.

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ
ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ ຮັດ​ແໜ້ນ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ເທື່ອ​ທຽນ​ເຫ້ວ ກັບ​ແຂວງ​ຕ່າງໆຂອງປະເທດໄທ
ລາຍການສະແດງສິລະປະໃນພິທີ (ພາບ: VOV)
ລາຍການສະແດງສິລະປະໃນພິທີ (ພາບ: VOV)

ຫວ່າງແລ້ວນິີ້, ຢູ່ນະຄອນແທັງຮວ໊າ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ວັນເຊັນສັນຍາວ່າດ້ວຍການຮ່ວມມືມິດຕະພາບ ແທັງຮວ໊າ - ຫົວພັນ ຄົບຮອບ 55 ປີ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂດ໋ຈ້ອງຮຶງ, ເລຂາພັກແຂວງ ແທັງຮວ໊າ, ເນັ້ນໜັກວ່າ:

“ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ວັນເຊັນສັນຍາວ່າດ້ວຍການຮ່ວມມືມິດຕະພາບ ແທັງຮວ໋າ - ຫົວພັນ ຄົບຮອບ 55 ປີ ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນຫວນຄືນ, ເຄົາລົບຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດ, ມີຄວາມເອກອ້າງທະນົງໃຈກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບແບບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ແລະ ສອງແຂວງ ແທັງຮວ໊າ - ຫົວພັນ. ນີ້ແມ່ນຊັບສົມບັດອັນລ້ຳຄ່າ, ເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລຸ້ນຕ່າງໆຂອງສອງແຂວງ ແທັງຮວ໊າ - ຫົວພັນ ສືບຕໍ່ອະນຸລັກຮັກສາ, ສືບທອດ, ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງແຂວງໃຫ້ຫຼາຍກວ່າອີກ”.

ເຂົ້າຮ່ວມພິທີ, ທ່ານ ວັນໄຊ ແພງສຸມມາ, ເລຂາພັກ, ເຈົ້າແຂວງໆ ຫົວພັນ ຢັ້ງຢືນວ່າ ແຂວງ ຫົວພັນ ຍາມໃດກໍຮ່ວມເດີນທາງພ້ອມກັບແຂວງ ແທັງຮວ໊າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນພັດທະນາເສດຖະກິດ - ສັງຄົມໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ; ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງມີປະສິດທິຜົນ, ທັນການຂອງແຂວງ ແທັງຮວ໊າ ໃນຫຼາຍຂົງເຂດ, ພິເສດແມ່ນ ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນ, ປະສົບການ, ສ້າງພື້ນຖານໂຄງລ່າງທີ່ຈຳເປັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.