ແທັງຮ໊ວາ-ຫົວພັນ ຮ່ວມມືພັດທະນາຂົງເຂດກະສິກຳ

14:21 | 06/03/2024

ແທັງຮ໊ວາ-ຫົວພັນ ຮ່ວມມືພັດທະນາຂົງເຂດກະສິກຳ

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ
ຕຳຫຼວດ  ແຂວງແທັງຫວ໋າ ສສ ຫວຽດນາມ  ແລະ ຕຳຫຼວດແຂວງ ຫົວພັນ ຮ່ວມມືກັນປ້ອງກັນຄວາມສະຫງົບສຸກ ຕຳຫຼວດ ແຂວງແທັງຫວ໋າ ສສ ຫວຽດນາມ ແລະ ຕຳຫຼວດແຂວງ ຫົວພັນ ຮ່ວມມືກັນປ້ອງກັນຄວາມສະຫງົບສຸກ

ເພື່ອປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ (ປະເທດ ສປປ ລາວ), ຂະແໜງກະສິກຳ ແລະບັນດາເມືອງຊາຍແດນໄດ້ຕັ້ງໜ້າປະຕິບັດວຽກງານການຕ່າງປະເທດ, ການຮ່ວມມືມິດຕະພາບ, ການແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດກະສິກຳ, ຊົນນະບົດກັບບັນດາທ້ອງຖິ່ນຂອງແຂວງຫົວພັນ.

ແທັງຮ໊ວາ-ຫົວພັນ ຮ່ວມມືພັດທະນາຂົງເຂດກະສິກຳ

ຄະນະປະຕິບັດງານຂອງເມືອງກວານເຊີນ ຢ້ຽມຊົມຮູບແບບຜະລິດເຂົ້ານາແຊງ ຢູ່ເມືອງວຽງໄຊ, ແຂວງຫົວພັນ. ພາບ: baothanhhoa.vn

ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ເມືອງກວານເຊີນ ແຂວງແທັງຮ໊ວາ ສສ.ຫວຽດນາມ ໄດ້ຜັນຂະຫຍາຍຮູບແບບການຜະລິດກະສິກຳ ເພື່ອຊ່ວຍເຫຼືອປະຊາຊົນເມືອງວຽງໄຊ, ແຂວງຫົວພັນ, ສປປ ລາວ ພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່. ປີ 2023, ເມືອງກວານເຊີນ ໄດ້ມານະພະຍາຍາມປະຕິບັດຮູບແບບການຜະລິດເຂົ້ານາແຊງ (ລະດູແລ້ງ) ຢູ່ເມືອງວຽງໄຊ. ເພື່ອໃຫ້ບັນລຸປະສິດທິຜົນສູງ, ເມືອງກວານເຊີນ ໄດ້ສົມທົບກັບເມືອງວຽງໄຊ ປະຕິບັດການສຳຫຼວດຕົວຈິງຢູ່ 16 ບ້ານເພື່ອສະເໜີການປູກເຂົ້ານາແຊງດ້ວຍເນື້ອທີ່ສຳຫຼວດກວ່າ 100 ເຮັກຕາ.

ຜ່ານການສຳຫຼວດ, ເມືອງກວານເຊີນ ໄດ້ຕີລາຄາ ແລະເລືອກເອົາ 60 ເຮັກຕາຢູ່ 12 ບ້ານທີ່ປະຊາຊົນມີເງື່ອນໄຂຄົບຖ້ວນ, ເຂົ້າຮ່ວມຈັດຕັ້ງປະຕິບັດ, ມີຄວາມສາມາດ, ຄວາມມຸ່ງມາດປາດຖະໜາ, ບົນພື້ນຖານດັ່ງກ່າວ, ເມືອງກວານເຊີນ ໄດ້ໜູນຊ່ວຍແນວພັນເຂົ້າ 3,6 ໂຕນ ໃຫ້ເມືອງວຽງໄຊ (ເປັນຕົ້ນແມ່ນແນວພັນເຂົ້າໜຽວ N97, ເຂົ້າຍີ່ປຸ່ນ J02, ເຂົ້າຈ້າວ QR15); ປຸ໋ຍອົງຄະທາດ 24 ໂຕນ; ແປ້ງປູນ 5 ໂຕນ; ຝຸ່ນຟົດສະຟໍ 8 ໂຕນ; ຢາຂ້າຫຍ້າ, ຢາຂ້າຫອຍປາກກວ້າງ 5.400 ຖົງ; ຢາປ້ອງກັນພືດອື່ນໆ ໃຫ້ແກ່ 255 ຄອບຄົວຢູ່ 12 ບ້ານທີ່ເຂົ້າຮ່ວມຮູບແບບປູກເຂົ້ານາແຊງ.


ຄຽງຂ້າງກັນນັ້ນ, ເມືອງກວານເຊີນ ກໍ່ໄດ້ຈັດຕັ້ງໜ່ວຍຊ່ຽວຊານ, ຈັດພະນັກງານເຕັກນິກ 80 ເທື່ອຄົນມາໜູນຊ່ວຍ, ແນະນຳກ່ຽວກັບເຕັກນິກບົວລະບັດຕົ້ນເຂົ້າໃຫ້ປະຊາຊົນ. ນອກຈາກນັ້ນ, ເມືອງກວານເຊີນ ຍັງໄດ້ແລກປ່ຽນ, ກຳແໜ້ນຂໍ້ມູນຂ່າວສານ ແລະໜູນຊ່ວຍເຕັກນິກຜ່ານທາງອອນລາຍ ເພື່ອກຳແໜ້ນສະພາບການເຕີບໃຫຍ່ຂອງຕົ້ນເຂົ້າ ແລະການຜັນແປຂອງສັດຕູພືດ, ເພື່ອພົບເຫັນໂດຍໄວ, ແລ້ວມີມາດຕະການແກ້ໄຂ. ຕາມທ່ານ ຫງວຽນວັນຊິງ, ຫົວໜ້າຫ້ອງການກະສິກຳ ແລະພັດທະນາຊົນນະບົດ ເມືອງກວານເຊີນ ແລ້ວ, ເຖິງວ່າເປັນຄັ້ງທຳອິດທີ່ຜັນຂະຫຍາຍການປະຕິບັດຮູບແບບການປູກເຂົ້ານາແຊງຢູ່ປະເທດເພື່ອນລາວ ແຕ່ກໍ່ດ້ວຍຂະໜາດໃຫຍ່, ເນື້ອທີ່ກວ້າງຂວາງ, ຢູ່ຫຼາຍບ້ານ, ສ່ວນຫຼາຍແມ່ນຢູ່ເຂດຜະລິດຂອງ ເມືອງວຽງໄຊ, ຈຳນວນຄອບຄົວເຂົ້າຮ່ວມກໍ່ຫຼາຍ. ໃນຂະນະນັ້ນ ປະຊາຊົນຢູ່ທີ່ນີ້ກໍ່ຍັງບໍ່ທັນມີຄວາມຮູ້, ບໍ່ທັນມີບົດຮຽນໃນການຜະລິດເຂົ້ານາແຊງ ແລະປະສົບຄວາມຫຍຸ້ງຍາກກ່ຽວກັບສະພາບດິນຟ້າອາກາດທີ່ບໍ່ອຳນວຍ ແລະຂໍ້ກຳນົດການໄປມາຫາສູ່ລະຫວ່າງສອງປະເທດ... ແຕ່ວ່າດ້ວຍຄວາມມານະພະຍາຍາມຂອງເມືອງກວານເຊີນ, ຮູບແບບນີ້ໄດ້ຜັນຂະຫຍາຍປະສົບຜົນສຳເລັດ, ບັນລຸປະສິດທິຜົນສູງສຸດທັງດ້ານເນື້ອທີ່.

ຜ່ານການຕີລາຄາ, ສະມັດຕະພາບຂອງຮູບແບບປູກເຂົ້ານາແຊງຢູ່ເມືອງວຽງໄຊ ບັນລຸແຕ່ 5,22 ຫາ 5,58 ໂຕນ/ເຮັກຕາ, ສະເລ່ຍທົ່ວເມືອງບັນລຸ 5,4 ໂຕນ/ເຮັກຕາ ທຽບເທົ່າກັບສະມັດຕະພາບສະເລ່ຍທົ່ວເມືອງ ປີ 2023 ຂອງເມືອງກວານເຊີນ; ໂດຍໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກອຳນາດການປົກຄອງ ແລະປະຊາຊົນເມືອງວຽງໄຊ.

ນອກຈາກຮູບແບບປູກເຂົ້ານາແຊງແລ້ວ, ເມືອງກວານເຊີນ ຍັງໜູນຊ່ວຍເມືອງວຽງໄຊ ສ້າງຮູບແບບສວນໝາກກ້ຽງ ດ້ວຍຂອບຂະໜາດ 1 ເຮັກຕາ, ມູນຄ່າກວ່າ 400 ລ້ານດົ່ງ; ໜູນຊ່ວຍຊັບພະຍາກອນມະນຸດ ແລະຢາປ້ອງກັນ ແລະຂ້າຕັກກະແຕນທີ່ມາທຳລາຍ... ບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນນາແມວ ແລະພໍ່ແມ່ປະຊາຊົນບ້ານນາແມວ ໄດ້ໜູນຊ່ວຍແນວພັນພືດ, ແນວພັນສັດລ້ຽງຫຼາຍຊະນິດທີ່ມີສະມັດຕະພາບສູງໃຫ້ປະຊາຊົນບ້ານເລີຍ, ເມືອງວຽງໄຊ ເພື່ອຊ່ວຍໃຫ້ເຂົາເຈົ້າຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ, ຊ່ວຍຫຼຸດຜ່ອນອັດຕາຄອບຄົວທຸກຍາກ. ນອກຈາກນັ້ນ, ສອງເມືອງຍັງໄດ້ດຳເນີນການແລກປ່ຽນ, ກຳແໜ້ນຂໍ້ມູນຂ່າວສານຜ່ານທາງໂທລະສັບກ່ຽວກັບວຽກງານສົມທົບກັນປົກປັກຮັກສາປ່າໄມ້, ປ້ອງກັນ ແລະຕ້ານໄຟໄໝ້ປ່າຢູ່ເຂດຊາຍແດນເປັນປົກກະຕິ, ຜ່ານນັ້ນ ກໍ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງຢູ່ເສັ້ນຊາຍແດນ.

ຊຸມປີຜ່ານມາ, ບົນພື້ນຖານແຜນການເຄື່ອນໄຫວພົວພັນຕ່າງປະເທດຂອງແຂວງແທັງຮ໊ວາ, ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງ ໄດ້ຈັດຕັ້ງພິທີລົງນາມໂຄງການສົມທົບກັບພະແນກກະສິກຳແຂວງຫົວພັນ ກ່ຽວກັບການປ້ອງກັນ ແລະຕ້ານໄຟໄໝ້ປ່າ ແລະພັດທະນາປ່າໄມ້ຢູ່ເຂດຊາຍແດນຂອງສອງແຂວງແທັງຮ໊ວາ-ຫົວພັນ. ບົນພື້ນຖານດັ່ງກ່າວ, ບັນດາຄ້າຍກວດກາປ່າໄມ້ທີ່ຢູ່ບໍລິເວນ 5 ເມືອງຊາຍແດນຂອງແຂວງໄດ້ຜັນຂະຫຍາຍການປະຕິບັດວຽກງານປົກປັກສາປ່າໄມ້, ປ້ອງກັນ ແລະຕ້ານໄຟໄໝ້ປ່າ, ພັດທະນາປ່າໄມ້ກັບເມືອງສົບເບົາ, ເມືອງວຽງໄຊ ແລະເມືອງຊຳໃຕ້, ແຂວງຫົວພັນ.

ຢູ່ບັນດາເມືອງຊາຍແດນຂອງແຂວງແທັງຮ໊ວາ ຂັ້ນເມືອງ ແລະຂັ້ນຕາແສງ ກໍ່ພ້ອມແລ້ວທີ່ຈະລະດົມໃຫ້ໄດ້ກວ່າ 14.500 ຄົນ, ລົດໃຫຍ່ 102 ຄັນ, ລົດຈັກ 2.646 ຄັນ ແລະເຄື່ອງຈັກ 12.290 ເຄື່ອງ, ວັດຖຸອຸປະກອນຕ້ານອັກຄີໄພ, ຕ້ານໄຟໄໝ້ປ່າ ໃຫ້ເຂົ້າຮ່ວມການຕ້ານໄຟໄໝ້ປ່າ ແລະໜູນຊ່ວຍແຂວງຫົວພັນ ເມື່ອມີຄວາມຕ້ອງການ. ນອກຈາກນັ້ນ, ຂະແໜງກະສິກຳ ຍັງໄດ້ປະຕິບັດການໜູນຊ່ວຍ, ສົມທົບກັບແຂວງຫົວພັນ ສ້າງແຜນຮ່າງກຳນົດຂົງເຂດກະສິກຳ ໃນນັ້ນມີເຂດລ້ຽງສັດຢູ່ບັນດາເມືອງພູດອຍທີ່ມີເງື່ອນໄຂສະດວກດ້ານພູມສາດ, ອາກາດ ແລະລັກສະນະທີ່ດິນ; ການປະສົມແນວພັນ, ນຳເຂົ້າແນວພັນງົວ, ຄວາຍທີ່ມີສະມັດຕະພາບສູງ ເພື່ອມາປະສົມກັບແນວພັນຂອງທ້ອງຖິ່ນ ຈຸດປະສົງແມ່ນຍົກສູງຄຸນນະພາບຂອງແນວພັນ. ສົມທົບກັບການວາງແຜນກຳນົດເຂດປູກພືດສຳລັບສັດລ້ຽງຕິດພັນກັບການພັດທະນາຟາມສັດລ້ຽງ ເພື່ອຮັບປະກັນແຫຼ່ງສະໜອງກັບທີ່, ປະຢັດລາຍຈ່າຍ...

ປະຈຸບັນ, ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງແທັງຮ໊ວາ ໄດ້ສ້າງແຜນການຈັດຕັ້ງການຄົ້ນຄວ້າ, ສຳຫຼວດເຂດປູກຈຸດສຸມ, ຮາກຖານປຸງແຕ່ງ, ຮາກຖານຫຸ້ມຫໍ່ຜະລິດຕະພັນກະສິກຳ (ເຂົ້າ, ມັນຕົ້ນ, ສາລີ...) ຢູ່ແຂວງຫົວພັນ. ໃນໄລຍະທີ່ຈະມາເຖິງ, ພະແນກກະສິກຳ ແລະພັດທະນາຊົນນະບົດແຂວງແທັງຮ໊ວາ ຈະຈັດຕັ້ງຄະນະປະຕິບັດງານມາແຂວງຫົວພັນ ເພື່ອຜັນຂະຫຍາຍປະຕິບັດແຜນການໜູນຊ່ວຍການພັດທະນາກະສິກຳ ຕາມຂໍ້ຕົກລົງການຮ່ວມມືລະຫວ່າງສອງແຂວງແທັງຮ໊ວາ-ຫົວພັນ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.