ຄົບຊຸດ, ​ເປັນ​ເອກະ​ພາບ​ໃນ​ການ​ຫັນ​​ການທ່ອງທ່ຽວເປັນດີຈີຕອນ

12:04 | 19/08/2022

ຍສໝ - ການຫັນປ່ຽນດີຈີຕອນໃນການທ່ອງທ່ຽວເພື່ອພັດທະນາການທ່ອງທ່ຽວດີຈີຕອນ, ການທ່ອງທ່ຽວອັດສະລິຍະແມ່ນເນື້ອໃນທີ່ຂະແຫນງທ່ອງທ່ຽວຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງ ແລະ ເອົາໃຈໃສ່ໃນຊຸມປີມໍ່ໆມານີ້.

ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ຕໍ່ໜ້າ​ສະພາບ​ການ​ຫັນ​ເປັນດີຈີຕອນ​ໃນ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ຍັງ​ດຳເນີນແບບຍ່ອຍ, ​ເລື່ອງ​ສ້າງເອສະການແນະນຳ “ການ​ຫັນ​ເປັນ​ດິີຈີ​ຕອນ​ໃນ​ຂະ​ແໜງ​ການທ່ອງທ່ຽວ: ຫັນ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ເປັນ​ເອກະ​ພາບ”, ສູນຂໍ້ມູນຂ່າວສານການທ່ອງທ່ຽວ (VNAT) ຫາກໍ່​ໄດ້​ຜັນ​ຂະຫຍາຍ ​ແລະ ແນະນຳ, ຖືວ່າເປັນບາດກ້າວທີ່ຕັ້ງໜ້າໃນການພັດທະນາລະບົບນິເວດການທ່ອງທ່ຽວດີຈີຕອນ.

ຄົບຊຸດ, ​ເປັນ​ເອກະ​ພາບ​ໃນ​ການ​ຫັນ​​ການທ່ອງທ່ຽວເປັນດີຈີຕອນ
ຄົບຊຸດ, ​ເປັນ​ເອກະ​ພາບ​ໃນ​ການ​ຫັນ​​ການທ່ອງທ່ຽວເປັນດີຈີຕອນ. ພາບ: ຮຸຍເລ

ການຫັນປ່ຽນດີຈີຕອນໃນການທ່ອງທ່ຽວເພື່ອພັດທະນາການທ່ອງທ່ຽວດີຈີຕອນ, ການທ່ອງທ່ຽວອັດສະລິຍະແມ່ນເນື້ອໃນທີ່ຂະແຫນງທ່ອງທ່ຽວຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງ ແລະ ເອົາໃຈໃສ່ໃນຊຸມປີມໍ່ໆມານີ້.

ຜູ້ອຳນວຍການໃຫຍ່ບໍລິສັດ VietISO ຫງວຽນກວຽດເຕິມ ໃຫ້ຂໍ້ສັງເກດວ່າ: ບັນດາທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວສ່ວນຫຼາຍໄດ້ມີສະຕິຕໍ່ການຫັນ ເປັນດີຈີຕອນ ແລະ ພວມມານະພະຍາຍາມຫັນເປັນການທ່ອງທ່ຽວເປັນ ດີຈີຕອນ.

ທ່ານ ຮ່ວາງ​ກວກ​ຮ່ວາ, ຮອງ​ຜູ້ອໍານວຍການຝ່າຍ​ບໍລິຫານ​ສູນ​ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ ​ໃຫ້​ຮູ້​ວ່າ: ແອັບ​ພຼິເຄຊັນ ​ແລະ ຊອບ​ແວ​ຂອງ​ລະບົບ​ນິ​ເວດ​ຫັນ​ເປັນດີຈີ​ຕອນ​ການທ່ອງທ່ຽວ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ສູນ​ໄດ້​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ໄລຍະ 3 ປີຜ່ານມາ (​ແຕ່​ກາງ​ປີ 2019). ໃນໄລຍະຈະມາເຖິງ, ເພື່ອປະກອບສ່ວນຍູ້ໄວການຫັນເປັນດີຈີຕອນຂອງ ການທ່ອງທ່ຽວ, ສູນຈະສືບຕໍ່ກວດກາຄືນ ແລະ ອັບເດດເອກະສານແນະນຳ, ມຸ່ງໄປເຖິງການພັດທະນາເປັນປື້ມຄູ່ມືການຫັນເປັນດີຈີຕອນໃນຂະແໜງທ່ອງທ່ຽວ;..

ບູນມີ

ເຫດການ
302 Found

Found

The document has moved here.