ມີ​ນັກ​ສຶກ​ສາ​ນິວ​ຊີ​ແລນ 50 ກວ່າ​ຄົນ​ເລືອກ​ເອົາ​ຫວຽດ​ນາມເພື່ອ​ຝຶກ​ງານ

16:30 | 19/08/2022

ຍ​ສ​ໝ - ທຶນ​ການ​ສຶກ​ສາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເຂດ​ອາ​ຊີ (Prime Minister's Scholarships for Asia (PMSA) ຄັ້ງນີ້ໄດ້ຄັດເລືອກເອົານັກສຶກສານິວຊີແລນທີ່ດີທີ່ສຸດ 403 ຄົນ. ​ໃນ​ນັ້ນ, ມີ​ນັກ​ສຶກສາ 52 ຄົນ​ໄດ້​ເລືອກ​ເອົາ ຫວຽດນາມ ​ເປັນ​ສະ​ຖານ​ທີ່​ສຶກສາ​ຂອງ​ຕົນ.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ມີ​ການພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ 50 ປີ​ຜ່ານ​ມາ
ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ
ມີ​ນັກ​ສຶກ​ສາ​ນິວ​ຊີ​ແລນ 50 ກວ່າ​ຄົນ​ເລືອກ​ເອົາ​ຫວຽດ​ນາມເພື່ອ​ຝຶກ​ງານ
ນັກ​ສຶກ​ສາ ນິວ​ຊີ​ແລນ (ພາບ: tienphong.vn)

ນັກ​ສຶກ​ສາ ນິວ​ຊີ​ແລນ 52 ຄົນ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ລັດ​ຖະ​ບານ ໄດ້​ເລືອກ​ເອົາ​ຫວຽດ​ນາມ ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ການ​ເດີນ​ທາງ​ກາຍ​ເປັນ​ພົນ​ລະ​ເມືອງ​ທົ່ວ​ໂລກ.

ທຶນ​ການ​ສຶກ​ສາ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເຂດ​ອາ​ຊີ (Prime Minister's Scholarships for Asia (PMSA) ຄັ້ງນີ້ໄດ້ຄັດເລືອກເອົານັກສຶກສານິວຊີແລນທີ່ດີທີ່ສຸດ 403 ຄົນ. ​ໃນ​ນັ້ນ, ມີ​ນັກ​ສຶກສາ 52 ຄົນ​ໄດ້​ເລືອກ​ເອົາ ຫວຽດນາມ ​ເປັນ​ສະ​ຖານ​ທີ່​ສຶກສາ​ຂອງ​ຕົນ.

ລະ​ອຽດ​ແມ່ນ, ນັກສຶກສາ 3 ກຸ່ມທີ່ໄດ້ຮັບທຶນການສຶກສາ PMSA ຈະມາຫວຽດນາມ ໃນປີ 2022, ລວມມີ:

ນັກສຶກສາກຸ່ມ 1 ໃນຈໍານວນ 10 ຄົນຈາກມະຫາວິທະຍາໄລ Massey ຈະມາ​ຝຶກງານໃນຂະແໜງອອກແບບແຟຊັ່ນຢູ່ນະຄອນໂຮ່ຈີມິນ​ເປັນ​ເວ​ລາ 8 ອາ​ທິດ.

ກຸ່ມ​ທີ 2 ມີ​ນັກ​ສຶກ​ສາ 12 ຄົນ​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Waikato ຈະ​ມ​າ​ຝຶກ​ງານ​ໃນ​ຂະ​ແໜງ​ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ, ການ​ຄ້າ ແລະ ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ເປັນ​ເວ​ລາ 8 ອາ​ທິດ.

ກຸ່ມ​ທີ 3 ມີ​ນັກ​ສຶກ​ສາ 30 ຄົນ​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ Auckland ຈະ​ມາ​ຝຶກ​ງານ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ເປັນ​ເວ​ລາ 8 ອາ​ທິດ.

ທຶນ​ການ​ສຶກ​ສາ PMSA ຫວັງ​ວ່າ​ຈະ​ສ້າງ​ບາດ​ກ້າວ​ທີ່​ຈຳ​ເປັນ​ເພື່ອ​ປະ​ກອບທັກ​ສະ​ໃຫ້​ແກ່​ນັກ​ສຶກ​ສາ​ ​ເຊິ່ງ​ບັນ​ດາ​ຜູ້​ຮັບ​ສະ​ໝັກ​ພະ​ນັກ​ງານ​ໃນ​ທົ່ວ​ໂລກ ລ້ວນ​ແຕ່​ຊອກ​ຫາ, ມຸ່ງ​ໄປ​ເຖິງ​ການ​ກາຍ​ເປັນ​ພົນ​ລະ​ເມືອງ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.