ຫຼາຍອົງການສາກົນມີຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ຄາດຄະເນ GDP ເພີ່ມຂຶ້ນ 6,9 – 7%

11:48 | 09/07/2022

ໃນບົດລາຍງານອັບເດດຫຼ້າສຸດກ່ຽວກັບເສດຖະກິດມະຫາພາກ ຫວຽດນາມ ໂດຍທະນາຄານ HSBC ຫາກໍ່ປະກາດນັ້ນ, ອົງການການເງິນນີ້ປະກາດເພີ່ມລະດັບຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນປີນີ້ແຕ່ 6,6% ຂຶ້ນເປັນ 6,9%.

ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7% ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7%
ເສດຖະກິດ ຫວຽດນາມ ຟື້ນຟູຢ່າງຕັ້ງໜ້າ, ຄາດວ່າລະດັບເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42 % ເສດຖະກິດ ຫວຽດນາມ ຟື້ນຟູຢ່າງຕັ້ງໜ້າ, ຄາດວ່າລະດັບເຕີບໂຕ GDP 6 ເດືອນຜ່ານມາບັນລຸ 6,42 %
ພາບປະກອບ
ພາບປະກອບ

ບາງອົງການການເງິນໃຫຍ່ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ພາຍຫຼັງບັນລຸໝາກຜົນຕັ້ງໜ້າໃນ 6 ເດືອນຕົ້ນປີ. ໃນບົດລາຍງານອັບເດດຫຼ້າສຸດກ່ຽວກັບເສດຖະກິດມະຫາພາກ ຫວຽດນາມ ໂດຍທະນາຄານ HSBC ຫາກໍ່ປະກາດນັ້ນ, ອົງການການເງິນນີ້ປະກາດເພີ່ມລະດັບຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນປີນີ້ແຕ່ 6,6% ຂຶ້ນເປັນ 6,9%, ອາດຈະນຳໜ້າໃນກຸ່ມ ອາຊຽນ. ກຸ່ມຄົ້ນຄ້ວາ ຂອງ HSBC ຕີລາຄາລະດັບການເຕີບໂຕ 7,7% ຂອງ ຫວຽດນາມ ໃນໄຕມາດທີ II ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ແມ່ນກະໂດດຂັ້ນ, ລື່ນກາຍຕົວເລກຄາດຄະເນແມ່ນ 5,9% ຂອງບັນດາອົງການຄົ້ນຄ້ວາທີ່ຍົກອອກມາກ່ອນນັ້ນ.

ກຸ່ມຄົ້ນຄ້ວາຂອງທະນາຄານ UOB ກໍ່ເພີ່ມລະດັບການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນປີນີ້ແຕ່ 6,5% ຂຶ້ນເປັນ 7%. ທະນາຄານລົງທຶນ Maybank ກໍ່ໄດ້ຍົກລະດັບການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ແຕ່ລະດັບ 5,8% ຂຶ້ນເປັນ 6,9% ພາຍຫຼັງບັນດາໝາກຜົນຕັ້ງໜ້າໃນ 6 ເດືອນຕົ້ນປີ.

ກອງທຶນເງິນຕາສາກົນ (IMF) ຫາກໍ່ປະກາດບົດລາຍງານກ່ຽວກັບ ຫວຽດນາມ ແລະ ຄາດຄະເນວ່າ GDP ຈະເພີ່ມຂຶ້ນ 6% ແລະ ລະດັບເງິນເຟີ້ແມ່ນ 3,9% ໃນປີນີ້. ຂໍ້ສັງເກດນີ້ກໍ່ຄືກັນກັບທະນາຄານໂລກ (WB) ໃນບົດລາຍງານອັບເດັດກ່ຽວກັບເສດຖະກິດມະຫາພາກ ຫວຽດນາມ ເດືອນ ມິຖຸນາ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.