ເພີ່ມທະວີ​ການ​ສົມທົບກັນ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານການທູດ​ປະຊາຊົນ​ຂອງແຂວງ​ແຄ໋ງຮວ່າ

07:19 | 16/08/2022

ຍສໝ - ທ່ານ​ນາງປະທານ​ ຫງວຽນ​ເຟືອງງາ ​ໄດ້​ແຈ້ງຂໍ້ມູນ ອັບເດດກ່ຽວ​ກັບ​ບາງ​ແຜນນະໂຍບາຍ ​ແລະ ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ການທູດປະຊາຊົນ​ ​ແລະ ການກໍານົດທິດການ​ເຄື່ອນ​ໄຫວ​ຂອງ​ລະບົບ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ...

ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ ຜັນຂະຫຍາຍ​ແຜນການ​ຮ່ວມ​ມື​ດ້ານ​​ບຳລຸງ​ສ້າງ​ພະນັກງານ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ຈີນ ​ຢ່າງ​ມີ​ປະສິດທິ​ຜົນ
60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ: ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​​ໂທ​ລະ​ເລກອວຍພອນ

ນັ້ນ​ແມ່ນ​ຈິດ​ໃຈ​ຫຼັກ​ໃນ​ການ​ເຮັດ​ວຽກ​ຂອງ ​​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ທ່ານນາງ ຫງວຽນ​ເຟືອງງາ ກັບ​ຄະນະ​ປະຈຳ​ພັກ​ແຂວງ ແຄ໋ງຮວ່າ ​ເມື່ອບໍ່ດົນມານີ້ ຢູ່ ຍາຈາງ.

ເພີ່ມທະວີ​ການ​ສົມທົບກັນ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານການທູດ​ປະຊາຊົນ​ຂອງແຂວງ​ແຄ໋ງຮວ່າ
ທ່ານນາງ ຫງວຽນ​ເຟືອງງາ ເຮັດວຽກກັບ​ຄະນະ​ປະຈຳ​ພັກ​ແຂວງ ແຄ໋ງຮວ່າ. ພາບ: thoidai.com.vn

ຕາມ​ບົດ​ລາຍ​ງານ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ແຂວງ​ແຄ໋ງຮວ່າ ​ແລ້ວ, ​ໃນ​ຊຸມ​ປີຜ່ານ​ມາ​, ​ແຂວງ​ແຄ໋ງຮວ່າ ​ໄດ້ເປັນເຈົ້າ​ການ​ເຄື່ອນ​ໄຫວ​ປະດິດ​ສ້າງ​ແນວ​ຄິດ, ວິທີ ​ແລະ ​ເນື້ອ​ໃນ​ວຽກ​ງານ​ການທູດ​ປະຊາຊົນ, ​ໄດ້​ມີ​ການ​ເຄື່ອນ​ໄຫວຕັ້ງໜ້າ​ຫຼາຍ​ຢ່າງ​ປະກອບສ່ວນ​ເປີດກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມືມິດຕະພາບ​ກັບ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ອື່ນໆ​.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງປະທານ​ ຫງວຽນ​ເຟືອງງາ ​ໄດ້​ແຈ້ງຂໍ້ມູນ ອັບເດດກ່ຽວ​ກັບ​ບາງ​ແຜນນະໂຍບາຍ ​ແລະ ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ການທູດປະຊາຊົນ​ ​ແລະ ການກໍານົດທິດການ​ເຄື່ອນ​ໄຫວ​ຂອງ​ລະບົບ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ຢືນຢັນ​ວ່າ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ຈະສືບ​ຕໍ່​ສົມທົບ​ກັບ​ແຂວງ​ແຄ໋ງຮວ່າ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍວຽກງານການ​ທູດ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ, ຮັບ​ໃຊ້ຢ່າງແທດ​ຈິງ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ແຂວງ.

ທ່ານ ຫງວຽນ​ຄັກຕວ່ານ, ຮອງ​ເລຂາ​​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຢືນຢັນ​ວ່າ: ​ແຂວງ​ແຄ໋ງຮວ່າ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ປ່ຽນແປງ ໃໝ່ວິທີສໍາຜັດ​ເພື່ອ​​ເພີ່ມ​ທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນການເຄື່ອນໄຫວການທູດ ​ປະຊາຊົນ​ຂອງ​ແຂວງ ແລະ ຊີ້​ນຳອົງການເຈົ້າໜ້າທີ່ຂອງ​ແຂວງ ຄົ້ນຄວ້າ ​ແລະ ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.