ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ (8-8-1967 / 8-8-2022): 55 ປີອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ

20:41 | 11/08/2022

ວັນທີ 8 ສິງຫາ 1967, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງ, ເລີ່ມຕົ້ນວິວັດທະນາການເຊື່ອມຕໍ່ຢ່າງເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະພາກພື້ນ.

55 ປີ ອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ 55 ປີ ອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ
ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ

ຈາກກຸ່ມປະເທດອາຊີຕາເວັນອອກສ່ຽງໃຕ້ ເຄີຍຖືກແບງ່ແຍກຍ້ອນສົງຄາມ, ຜ່ານ 55 ປີແຫ່ງການສ້າງສາ ແລະພັດທະນາ, ປະຈຸບັນ ອາຊຽນ ແມ່ນໜຶ່ງໃນບັນດາອົງການຈັດຕັ້ງພາກພື້ນທີ່ສຳຄັນ, ມີອິດທິພົນຊື່ສຽງ ແລະປະສົບຜົນສຳເລັດຢູ່ໃນໂລກ, ແມ່ນຊາຍຄາລວມສະໜິດຕິດພັນ ຂອງປະຊາຊົນກວ່າ 650 ລ້ານຄົນ ຂອງ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ທີ່ມີສີສັນວັດທະນະທໍາຫຼາຍຮູບຫຼາຍແບບ, ປະຊາຄົມເສດຖະກິດໃຫຍ່ອັນດັບ 5 ໃນໂລກ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະສຳຄັນຂອງຫຼາຍປະເທດ, ສວມບົດບາດໃຈກາງຂອງບັນດາວິວັດທະນາການເຈລະຈາ, ຮ່ວມມື ແລະເຊື່ອມຕໍ່ທີ່ສຳຄັນຢູ່ພາກພື້ນ.

ເສັ້ນທາງກໍ່ສ້າງປະຊາຄົມອາຊຽນ ທີ່ມີວິໄສທັດ ແລະສີສັນລວມ

ການກຳເນີດຂອງອາຊຽນ ກ່ອນນີ້ 55 ປີ ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາລວມ ຂອງຫຼາຍປະເທດໃນພາກພື້ນກ່ຽວກັບສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະການຮ່ວມມືພ້ອມກັນພັດທະນາ. ຜ່ານການຜັນແປ ແລະການຮັບມືກັບການປ່ຽນແປງຂອງໂລກ ແລະພາກພື້ນ, ອາຊຽນ ນັບມື້ນັບພັດທະນາ ແລະສົມບູນແບບໃນທຸກດ້ານ. ປີ 1995, ຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ ໄດ້ເປີດເສັ້ນທາງໃຫ້ແກ່ການກໍ່ສ້າງຊາຍຄາລວມອາຊຽນ ສະໜິດຕິດພັນ 10 ປະເທດອາຊີຕາເວັນອອກສ່ຽງໃຕ້. ປີ 1997, ເປັນຄັ້ງທຳອິດທີ່ອາຊຽນ ຮັບຮອງເອົາວິໄສທັດອາຊຽນ 2020 ກ່ຽວກັບປະຊາຄົມ “ສະໜິດຕິດພັນໃນສີສັນລວມ”, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງບັນດາປະເທດສະມາຊິກກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ “ແມ່ນ້ຳລຳເຊ ແລະພູຜາປ່າໄມ້ບໍ່ຖືກຕັດແຍກ ຫາກສະໜິດຕິດພັນພວກເຮົາໃນການຮ່ວມມືມິດຕະພາບ”. ພິເສດ, ການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015 ດ້ວຍ 3 ເສົາຄ້ຳ ກ່ຽວກັບຄວາມໝັ້ນຄົງ-ການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ ໄດ້ຍົກວິວັດທະນາການຮ່ວມມື ແລະເຊື່ອມຕໍ່ພາກພື້ນ ຂຶ້ນສູ່ລະດັບສູງໃໝ່ ເພື່ອສັນຕິພາບ, ການຮ່ວມມື ແລະພ້ອມກັນພັດທະນາວັດທະນາຖາວອນ.

ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ (8-8-1967 / 8-8-2022): 55 ປີອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ
ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: VOV

“ວິທີການເຄື່ອນໄຫວຂອງອາຊຽນ” ອີງໃສ່ພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ຄວາມສາມັກຄີ, ເຫັນດີເຫັນພ້ອມ ແລະບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ຍາມໃດກໍ່ຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍ, ສ້າງຄຸນຄ່າ ແລະສີສັນຂອງອາຊຽນ. “ວິທີການເຄື່ອນໄຫວຂອງອາຊຽນ” ໄດ້ຊ່ວຍອາຊຽນ ແລະບັນດາປະເທດສະມາຊິກ ຜ່ານຜ່າໄລຍະຫຍຸ້ງຍາກຂອງພາກພື້ນ ແລະໂລກ. ພ້ອມກັນນັ້ນ, ແຕ່ລະເທື່ອເມື່ອຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ອາຊຽນ ນັບມື້ນັບເຕີບໂຕ, ຈິດໃຈສາມັກຄີ, ເຫັນດີເປັນເອກະພາບຍິ່ງໄດ້ຮັບການເຊີດຊູ, ວິທີການ ແລະສີສັນອາຊຽນ ຍິ່ງແຜ່ຂະຫຍາຍ. ຍ້ອນເຫດນັ້ນ, ອາຊຽນ ຍິ່ງຢັ້ງຢືນໄດ້ອິດທິພົນຊື່ສຽງ, ຖານະທີ່ຕັ້ງ ແລະບົດບາດໃຈກາງ, ການພົວພັນກັບບັນດາຄູ່ຮ່ວມມືໄດ້ຮັບການເປີດກວ້າງ. ມີເນື້ອແທ້ ແລະເລິກເຊິ່ງກວ່າ, ຍາດແຍ່ງການສະໜັບສະໜູນຢ່າງເລິກເຊິ່ງ, ກວ້າງຂວາງ ແລະມີປະສິດທິຜົນຈາກສາກົນ ເພື່ອຊຸກຍູ້ການພັດທະນາ ແລະເຊື່ອມຕໍ່ຂອງອາຊຽນ. ມາຮອດປະຈຸບັນ, ອາຊຽນ ມີການພົວພັນຄູ່ເຈລະຈາກັບ 11 ປະເທດ ແລະອົງການຈັດຕັ້ງສາກົນທີ່ສຳຄັນ (ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສະຫະພາບເອີລົບ...). ຫຼາຍທັດສະນະ ແລະຂໍ້ກຳນົດຂອງອາຊຽນ, ຄື: ກົດບັດອາຊຽນ, ສົນທິສັນຍາເປັນມິດ ແລະຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC)... ໄດ້ຮັບການຊົມເຊີຍ ແລະສະໜັບສະໜູນຈາກປະຊາຄົມສາກົນ, ຈາກນັ້ນຊຸກຍູ້ການຮ່ວມມື ແລະຍົກລະດັບການພົວພັນກັບອາຊຽນ.

ຜ່ານ 55 ປີແຫ່ງການສ້າງສາ ແລະພັດທະນາ, ອາຊຽນ ອາດສາມາດເອກອ້າງທະນົງໃຈວ່າ ອາຊຽນ ແມ່ນແບບຢ່າງເຊື່ອມຕໍ່ພາກພື້ນປະສົບຜົນສຳເລັດ. ບັນດາຜົນງານທີ່ບັນລຸໄດ້ແມ່ນພື້ນຖານໝັ້ນຄົງເຂັ້ມແຂງໃຫ້ອາຊຽນ ມານະພະຍາຍາມສຳເລັດວິໄສທັດອາຊຽນ 2025 ແລະກໍ່ສ້າງວິໄສທັດຫຼັງປີ 2025 ເພື່ອສືບຕໍ່ປັບປຸງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຮັບມື. ສາມັກຄີ ເພື່ອເຫັນດີເປັນເອກະພາບເຈດຈຳນົງ, ເຊີດຊູສະຕິປະຊາຄົມ, ແບ່ງປັນຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ແລະຍາວນານຂອງປະຊາຄົມອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ. ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັກສາຄຸນທາດ, ເພີ່ມທະວີກຳລັງແຮງບົ່ມຊ້ອນ ແລະກຳລັງແຮງພາຍໃນຂອງແຕ່ລະປະເທດສະມາຊິກ ແລະຂອງປະຊາຄົມອາຊຽນ. ຮັບມືເພື່ອເຊື່ອໝັ້ນຕົນເອງ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ບືນຕົວຂຶ້ນຕໍ່ໜ້າການຜັນແປຢ່າງສັບສົນຂອງພາກພື້ນ ແລະໂລກ.

ຫວຽດນາມ ຍາມໃດກໍ່ເພື່ອປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະພັດທະນາ

ອາຊຽນ ຮັກສາທີ່ຕັ້ງສຳຄັນໃນນະໂຍບາຍພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ເຂົ້າເປັນສະມາຊິກອາຊຽນ ໃນປີ 1995 ແມ່ນລັດຖະນະໂຍບາຍທີ່ມີລະດັບຍຸດທະສາດຂອງພັກ ແລະລັດເຮົາ, ປະກອບສ່ວນສ້າງສະຖານະການໃໝ່ກ່ຽວກັບການເຊື່ອມໂຍງສາກົນ ແລະພັດທະນາຂອງປະເທດ, ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍາດແຍ່ງທຸກແຫຼ່ງກຳລັງພາຍນອກ ໃຫ້ແກ່ການສ້າງສາ ແລະປົກປັກຮັກສາປະເທດຊາດ ກໍ່ຄືຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດ.

ໂດຍສະເໝີຕົ້ນສະເໝີປາຍກ່ຽວກັບແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ເຄົາລົບບັນດາຫຼັກການ, ວິທີການເຄື່ອນໄຫວ ແລະສີສັນຂອງອາຊຽນ, ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາ ແລະພັນທະສະມາຊິກຢ່າງເຂັ້ມງວດ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການເພີ່ມທະວີຄວາມສາມັກຄີ, ຫັນແນວຄວາມຄິດອາຊຽນ ລວມມີ 10 ປະເທດສະມາຊິກ, ກໍ່ສ້າງປະຊາຄົມອາຊຽນ ແລະປະຕິບັດວິໄສທັດອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ໃນບັນດາການເຄື່ອນໄຫວຂອງອາຊຽນ, ຫວຽດນາມ ຍາມໃດກໍ່ເຊີດຊູຄວາມສາມັກຄີ ແລະເຫັນດີເຫັນພ້ອມຕາມຈິດໃຈ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”.

ຫວຽດນາມ ຮັບດຳລົງຕໍາແໜ່ງປະທານອາຊຽນ ຄັ້ງຕ່າງໆ ລ້ວນແຕ່ກົງກັບໄລຍະອາຊຽນ ປະສົບສິ່ງທ້າທາຍຫຼາຍຢ່າງ. ພິເສດ, ໃນຖານະຕໍາແໜ່ງປະທານອາຊຽນ 2020, ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ຢຶດໝັ້ນບັນດາຫຼັກການຂອງອາຊຽນ, ສະແດງໃຫ້ເຫັນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ນໍາກໍາປັ່ນອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າຮ່ວມມື ແລະເຊື່ອມຕໍ່ພາກພື້ນ, ພ້ອມທັງກຳນົດທິດພັດທະນາໃຫ້ປະຊາຄົມອາຊຽນ ໃນໄລຍະໃໝ່.

ປະຕິບັດແນວທາງພົວພັນຕ່າງປະເທດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດອາຊຽນ ເສີມຂະຫຍາຍສີສັນ, ບົດບາດໃຈກາງຂອງອາຊຽນ, ສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ສາມາຊິກທັງໝົດຂອງອາຊຽນ ກໍ່ຄືບັນດາຄູ່ຮ່ວມມືຢູ່ພາຍໃນ ແລະນອກພາກພື້ນ. ດ້ວຍທິດນຳເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບ ອາຊຽນ ສ້າງຜົນສຳເລັດກ່ຽວກັບການກໍ່ສ້າງປະຊາຄົມອາຊຽນ, ປະກອບສ່ວນສຳຄັນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໂລກ.

ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດຫວຽດນາມ

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.