55 ປີ ອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ

18:40 | 11/08/2022

ຍສໝ - ວັນທີ 8 ສິງຫາ 1967, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສ້າງຕັ້ງ, ເປີດສາກໃຫ້ວິວັດທະນາການເຊື່ອມຕໍ່ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ.

ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ
ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ
55 ປີ ອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ
ທ່ານ ບູຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: baochinhphu)

ຈາກກຸ່ມປະເທດ ອາຊີຕາເວັນອອກສ່ຽງໃຕ້ ເຄີຍຖືກແບ່ງແຍກຍ້ອນສົງຄາມ, ຜ່ານໄປ 55 ປີແຫ່ງການສ້າງສາ ແລະ ພັດທະນາ, ອາຊຽນ ໃນປະຈຸບັນແມ່ນໜຶ່ງໃນບັນດາອົງການຈັດຕັ້ງພາກພື້ນທີ່ມີຄວາມສຳຄັນ, ມີອິດທິພົນຊື່ສຽງ ແລະ ປະສົບຜົນສຳເລັດຢູ່ໃນໂລກ, ເຊິ່ງແມ່ນຊາຍຄາລວມທີ່ສະໜິດຕິດພັນຂອງປະຊາຊົນກວ່າ 650 ລ້ານຄົນ ຂອງ 10 ປະເທດໃນເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ມີສີສັນວັດທະນະທໍາຫຼາຍຮູບຫຼາຍແບບ, ປະຊາຄົມເສດຖະກິດໃຫຍ່ອັນດັບ 5 ໃນໂລກ, ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ສຳຄັນຂອງຫຼາຍປະເທດ, ຖືບົດບາດໃຈກາງຂອງບັນດາວິວັດທະນາການເຈລະຈາ, ຮ່ວມມື ແລະ ເຊື່ອມຕໍ່ເປັນສຳຄັນຢູ່ພາກພື້ນ.

ເສັ້ນທາງສ້າງປະຊາຄົມ ອາຊຽນ ທີ່ມີວິໄສທັດ ແລະ ສີສັນຮ່ວມກັນ

ການກຳເນີດຂອງ ອາຊຽນ ກ່ອນນີ້ 55 ປີ ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາລວມຂອງຫຼາຍປະເທດໃນພາກພື້ນກ່ຽວກັບສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືພ້ອມກັນພັດທະນາ. ໂດຍຜ່ານການຂຶ້ນລົງ ແລະ ການປັບຕົວໃຫ້ເໝາະກັບການປ່ຽນແປງຂອງໂລກ ແລະ ພາກພື້ນ, ອາຊຽນ ນັບມື້ນັບພັດທະນາ ແລະ ສົມບູນແບບໃນທຸກດ້ານ. ປີ 1995, ຫວຽດນາມ ເຂົ້າເປັນສະມາຊິກຂອງ ອາຊຽນ ເຊິ່ງໄດ້ເປີດເສັ້ນທາງໃຫ້ແກ່ການກໍ່ສ້າງຊາຍຄາລວມອາຊຽນ ສະໜິດຕິດພັນ 10 ປະເທດອາຊີຕາເວັນອອກສ່ຽງໃຕ້. ປີ 1997, ຄັ້ງທຳອິດທີ່ ອາຊຽນ ໄດ້ຮັບຮອງເອົາວິໄສທັດອາຊຽນ 2020 ກ່ຽວກັບປະຊາຄົມ “ສະໜິດຕິດພັນໃນສີສັນລວມ”, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງບັນດາປະເທດທີ່ເປັນສະມາຊິກກ່ຽວກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ “ແມ່ນ້ຳລຳເຊພູຜາປ່າໄມ້ບໍ່ຖືກແບ່ງແຍກອີກ ແຕ່ມີຄວາມສະໜິດຕິດພັນພວກເຮົາໃນການຮ່ວມມື ແລະ ມິດຕະພາບ”. ພິເສດ, ການສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015 ດ້ວຍ 3 ເສົາຄ້ຳກ່ຽວກັບຄວາມໝັ້ນຄົງ-ການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໄດ້ຍົກວິວັດທະນາການຮ່ວມມື ແລະ ເຊື່ອມຕໍ່ໃນພາກພື້ນຂຶ້ນສູ່ລະດັບສູງໃໝ່ ເພື່ອສັນຕິພາບ, ການຮ່ວມມື ແລະ ພ້ອມກັນພັດທະນາວັດທະນາຖາວອນ.

“ວິທີການເຄື່ອນໄຫວຂອງອາຊຽນ” ໂດຍອີງໃສ່ພື້ນຖານຂອງບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະ ບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ຍາມໃດກໍຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍ, ສ້າງຄຸນຄ່າ ແລະ ສີສັນຂອງ ອາຊຽນ. “ວິທີການເຄື່ອນໄຫວຂອງ ອາຊຽນ” ໄດ້ຊ່ວຍໃຫ້ ອາຊຽນ ແລະ ບັນດາປະເທດທີ່ເປັນສະມາຊິກ ໄດ້ຜ່ານຜ່າໄລຍະຫຍຸ້ງຍາກຂອງພາກພື້ນ ແລະ ໂລກ. ພ້ອມກັນນັ້ນ, ແຕ່ລະເທື່ອເມື່ອຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ອາຊຽນ ນັບມື້ນັບເຕີບໂຕ, ຈິດໃຈສາມັກຄີ, ຄວາມເປັນເອກະພາບ ຍິ່ງໄດ້ຮັບການເຊີດຊູ, ວິທີການ ແລະ ສີສັນ ອາຊຽນ ຍິ່ງແຜ່ຂະຫຍາຍ. ຍ້ອນເຫດນັ້ນ, ອາຊຽນ ຍິ່ງຢັ້ງຢືນໄດ້ອິດທິພົນຊື່ສຽງ, ຖານະທີ່ຕັ້ງ ແລະ ບົດບາດໃຈກາງ, ການພົວພັນກັບບັນດາຄູ່ຮ່ວມມືໄດ້ຮັບການເປີດກວ້າງ, ມີເນື້ອແທ້ ແລະ ເລິກເຊິ່ງກວ່າ, ຍາດແຍ່ງໄດ້ການສະໜັບສະໜູນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນຈາກສາກົນ ໃຫ້ແກ່ຊຸກຍູ້ການພັດທະນາ ແລະ ເຊື່ອມຕໍ່ຂອງອາຊຽນ. ມາຮອດປະຈຸບັນ, ອາຊຽນ ມີຄູ່ຮ່ວມມືເຈລະຈາກັບ 11 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ສຳຄັນ (ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສະຫະພາບເອີລົບ...). ຫຼາຍທັດສະນະ ແລະ ຂໍ້ກຳນົດຂອງອາຊຽນ ຄື: ກົດບັດ ອາຊຽນ, ສົນທິສັນຍາເປັນມິດ ແລະ ຮ່ວມມື (TAC)... ໄດ້ຮັບການຊົມເຊີຍ ແລະ ສະໜັບສະໜູນຈາກປະຊາຄົມສາກົນ, ຈາກນັ້ນກໍຊຸກຍູ້ການຮ່ວມມື ແລະ ຍົກລະດັບການພົວພັນກັບອາຊຽນ.

ໂດຍຈົງຮັກພັກດີ​ຕໍ່​ຈຸດປະສົງ ​ແລະ ຄະຕິທໍາການເຄື່ອນໄຫວ​ຂອງຕົນ, ອາ​ຊຽນ ​ໄດ້​ເສີມຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ. ບົນ​ພື້ນຖານ​ຍົກສູງ​ກົດໝາຍ​ສາກົນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ ແລະ ບໍ່ລົງຮອຍກັນໂດຍ​ສັນຕິ​ວິທີ​ຕາມ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ອາ​ຊຽນ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່ ​ທະເລຕາ​ເວັນ​ອອກ, ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ.

ໂດຍຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ການ​ເຊື່ອມຕໍ່ດ້ານ​ເສດຖະກິດ ​ເມື່ອໃດກໍແມ່ນ​ເນື້ອ​ໃນ​ຈຸດສຸມ​ໃນ​ວິວັດການ​ເຊື່ອມຕໍ່​ຂອງ ​ອາ​ຊຽນ ​ໃນ​ຕະຫຼອດ 55 ປີຜ່ານມາ. ມາ​ຮອດ​ປັດຈຸ​ບັນ, ການແລກປ່ຽນດ້ານການ​ຄ້າ​ພາຍ​ໃນ​ພາກ​ພື້ນ​ກວມ​ເອົາປະມານ 25% ຍອດວົງເງິນ​ການ​ຄ້າ​ຂອງ ​ອາ​ຊຽນ. GDP ຂອງ​ທັງ​ກຸ່ມ​ໃນ​ປີ 2021 ​ບັນ​ລຸ 3.360 ຕື້ USD, ເພີ່ມ​ຂຶ້ນ​ກວ່າ 30% ເມື່ອ​ທຽບ​ໃສ່​ປີ 2015 ເວລາ​ສ້າງ​ຕັ້ງ ປະ​ຊາ​ຄົມ ອາ​ຊຽນ.​ ຄຽງຂ້າງນັ້ນ, ອາ​ຊຽນ​ ຍັງ​ເປັນ​ສູນ​ກາງ​ຂອງ​ເຂດ​ເສດຖະກິດທີ່​ເປີດກວ້າງ​ດ້ວຍ​ເຄືອ​ຂ່າຍ 8 ສັນຍາ​ການ​ຄ້າ​ເສລີ (FTA) ​ລວມ​ມີ​ ເຂດ​ການ​ຄ້າ​ເສລີ​ ອາ​ຊຽນ (AFTA) ​ແລະ FTA 7 ສະບັບກັບ​ບັນດາຄູ່​ຮ່ວມ​ມື​ທີ່​ສຳຄັນ, ​ໃນ​ນັ້ນສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານໃນ​ພາກ​ພື້ນ (RCEP) ໄດ້ສ້າງເຂດການຄ້າເສລີກວມເອົາ 30% ຂອງປະຊາກອນໂລກ ແລະ 32% GDP ຂອງທົ່ວໂລກ.

ຜ່ານ 55 ປີແຫ່ງການສ້າງສາ ແລະ ພັດທະນາ, ອາຊຽນ ອາດສາມາດເອກອ້າງທະນົງໃຈວ່າ ອາຊຽນ ແມ່ນແບບຢ່າງເຊື່ອມຕໍ່ພາກພື້ນທີ່ປະສົບຜົນສຳເລັດ. ບັນດາຜົນງານທີ່ບັນລຸໄດ້ແມ່ນພື້ນຖານໝັ້ນຄົງເຂັ້ມແຂງໃຫ້ ອາຊຽນ ມານະພະຍາຍາມສຳເລັດວິໄສທັດອາຊຽນ 2025 ແລະ ສ້າງວິໄສທັດຫຼັງປີ 2025 ເພື່ອສືບຕໍ່ປັບປຸງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງ ແລະ ປັບຕົວດ້ວຍຕົນເອງ. ສາມັກຄີ ເພື່ອເຫັນດີເປັນເອກະພາບເຈດຈຳນົງ, ເຊີດຊູສະຕິປະຊາຄົມ, ແບ່ງປັນຄວາມຮັບຜິດຊອບ ເພື່ອຜົນປະໂຫຍດລວມ ແລະ ຍາວນານຂອງປະຊາຄົມ ອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ. ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຮັກສາຄຸນທາດ, ເພີ່ມທະວີກຳລັງແຮງບົ່ມຊ້ອນ ແລະ ກຳລັງແຮງພາຍໃນຂອງແຕ່ລະປະເທດທີ່ເປັນສະມາຊິກ ແລະ ຂອງປະຊາຄົມອາຊຽນ. ປັບຕົວເພື່ອເຊື່ອໝັ້ນຕົນເອງ, ຂະຫຍັນຂັນເຂື່ອນ, ປ່ຽນແປງໃໝ່ປະດິດຄິດສ້າງ, ບືນຕົວຂຶ້ນຕໍ່ໜ້າການຜັນປ່ຽນຢ່າງສັບສົນຂອງພາກພື້ນ ແລະ ໂລກ.

ຫວຽດນາມ ຍາມໃດກໍເພື່ອປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ພັດທະນາ

ອາຊຽນ ຮັກສາທີ່ຕັ້ງສຳຄັນໃນນະໂຍບາຍພົວພັນຕ່າງປະເທດ ແລະ ເຊື່ອມໂຍງສາກົນຂອງ ຫວຽດນາມ. ໂດຍເຂົ້າເປັນສະມາຊິກ ອາຊຽນ ໃນປີ 1995 ແມ່ນນະໂຍບາຍຊີ້ຂາດທີ່ມີລະດັບຍຸດທະສາດຂອງພັກ ແລະ ລັດ, ປະກອບສ່ວນເຂົ້າໃນການສ້າງສະຖານະການໃໝ່ກ່ຽວກັບການເຊື່ອມໂຍງສາກົນ ແລະ ພັດທະນາຂອງປະເທດ, ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຍາດແຍ່ງທຸກແຫຼ່ງກຳລັງພາຍນອກໃຫ້ແກ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍຄືຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງປະເທດຊາດ.

ໂດຍສະເໝີຕົ້ນສະເໝີປາຍໃນແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບ, ຫຼາຍແບບ ແລະ ຫຼາຍຝ່າຍ, ເຄົາລົບນັບຖືບັນດາຫຼັກການ, ວິທີການ ແລະ ສີສັນຂອງອາຊຽນ, ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາ ແລະ ພັນທະເປັນສະມາຊິກຢ່າງເຂັ້ມງວດ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ການເພີ່ມທະວີຄວາມສາມັກຄີ, ຫັນແນວຄວາມຄິດ ອາຊຽນ ລວມມີ ປະເທດທີ່ເປັນສະມາຊິກ 10 ປະເທດ, ສ້າງປະຊາຄົມອາຊຽນ ແລະ ປະຕິບັດວິໄສທັດ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ໃນບັນດາການເຄື່ອນໄຫວຂອງ ອາຊຽນ, ຫວຽດນາມ ຍາມໃດກໍຍົກສູງຄວາມສາມັກຄີ ແລະ ເຫັນດີເຫັນພ້ອມຕາມຈິດໃຈ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ”.

ແຕ່ລະຄັ້ງທີ່ ຫວຽດນາມ ດຳລົງຕໍາແໜ່ງເປັນປະທານ ອາຊຽນ ລ້ວນແຕ່ກົງກັບໄລຍະອາຊຽນ ພົບສິ່ງທ້າທາຍຫຼາຍຢ່າງ. ພິເສດ, ໃນຖານະຕໍາແໜ່ງເປັນປະທານ ອາຊຽນ 2020, ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ຢຶດໝັ້ນບັນດາຫຼັກການຂອງ ອາຊຽນ, ສະແດງໃຫ້ເຫັນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການເພື່ອປັບຕົວ”, ນໍາກໍາປັ່ນ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາທ່າຮ່ວມມື ແລະ ເຊື່ອມຕໍ່ພາກພື້ນ, ພ້ອມກັນນັ້ນ ກໍກຳນົດທິດພັດທະນາໃຫ້ປະຊາຄົມ ອາຊຽນ ໃນໄລຍະໃໝ່.

ໂດຍການປະຕິບັດແນວທາງພົວພັນຕ່າງປະເທດ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ເສີມຂະຫຍາຍສີສັນ, ບົດບາດໃຈກາງຂອງ ອາຊຽນ, ສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ນຳມາເຊິ່ງຜົນປະໂຫຍດແທດຈິງມາໃຫ້ສະມາຊິກທັງໝົດຂອງ ອາຊຽນ ກໍຄືບັນດາຄູ່ຮ່ວມມືຢູ່ພາຍໃນ ແລະ ນອກພາກພື້ນ. ດ້ວຍທິດນຳເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບ ອາຊຽນ ສ້າງຜົນສຳເລັດໃນການສ້າງປະຊາຄົມ ອາຊຽນ, ປະກອບສ່ວນສຳຄັນເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ.

ຫອມມາລາ

ເຫດການ
302 Found

Found

The document has moved here.