ຫວຽດນາມ ແລະສ.ເກົາຫຼີ ຍູ້ແຮງການຮ່ວມມືດ້ານຂໍ້ມູນຂ່າວສານ ແລະສື່ສານ

06:45 | 17/12/2021

ຍສໝ - ວັນທີ 14 ທັນວາ, ຢູ່ເຊີອູນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກ ແລະລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບກະຊວງວິທະຍາສາດ, ເຕັກໂນໂລຢີ ແລະຖະແຫຼງຂ່າວ - ການສື່ສານ ສ.ເກົາຫຼີ ແລະຄະນະກຳມະ ການສື່ສານ ສ.ເກົາຫຼີ.

ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນເປີດກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໂທລະຄົມມະນາຄົມ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວສານ, ຈັດ​ຕັ້ງ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລຢີ​ດີ​ຈີ​ຕອນ​ຂອງ​ສອງ​ປະ​ເທດ.

ຫວຽດນາມ ແລະສ.ເກົາຫຼີ ຍູ້ແຮງການຮ່ວມມືດ້ານຂໍ້ມູນຂ່າວສານ ແລະສື່ສານ
ຫວຽດນາມ ແລະສ.ເກົາຫຼີ ຍູ້ແຮງການຮ່ວມມືດ້ານຂໍ້ມູນຂ່າວສານ ແລະສື່ສານ. ພາບ: TTXVN

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MoU) ລະຫວ່າງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະສື່ສານ ​ແລະຄະນະ​ກຳມະການ​ສື່ສານ ສ.​ເກົາຫຼີ (KCC) ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້ສອງ ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມືແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບນະ​ໂຍບາຍ, ລະບຽບການ ​ແລະມາດ​ຕະການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕນິກ, ​ເຄືອ​ຂ່າຍ​ສັງຄົມ; ເພື່ອຮັບປະກັນສະພາບແວດລ້ອມເຄືອຂ່າຍອິນເຕີເນັດທີ່ປອດໃສ.

ສອງຝ່າຍກໍ່​ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ສະຖານີ​ວິທະຍຸ​ກະຈາຍສຽງ-ໂທລະພາບ ​ຮ່ວມ​ມື​ພ້ອມກັນ​ຜະລິດ​ເນື້ອ​ໃນ​ລາຍການ, ​ແລກປ່ຽນ​ວິຊາ​ຊີບ, ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ ​ແລະຍົກສູງກໍາລັງຄວາມ​ສາມາດ.

ບູນມີ

ເຫດການ
302 Found

Found

The document has moved here.