ຄວາມຮັກ "ຂອງທ່ານໝໍ" ຊາຍແດນຫວຽດນາມ

08:55 | 30/07/2019

ຍສໝ - ໝັ້ນຄົງທະນົງແກ່ນ, ທຸກໆຄົນລ້ວນແລ້ວແຕ່ມີຄວາມເຄົາລົບທະຫານຊາຍແດນຫວຽດນາມໃສ່ຊຸດ ສີຂາວ ແມ່ນ"ທ່ານໝໍ" , ເພາະວ່າຄົນບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ສປປ ລາວ) ທີ່ເອົາຢາມາເພື່ອຊ່ວຍເຫຼືອ ພວກເຂົາ ຜ່ານຜ່າຄວາມເຈັບປ່ວຍ ລ້ວນແລ້ວແຕ່ແມ່ນທ່ານຫມໍ. ຄວາມຮັກແພງ ແລະ ຄວາມຮັບຜິດຊອບຕໍ່ກັບປະຊາຊົນທີ່ທຸກຍາກ ເຮັດໃຫ້ທຸກຄົນປະຊາຊົນລືມຄວາມຮ້ອນທີ່ເຜົາໄຫມ້ຂອງລົມລາວ.

ຄວາມຮັກ

ຫົວໜ້າກອງບັນຊາການ ທະຫານຊາຍແດນດ່ານຊາຍແດນລາວບາວ ໄດ້ມອບຂອງຂວັນໃຫ້ປະຊາຊົນບ້ານແດນສະຫວັນ. (ພາບ: ຈຸກຮ່າ)

ເລື່ອງທໍາອິດທີ່ພວກເຮົາຕ້ອງການກ່າວເຖິງໃນການມາກວດສຸຂະພາບ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າ ໃຫ້ປະຊາຊົນບ້ານແດນສະຫວັນ ແມ່ນ ກ່ຽວກັບ ທ່ານ ພັນຕີ ໂງ ກວາງ ຖວຽນ , ສະມາຊິການເມືອງຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບາວ ແລະ ເມຍແມ່ນທ່ານໝໍ, ຮ້ອຍຕີ ເລ ຖິ ຫ໋າຍ ອ໋ຽນ. ພັນຕີ ໂງ ກວາງ ຖວຽນ ແມ່ນຜູ້ທີ່ຄຸ້ນເຄີຍຂອງປະຊາຊົນກຸ່ມບ້ານແດນສະຫວັນ ເປັນເວລາດົນນານມາແລ້ວ ຍ້ອນຄວາມໄກ້ສິດຂອງພໍ່ແມ່ປະຊາຊົນໃນບ້ານ. ໃນຄັ້ງນີ້, ໃຜໆກໍ່ມ່ວນຊື່ນເມື່ອຮູ້ວ່າໃນທີມແພດ, ທ່ານຫມໍທີ່ຈະມາ ກວດພະຍາດໃຫ້ພີ່ນ້ອງ ກໍ່ຄືລູກເມຍ ຂອງຕົນ, ດັ່ງນັ້ນທຸກໆຄົນໃຜກໍ່ຕ້ອງການຢາກມາກວດ "ໂຕະເບີ 1" ໂຕະທີ່ທ່ານໝໍ ຫ໋າຍ ອ໋ຽນ ເປັນຜູ້ກວດ...

ຄວາມຮັກ

ພັນຕີ ໂງ ກວາງ ຖວຽນ ເປັນຜູ້ແປພາສາ ໃຫ້ຜູ້ເປັນເມຍ ເມື່ອກວດພະຍາດໃຫ້ປະຊາຊົນບ້ານແດນສະຫວັນ.(ພາບ:ຈຸກຮ່າ)

ໃນໄລຍະເວລາກວ່າ 20 ປີ ຂອງການເປັນ ທ່ານຫມໍ ໃນກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ລາວບໍ່ເຄີຍຈັກເທື່ອ “ທີ່ຈະຂາດ” ໃນການມາກວດພະຍາດ ແລະ ແຈກຢາປິ່ນປົວພະຍາດໃຫ້ແກ່ປະຊາຊົນ ຢູ່ໃນເຂດຊາຍແດນຂອງແຂວງກວ້າງຈິ ກໍ່ຄືແຂວງ ສາລະວັນ ແລະ ສະຫວັນນະເຂດ. ສໍາລັບນາງໝໍ ອ໋ຽນ ແລ້ວ , ຄວາມຮັກແພງທີ່ມີໃຫ້ແກ່ ປະຊາຊົນຜູ້ທຸກຍາກໃນເຂດຊາຍແດນ ໄດ້ເລີ່ມຕົ້ນດ້ວຍເລື່ອງຂອງພໍ່ຂອງນາງໝໍ ອ໋ຽນ (ພັນໂທ ດັ້ງ ຫງັອກ ເຖາະ, ອາດີດຫົວໜ້າພາລາທການທະຫານຊາຍແດນແຂວງກວ້າງຈິ ໃນແຕ່ລະຄັ້ງທີ່ໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ. ຈາກນັ້ນແມ່ນຜູ້ເປັນຜົວ (ພັນໂທ ຫງວ໋ຽນ ວັນ ສີ ອາດີດຮອງຫົວໜ້າການເມືອງທະຫານຊາຍແດນແຂວງກວ້າງຈິ) ກໍ່ເປັນຜູ້ໜຶ່ງ ທີ່ໃຊ້ເວລາຫລາຍປີ ຕິດພັນກັບຊາຍແດນ. ບັນດາເລື່ອງລາວຄວາມລໍາບາກ, ຂາດດຸນທາງດ້ານວັດຖຸ, ໂດຍສະເພາະແມ່ນຢາປົວພະຍາດ ໃນເວລາທີ່ເຈັບປ່ວຍກໍ່ເຮັດໃຫ້ນາງຮູ້ສຶກເສົ້າໃຈ.

ດັ່ງນັ້ນ, ໂອກາດທີ່ຈະໄປກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ພໍ່ແມ່ນປະຊາຊົນຄືແນວນີ້ແມ່ນໂອກາດ ທີ່ສໍາຄັນທີ່ຈະສະແດງເຖິງຄວາມເອົາໃຈໃສ່, ຄວາມຮູ້ສຶກຂອງຕົນ ຕໍ່ກັບຜູ້ດ້ອຍໂອກາດ. ສັບສົນໃນການແຈກຢາປົວພະຍາດ, ນາງໝໍ ອ່ຽນ ໄດ້ໃຫ້ຂອ້ຍ ເອົາຢາ ວິຕະມິນ ເຊ ແຈກໃຫ້ບັນດາເດັກນ້ອຍ. ເມື່ອເຫັນບັນດາເດັກນ້ອຍມາກວດພະຍາດໂດຍບໍ່ມີຜູ້ປົກຄອງມານຳ, ຄືກັນກັບບາງບ່ອນ, ນາງໝໍອຽນ ໄດ້ສັ່ງຢ່າງລະອຽດເທື່ອໜ້າແມ່ນໃຫ້ພາລູກມານຳ, ເດັກນ້ອຍບໍ່ຕ້ອງມີບັດກໍ່ໄດ້.”

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.