ຫົວໜ້າກົມຈັດຕັ້ງສູນກາງ ຕ້ອນຮັບການນຳທະນາຄານຮ່ວມມືສາກົນຍີ່ປຸ່ນ

14:14 | 28/07/2022

ຍສໝ - ຫວ່າງແລ້ວນີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານນາງກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ເຈືອງ​ທິມາຍ, ປະທານ​ກຸ່ມ​ຜູ້ແທນ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້ຕ້ອນຮັບ ທ່ານປະທານສະພາບໍລິຫານຂອງທະນາຄານການຮ່ວມມືສາກົນຍີ່ປຸ່ນ (JBIC) Tadashi Maeda.

ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022 ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022
ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ

ການພົບປະ, ທ່ານນາງ ເຈືອງທິມາຍ ສະແດງຄວາມປິຕິຊົມຊື່ນ ທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ພວມພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ; ສະແດງຄວາມຂອບ​ອົກ​ຂອບ​ໃຈ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງຍີ່​ປຸ່ນ ແລະ ການ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຂະ​ບວນ​ການ​ສ້າງສາ ແລະ ພັດ​ທະ​ນາ​ປະ​ເທດ, ໃນ​ນັ້ນ​ມີ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ລະ​ບາດ ໂຄ​ວິດ-19.

ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ສູ້​ຊົນ​ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດທະນາ​ໃນ​ກາງ​ສະຕະວັດ​ທີ 21, ​ແລະ ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ, ໃນນັ້ນ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຍີ່ປຸ່ນ ເປັນສຳຄັນຢ່າງຍິ່ງ.

ຫົວໜ້າກົມຈັດຕັ້ງສູນກາງ ຕ້ອນຮັບການນຳທະນາຄານຮ່ວມມືສາກົນຍີ່ປຸ່ນ
ຫົວໜ້າກົມຈັດຕັ້ງສູນກາງ ຕ້ອນຮັບການນຳທະນາຄານຮ່ວມມືສາກົນຍີ່ປຸ່ນ. (ພາບ: VGP)

ໂດຍຕີລາຄາສູງ JBIC ຍາມ​ໃດ​ກໍ່​ຕັ້ງໜ້າ​ໜູນ​ຊ່ວຍ ​ແລະ ຊຸກຍູ້​ຫຼາຍ​ໂຄງການ​ລົງທຶນ​ຂອງ​ຍີ່ປຸ່ນ ຢູ່ ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສຳຄັນ ​ແລະ ຂະໜາດ​ໃຫຍ່​ໃນ​ຂົງ​ເຂດ​ພະລັງງານ​ໄຟຟ້າ, ນ້ຳມັນ ​ແລະ ອາຍ​ແກັສ, ທ່ານນາງ ​ເຈືອງ​ທິມາຍ ສະເໜີ JBIC ສືບ​ຕໍ່​ຊຸກຍູ້​ກົນ​ໄກ​ເຈລະຈາ​ລະຫວ່າງ JBIC ​ແລະ ບັນດາ​ອົງການ​ຫວຽດນາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ອົງການ​ລັດຖະບານ​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ປັບປຸງ​ນະ​ໂຍບາຍ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP), ສະ​ເໜີ​ບັນດາ​ໂຄງການ​ທີ່ມີຄວາມສາມາດ​ເປັນ​ໄປ​ໄດ້ ​ຕາມ​ຮູບ​ແບບ PPP, ພ້ອມ​ກັນ​ນັ້ນ ​ກໍ່​ສຶກສາ, ເປີດກວ້າງ​ການ​ກູ້​ຢືມ​ເງິນ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຫຼື ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ແລະ ຫວຽດ​ນາມ ເພື່ອ​ຮ່ວມ​ມື​ລົງ​ທຶນ​ຢູ່​ຫວຽດ​ນາມ.

ຄຽງ​ຂ້າງ​ນັ້ນ, ທ່ານ​ປະທານ​ສະພາ​ບໍລິຫານ JIBIC ​ກໍໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຕີ​ລາຄາ​ສູງ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ​ແລະ ຟື້ນ​ຟູ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ; ສະແດງຄວາມຂອບ​ອົກ​ຂອບ​ໃຈ​ພັກ ​ແລະ ລັດ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ JBIC ​ແລະ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ.

ທ່ານ Tadashi Maeda ກໍ່ແຈ້ງໃຫ້ຊາບ ກ່ຽວກັບໝາກຜົນການເຄື່ອນໄຫວຂອງ JBIC ຢູ່ ຫວຽດນາມ ແລະ ບາງເນື້ອໃນການຮ່ວມມືຂອງ JBIC ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ປາດ​ຖະໜາ​ຢາກ​ສືບ​ຕໍ່​ປະກອບສ່ວນແທດ​ຈິງ​ເຂົ້າ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຍີ່​ປຸ່ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.