ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ”

06:50 | 13/07/2022

ຍສໝ - ​ໃນ​ປຶ້ມ​ໄວ້ອາ​ໄລ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ຂຽນ​ວ່າ: “ພວກຂ້າພະເຈົ້າຮູ້ສຶກ​ເສຍ​ໃຈ​ຢ່າງ​ສຸດ​ເຊິ້ງ ​ເມື່ອ​ໄດ້​ຮັບຂ່າວ​ວ່າ ທ່ານ Abe Shinzo, ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ, ຜູ້ນຳ​ທີ່​ມີ​ຊື່​ສຽງ ​ແລະ ມີອິດທິພົນຊື່ສຽງ, ເກັ່ງກ້າສາມາດ​ຂອງ ຍີ່ປຸ່ນ, ​ແມ່ນ​ເພື່ອນ​ມິດ​ທີ່​ດີ ​ແລະ ສະໜິດສະໜົມ​ຂອງ​ປະຊາຊົນ​ຫວຽດນາມ ເຖິງແກ່ມໍລະນະກໍາ. ​ທ່ານ Abe Shinzo ​ເຖິງແກ່ມໍລະນະກໍາແມ່ນ​ເປັນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ຕໍ່​ພວກ​ເຮົາ​ທຸກ​ຄົນ.

ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ: ຜູ້​ຮັບ​ເໝົາ​ກໍ່​ສ້າງ ຫວຽດ​ນາມ ຕ້ອງ​ບືນ​ຕົວ​ຂຶ້ນ​ປະ​ຕິ​ບັດ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ

ຕອນ​ເຊົ້າ​ວັນ​ທີ 11 ກໍລະກົດ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄປ​ສະຖານທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ ວາງ​ພວງມາລາ ແລະ ຂຽນປື້ມໄວ້ ອາໄລ ​ຫາ ​ທ່ານ Abe Shinzo, ອະດີດ​ນາຍົກລັດຖະມົນຕີຍີ່ປຸ່ນ.

ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ”
ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ: “ສະ​ແດງ​ຄວາມ​ເຄົາລົບນັບຖື​ຕໍ່​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ Abe Shinzo ເພື່ອ​ສັນ​ຕິ​ພາບ​ໂລກ”. ພາບ: VUFO

​ໃນ​ປຶ້ມ​ໄວ້ອາ​ໄລ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ຂຽນ​ວ່າ: “ພວກຂ້າພະເຈົ້າຮູ້ສຶກ​ເສຍ​ໃຈ​ຢ່າງ​ສຸດ​ເຊິ້ງ ​ເມື່ອ​ໄດ້​ຮັບຂ່າວ​ວ່າ ທ່ານ Abe Shinzo, ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ, ຜູ້ນຳ​ທີ່​ມີ​ຊື່​ສຽງ ​ແລະ ມີອິດທິພົນຊື່ສຽງ, ເກັ່ງກ້າສາມາດ​ຂອງ ຍີ່ປຸ່ນ, ​ແມ່ນ​ເພື່ອນ​ມິດ​ທີ່​ດີ ​ແລະ ສະໜິດສະໜົມ​ຂອງ​ປະຊາຊົນ​ຫວຽດນາມ ເຖິງແກ່ມໍລະນະກໍາ. ​ທ່ານ Abe Shinzo ​ເຖິງແກ່ມໍລະນະກໍາແມ່ນ​ເປັນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ຕໍ່​ພວກ​ເຮົາ​ທຸກ​ຄົນ.

ພວກ​ຂ້າພະ​ເຈົ້າ​ຈະຈົດຈໍາ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນທີ່​ສຳຄັນ​ຂອງ​ທ່ານ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ​ເພື່ອ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ແລະ ເລິກເຊິ່ງລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ເຂົ້າໃນການ​ປັບປຸງນໍ້າໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ”.

ຕາງໜ້າ​ໃຫ້​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງມາ​ຍັງ​ຄອບຄົວ​ຂອງ​ທ່ານ Abe Shinzo, ລັດຖະບານ ​ແລະ ປະຊາຊົນ ຍີ່ປຸ່ນ.

ທ່ານນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ ຂຽນ​ວ່າ “​ທ່ານ Abe Shinzo ໄດ້ເຖິງແກ່ມໍລະນະກໍາ, ແຕ່​ມໍ​ລະ​ດົກ​ຂອງ​ເພິ່ນ​ ຈະຄົງຕົວຕະຫຼອດໄປ​”.

ບູນມີ

ເຫດການ
302 Found

Found

The document has moved here.