ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ.

14:40 | 30/01/2022

ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ທົ່ວສັງຄົມສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກເພື່ອອະນາຄົດຂອງປະເທດຊາດ
ທ່ານ ປອ ຄົນຫວຽດນາມ ຍາດໄດ້ລາງວັນສາກົນ ດ້ານເຕັກໂນໂລຊີການພິມ 3D ທ່ານ ປອ ຄົນຫວຽດນາມ ຍາດໄດ້ລາງວັນສາກົນ ດ້ານເຕັກໂນໂລຊີການພິມ 3D
ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ.
ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ. ພາບ: TTXVN

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ທ່ານນາງ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ທີ່ໄດ້ລົງທຶນຢູ່ ຫວຽດນາມ ດ້ວຍໂຄງການກ່ຽວກັບໂຮງຮຽນ ແລະ ໂຮງໝໍ; ຕີລາຄາສູງຄວາມຕັດສິນໃຈຂອງ ທ່ານ ປອ Kasumi Mari ໃນການກໍ່ສ້າງໂຮງໝໍ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດມີພົນລະເມືອງເກືອບ 100 ລ້ານຄົນ, ສະນັ້ນຄວາມຕ້ອງການກໍ່ສ້າງໂຮງໝໍຕື່ມອີກແມ່ນມີຄວາມຈຳເປັນທີ່ສຸດເພື່ອຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ໂຮງໝໍຫຼັງດັ່ງກ່າວຈະໄດ້ນຳເຂົ້າໃຊ້ການໂດຍໄວ ແລະ ໄດ້ຮັບການຖ່າຍທອດເຕັກໂນໂລຢີການແພດທີ່ກ້າວໜ້າຈາກ ຍີ່ປຸ່ນ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກໍ່​ໃຫ້​ຮູ້​ວ່າ ປະຈຸ​ບັນ ຫວຽດນາມ ພວມ​ສົ່ງ​ນັກ​ຝຶກ​ອົບຮົມ ​ແລະ ພະຍາບານ ​ໄປ​ເຮັດ​ວຽກຢູ່ ຍີ່ປຸ່ນ ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນີ້​ແມ່ນ​ຂົງ​ເຂດ​ການຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ລະຫວ່າງ 2 ຝ່າຍ. ຢືນຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ຄວາມ​ສົນ​ໃຈ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ປາດ​ຖະໜາ​ວ່າ ທ່ານ​ ປອ. Kusumi Mari ຈະມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ຊຸກຍູ້​ໂຄງການ​ໃຫ້​ສຳ​ເລັດໂດຍ​ໄວ.

ທ່ານ ປອ. Kusumi Mari ຢືນຢັນ​ຄວາມ​ຕັດສິນ​ໃຈ​​ມານະ​ພະຍາຍາມ​ກໍ່ສ້າງ​ໂຮງໝໍ ຫວຽດນາມ ​ໂດຍ​ໄວ ​ແລະ ນຳ​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຢີການ​ແພດ​ທີ່​ທັນ​ສະ​ໄໝ ​ກໍ່ຄືເຕັກນິກ​ປິ່ນປົວ​ທີ່​ກ້າວໜ້າ​ຂອງ​ຍີ່​ປຸ່ນ.

ໄຊພອນ

ເຫດການ
302 Found

Found

The document has moved here.