ຫວຽດນາມ ແລະອິນໂດເນເຊຍ ຍູ້ແຮງການຮ່ວມມືລັດຖະສະພາ

22:35 | 07/07/2022

ຕອນເຊົ້າວັນທີ 5 ກໍລະກົດ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບຄະນະປະຕິບັດງານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ (ສະພາສູງ) ໂດຍທ່ານນາງ Sylviana Murin ຫົວໜ້າກໍາມາທິການຮ່ວມມືລັດຖະສະພາ ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ ມຸ່ງໄປສູ່ການຮັບຮອງເອົາ “ໜັງສືຜ່ານແດນວັກຊີນ” ລະຫວ່າງ ຫວຽດນາມ ແລະອິນໂດເນເຊຍ
ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ
ທ່ານ ເຈິ່ນແທັງເໝິນ ແລະທ່ານນາງ Sylviana Murin. ພາບ: daibieunhandan.vn
ທ່ານ ເຈິ່ນແທັງເໝິນ ແລະທ່ານນາງ Sylviana Murin. ພາບ: daibieunhandan.vn

ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ ກວ່າອີກ. ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າ ເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນຊ່ອງຮ່ວມມືລັດຖະສະພາເພື່ອໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດສອງປະເທດ. ທ່ານນາງ Sylviana Murin ເນັ້ນໜັກວ່າ ລັດຖະສະພາອິນໂດເນເຊຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຢູ່່ເວທີປາໄສລັດຖະສະພາສາກົນ ແລະພາກພື້ນຄືສະຫະພັນລັດຖະສະພາໂລກ (IPU).

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນພ້ອມກັບບັນດາປະເທດອາຊຽນ ຮຽກຮ້ອງໃຫ້ລະງັບໃຈ, ບໍ່ນໍາໃຊ້ອາວຸດ ຫຼື ນາບຂູ່ນໍາໃຊ້ອາວຸດ, ຕ້ານການກະທໍາຈັດວາງ, ລ່ວງລ້ຳອະທິປະໄຕຜືນແຜ່ນດິນບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ສົມທົບກັນໃນວິວັດການຜັນຂະຫຍາຍ ແລະຮັບປະກັນການປະຕິບັດຖະແຫຼງການ DOC; ເຈລະຈາເພື່ອບັນລຸ COC ໂດຍໄວ, ແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ 1982. ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນ, ມີບັນດາມາດຕະການຢ່າງມີໄຫວພິບ, ບັນລຸໝາກຜົນຕາມຄວາມເໝາະສົມ, ຍຸຕິທໍາເຊິ່ງສອງຝ່າຍຍອມຮັບໄດ້ກ່ຽວກັບການຂີດເສັ້ນເຂດເສດຖະກິດພິເສດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.