ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ

13:00 | 25/03/2021

ຍສໝ - ລັດຖະບານສອງປະເທດຍາມໃດກໍ່ສະໜັບສະໜູນ ແລະໜູນຊ່ວຍການຮ່ວມມືຮອບດ້ານໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ໃນນັ້ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດໃນການເຄື່ອນໄຫວລົງທຶນ, ຜະລິດ ແລະດຳເນີນທຸລະກິດ ແລະ ອື່ນໆ ເພື່ອແນໃສ່ປະຕິບັດແຜນການດຳເນີນງານຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໄລຍະປີ 2019-2023 ໃຫ້ສຳເລັດ.

ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ ເພື່ອຄວາມປອດໄພຂອງຊາວຫວຽດນາມ
ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ ຄັ້ງທຳອິດຫວຽດນາມ ລອດເຂົ້າກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີຄວາມເສລີປານກາງ
ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ
ທ່ານ Denny Abdi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອິນໂດເນເຊຍ ປະຈຳ ຫວຽດນາມ ແລະ ທ່ານ ເຈິ່ນກວກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການ ຄ້າຫວຽດນາມ. ພາບ: baocongthuong

ຫວ່າງແລ້ວນີ້, ທີ່ສຳນັກງານກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ, ທ່ານ ເຈິ່ນກວກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການ ຄ້າຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອິນໂດເນເຊຍ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເຈິ່ນກວກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການ ຄ້າຫວຽດນາມ ໄດ້ຢືນຢັນວ່າ ອິນໂດເນເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ບໍ່ພຽງແຕ່ຢູ່ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຍັງຢູ່ໃນຂອບເຂດທົ່ວໂລກອີກດ້ວຍ.

ສ່ວນ ທ່ານ Denny Abdi ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອິນໂດເນເຊຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະໃນໂລກ. ທ່ານ Denny Abdi ເນັ້ນໜັກວ່າ ຈະຄົ້ນຄວ້າກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດການຮ່ວມມື ກໍ່ຄືບັນຫາທີ່ຍັງຄົງຄ້າງໃນການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດໃຫ້ລະອຽດ. ທ່ານເອກອັກຄະລັດຖະທູດຢືນຢັນວ່າຈະຊຸກຍູ້ການພົບປະແລກປ່ຽນ, ການເຈລະຈາ ແລະການຮ່ວມມືລະຫວ່າງສອງຝ່າຍເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ.

ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບອິນໂດເນເຊຍ - ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ ແລະເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງໃໝ່ໄດ້ຈັດກອງປະຊຸມຜ່ານລະບົບທາງໄກຢູ່ຈາກາຕາ ເພື່ອແນໃສ່ແລກປ່ຽນທິດທາງການຮ່ວມມືຂອງສະມາຄົມໃນປີ 2021 ໃນສະພາບພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ແລະທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ ຢືນຢັນວ່າລັດຖະບານສອງປະເທດຍາມໃດກໍ່ສະໜັບສະໜູນ ແລະໜູນຊ່ວຍການຮ່ວມມືຮອບດ້ານໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ໃນນັ້ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດໃນການເຄື່ອນໄຫວລົງທຶນ, ຜະລິດ ແລະດຳເນີນທຸລະກິດ ແລະ ອື່ນໆ ເພື່ອແນໃສ່ປະຕິບັດແຜນການດຳເນີນງານຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໄລຍະປີ 2019-2023 ໃຫ້ສຳເລັດ.

ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ ຫວຽດນາມ ເຂົ້າຮ່ວມການປືກສາຫາບືທີ່ກອງປະຊຸມສະພາສິດທິມະນຸດ ຂອງສະຫະປະຊາຊາດ

ຍສໝ - ທ່ານເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ແຈ້ງຢ່າງຈະແຈ້ງເຖິງການວາງແຜນນະໂຍບາຍ, ກໍ່ຄື ຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງຫວຽດນາມ ໃນການຊຸກຍູ້ສິດທິມະນຸດ, ໃນນັ້ນມີສິດເດັກ, ສິດຂອງຄົນພິການ…

ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ "Choose France 2021": ເຊີດຊູນັກສຶກສາຫວຽດນາມ ທີ່ປະເທດຝຣັ່ງ

ຍສໝ - ຫວ່າງມໍ່ໆນີ້, ສະຖານກົງສຸນຝຣັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ເປີດງານວາງສະແດງພາບຖ່າຍ "ເລືອກປະເທດຝຣັ່ງ 2021 - Choose France 2021" ເພື່ອເຊີດຊູໃຫ້ແກ່ນັກສຶກສາຫວຽດນາມຢູ່ປະເທດນີ້.

ຫວຽດນາມ ແລະອ ນໂດເນເຊຍ ແມ ນສອງຄ ຮ ວມມ ທ ສຳຄ ນຢ ພາກພ ນ ແລະ ໃນໂລກ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß - ຊາວເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin, ໄດ້ຈັດຕັ້ງພິທີມອບລາງວັນຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß, ເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຂອງຫວຽດນາມ.

ໄຊພອນ

302 Found

Found

The document has moved here.