ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດ-ລັດຖະສະພາໃນການຊຸກຍູ້ການພົວພັນຫວຽດນາມ-ອັງກິດ

14:56 | 01/07/2022

ໂດຍຮັບຄໍາເຊີນຂອງປະທານສະພາສູງອັງກິດ John Mcfall ແລະປະທານສະພາຕ່ຳອັງກິດ Lindsay Hoyle, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມສະຫະພັນລາຊະອານາຈັກອັງກິດ ແລະໄອແລນເໜືອ ຢ່າງເປັນທາງການໃນລະຫວ່າງ ວັນທີ 28-30 ມິຖຸນາ.

​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ ​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ
ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ລະຫວ່າງ ຫວຽດນາມ ​ແລະ ອັງກິດ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະທ່ານປະທານສະພາຕ່ຳອັງກິດ Lindsay Hoyle. ພາບ: ສຳນັກຂ່າວສານຫວຽດນາມ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ແລະທ່ານປະທານສະພາຕ່ຳອັງກິດ Lindsay Hoyle. ພາບ: ສຳນັກຂ່າວສານຫວຽດນາມ.

ຕອນເຊົ້າວັນທີ 29 ມິຖຸນາ (ຕາມເວລາທ້ອງຖິ່ນ), ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ດຳເນີນຢ່າງເປັນທາງການຢູ່ຫໍສະພາແຫ່ງຊາດອັງກິດ ພາຍໃຕ້ການເປັນປະທານຂອງທ່ານປະທານສະພາຕ່ຳ Lindsay Hoyle. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

ສອງຝ່າຍໄດ້ແລກປ່ຽນຫຼາຍບັນຫາກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕ່ຳອັງກິດ, ການພົວພັນສອງຝ່າຍກໍ່ຄືການຮ່ວມມືໃນເວທີປາໄສຫຼາຍຝ່າຍ, ກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານໄດ້ສຸມໃສ່ປຶກສາຫາລືມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ກວ່າອີກ, ໃນນ້ັນມີບົດບາດຊຸກຍູ້ສຳຄັນຂອງສະພາແຫ່ງຊາດສອງປະເທດ. ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023), ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຫຼາຍການເຄື່ອນໄຫວທີ່ເປັນຫຼາຍຮູບແບບ, ມີຄວາມໝາຍກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນການນຳຂັ້ນສູງ.

ສອງຝ່າຍເຫັນດີເປັນເອກະພາບວ່າ ຕ້ອງເພີ່ມທະວີການຮ່ວມມືໃນການແກ້ໄຂບັນຫາທົ່ວໂລກ, ຄື: ການສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດ, ຕ້ານການຄ້າມະນຸດ, ຕ້ານການຟອກເງິນ, ຄວາມປອດໄພທາງອິນເຕີເນັດ... ເນື່ອງໃນໂອກາດນີ້, ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ອັງກິດ ໜູນຊ່ວຍຫວຽດນາມ ກ່ຽວກັບດ້ານການເງິນ, ເຕັກນິກ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ເພື່ອປະຕິບັດຄຳໝັ້ນສັນຍາທີ່ກອງປະຊຸມ ຄ້ັງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ທ່ານປະທານສະພາຕ່ຳອັງກິດ ຕີລາຄາສູງຕໍ່ຄວາມຕັດສິນໃຈຂອງຫວຽດນາມ ທີ່ສະແດງອອກຢູ່ກອງປະຊຸມ COP26 ແລະໃຫ້ຮູ້ວ່າ ຈະຂົນຂວາຍອັງກິດ ແລະເອີລົບໜູນຊ່ວຍຫວຽດນາມ.

ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືຂອງສອງປະເທດຢູ່ບັນດາກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM) ແລະຂອບເຂດຮ່ວມມື ອາຊຽນ-ອັງກິດ. ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນອັງກິດ ຍູ້ແຮງການຮ່ວມມືກັບອາຊຽນ.

ເມື່ອແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບໂດຍຖືວ່າ ສະພາບການໂລກ ແລະພາກພື້ນມີການປ່ຽນແປງຢ່າງວ່ອງໄວ, ຕ້ອງເຊີດຊູກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຢຸດຕິການໃຊ້ກຳລັງອາວຸດເຂົ້າໃນການພົວພັນສາກົນ, ໃຫ້ບຸລິມະສິດຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຫາກໍ່ພົ້ນເດັ່ນຂຶ້ນ, ຄື: ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກຳຂ້າມຊາດ...

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະການນຳຂັ້ນສູງ ແລະທຸກຂັ້ນ; ສະໜັບສະໜູນລັດຖະບານ, ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນສອງປະເທດເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການພົວພັນເຂົ້າອົກເຂົ້າໃຈກັນ ແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍເພີ່ມທະວີການພົບປະ, ທາບທາມຄຳເຫັນ, ປະສານສົມທົບ ແລະສະໜັບສະໜູນກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສລັດຖະສະພາອາຊີ-ເອີລົບ (ASEP).

la.qdnd.vn

ເຫດການ
302 Found

Found

The document has moved here.