​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ

12:26 | 14/04/2022

ຍສໝ - ບັນດາການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອັງ​ກິດ ໄດ້​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ຊາວ​ໜຸ່ມ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ. ໂດຍດໍາລົງຊີວິດ​ຢູ່​ໄກ​ບ້ານເກີດເມືອງນອນ, ຫ່າງ​ໄກ​ຈາກ​ຄອບ​ຄົວ, ແຕ່ບັນດານັກສຶກສາ​ບໍ່​ຮູ້ສຶກ​ໂສກ​ເສົ້າ​ຍ້ອນຍາມໃດກໍ​ມີ​ສະມາຄົມ​ເປັນເພື່ອນຮ່ວມເດີນທາງ, ນຳ​ມາ​ເຊິ່ງຄຸນຄ່າ​ທາງ​ຈິດໃຈອັນ​ໃຫຍ່​ຫຼວງ.

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ
ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ
​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ

​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ. ພາບ: SVUK

ໂດຍໄດ້ສ້າງຕັ້ງຂຶ້ນເມື່ອປີ 2005, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ອັງກິດ ປະຈຸບັນແມ່ນອົງການຕາງໜ້າໃຫ້ແກ່ນັກຮຽນ,ນັກສຶກສາ 12.000 ຄົນ ດ້ວຍ 50 ສາຂາສະມາຄົມນັກສຶກສາໃນສັງກັດ. ສະມາຄົມ​ແມ່ນ​ບ່ອນ​ໜູນ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ຢູ່​ຜືນ​ແຜ່ນດິນ​ໃໝ່. ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ບ້ານ​ໃຫ້​ນັກຮຽນ, ນັກ​ສຶກສາ​ທີ່​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ອັງກິດ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວລວມ, ​ຊຸກຍູ້​ນ້ຳ​ໃຈ​ສາມັກຄີ​ ເພື່ອຮ່ວມກັນມຸ່ງໄປສູ່ບ້ານ​ເກີດ​ເມືອງ​ນອນ.

​ເພື່ອ​ແນ​ໃສ່​ເຊື່ອມຕໍ່ບັນດາ​ນັກ​ສຶກສາ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວລວມ​ຢ່າງ​ເປັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນ, ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ອັງກິດ ​ໄດ້​ແບ່ງ​ອອກ​ເປັນບັນດາ​ຄະນະ​ຄື: ການ​ເງິນ​ການພົວພັນຕ່າງປະເທດ, ​ເຫດການ ​ແລະ ການ​ສື່ສານ. ແຕ່​ລະ​ຄະ​ນະ​ມີ​ວຽກ​ງານ​ຂອງ​ຕົນ​, ແຕ່​ເຂົາ​ເຈົ້າ​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ແຕ່​ລະ​ກິດ​ຈະ​ກໍາ​. ພິ​ເສດ, ປີ​ກາຍ​ນີ້, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່ ອັງ​ກິດ ໄດ້​ຮ່ວມ​ກັນ​ປະ​ກອບ​ສ່ວນບໍລິຈາກ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ເພື່ອຕ້ານ​ໂລກ​ລະ​ບາດ.

ນອກຈາກ​ການ​ຈັດ​ຕັ້ງ​ຫຼາຍ​ກິດຈະກຳ ​ແລະ ​ເຕົ້າ​ໂຮມ​ບັນດານັກ​ສຶກສາ​ເຂົ້າ​ຮ່ວມ​ແລ້ວ, ສະມາຄົມ​ຍັງ​ມຸ່ງ​ໄປ​ເຖິງ​ຫຼາຍ​ເຫດການ​ເພື່ອ​ປະກອບສ່ວນ​ແນະນຳ​ວັດທະນະທຳ ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດ​ຕ່າງປະ​ເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.