6 ເດືອນ, ຮ່າໂນ້ຍໄດ້ຕ້ອນຮັບແຂກທ່ອງທ່ຽວ 8.600.000 ເທື່ອຄົນ

06:29 | 01/07/2022

ຍສໝ-ວັນ​ທີ 28ມິຖຸນາ​, ພະແນກທ່ອງ​ທ່ຽວ​ຮ່າ​ໂນ້ຍ​ໄດ້​ປະກາດ​ໝາກຜົນຂອງ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ 6 ​ເດືອນ​ຕົ້ນ​ປີ 2022.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2022 ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ​ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2022
ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ
6 ເດືອນ, ຮ່າໂນ້ຍໄດ້ຕ້ອນຮັບແຂກທ່ອງທ່ຽວ 8.600.000 ເທື່ອຄົນ
ພາບປະກອບ ( ພາບ: nhandan.vn)

ນັບມາ​ຮອດ​ທ້າຍ​ເດືອນ ມິຖຸນາ 2022, ຈຳນວນ​ນັກ​ທ່ອງ​ທ່ຽວທັງໝົດ​ມາ​ຮ່າ​ໂນ້ຍ​ບັນລຸ 8.610.000 ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ; ໃນນັ້ນ, ແຂກທ່ອງທ່ຽວສາກົນບັນລຸ 211.300 ເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ ບັນລຸ 8.400.000 ເທື່ອຄົນ. ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນລຸ 25.200 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ກວ່າ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ໂດຍໄດ້ຮັບໝາກຜົນ​ຄືແນວນີ້​ແມ່ນ​ຍ້ອນ​ວ່ານະຄອນ​ຮ່າ​ໂນ້ຍ ​ໄດ້​ໜູນໃຊ້​ຫຼັກການໄມ້ງັດເປັນຢ່າງດີ​ເຂົ້າ​ໃນ​ການຈັດ​ຕັ້ງ​ SEA Games 31 (ເຊິ່ງດຳ​ເນີນ​ໃນ​ເດືອນພຶດສະພາ2022). ການຈັດ​ຕັ້ງ​ບັນດາ​ເຫດການ​ກະຕຸກຊຸກຍູ້​, ​ ໂຄສະນາ​ການທ່ອງທ່ຽວ​ຄື ​ລາຍການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ຕ້ອນຮັບ​ປີ 2022, ງານ​ບຸນຂອງຂວັນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022, ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ VITM - ຮ່າ​ໂນ້ຍ 2022, ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022, ງານ​ບຸນ​ອາຫານການກິນ ​ແລະ ທ່ອງ​ທ່ຽວໝູ່​ບ້ານອາຊີບ ​ຮ່າ​ໂນ້ຍ...

ໂດຍການເປີດຕົວຫຼາຍຜະລິດຕະພັນທ່ອງທ່ຽວເຊັ່ນ tour ທ່ອງທ່ຽວ ຄໍ່າຄືນທີ່ສັກກາລະຂອງສະຖານທີ່ທ່ອງທ່ຽວ ຄຸກ ຫວາລໍ່, ລາຍການຕະຫຼາດນັດເຂດພູສູງພາກເໜືອ ຂອງບ້ານວັດທະນະທໍາບັນດາເຜົ່າ ຫວຽດນາມ, ບັນດາກິດຈະກໍາ Ocean Festival ທີ່ ສວນສາທາລະນະ ສະຫວັນ ບ໊າວເຊີນ....

ບັນດາຜະລິດຕະພັນ ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຂອງ ຫໍພິພິທະພັນ ຊົນຊາດວິທະຍາ, tour ລົດເມ 2 ຊັ້ນ - Hanoi City Tour ຄົ້ນຫາຖະໜົນຫົນທາງ ຮ່າໂນ້ຍ, tour ຍ່າງໄປ “ສະຖາປັດຕະຍະກໍາ ຝລັ່ງ ໃນໃຈກາງ ຮ່າໂນ້ຍ”; ຂຸດຄົ້ນພົບ tour ກາງຄືນຄືນໃໝ່“ຖອດລະຫັດແຫ່ງກຳແພງພະລາຊະວັງທັງລອງ”; tour“ຮ່ອງຮອຍບ້ານບູຮານ ບ໋າດຈາງ”...ບັນດາຜະລິດຕະພັນໃໝ່, ບັນດາເຫດການ ກໍໄດ້ສ້າງຄວາມດຶງດູດໃຫ້ແກ່ແຂກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດ.

ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ນະຄອນຫຼວງ​ຈະ​ສືບ​ຕໍ່​ຊີ້​ນຳ​ບັນດາບໍລິສັດ​ທ່ອງ​ທ່ຽວ, ສະຖານ​ທີ່​ທ່ອງ​ທ່ຽວ ສ້າງບັນດາຜະລິດຕະພັນ​ທີ່​ມີຄວາມດຶງ​ດູດ, ພິເສດ, ສຸມ​ໃສ່ເຂົ້າໃນບັນດາຜະ​ລິດ​ຕະພັນ​ທີ່​ເປັນທ່າແຮງ​ຂອງ​ນະຄອນ​ຄືບັນດາຮູບການທ່ອງທ່ຽວ: ​ວັດທະນະທຳ, ສໍາຜັດຕົວຈິງ, ກິລາ, MICE.

ໂດຍສຸມ​ໃສ່​ພັດທະນາການ​ທ່ອງທ່ຽວ​ກະສິກຳ, ສຸມ​ໃສ່​ລົງທຶນ​ສ້າງການທົດລອງ​ບາງຮູບແບບພັດທະນາ​ການທ່ອງທ່ຽວ​ກະສິກຳ, ຊົນນະບົດ​ຢູ່​ໝູ່ບ້ານເກົ່າແກ່ເດືອງເລີມ, ໝູ່​ບ້ານອາຊີບ ​​ຮົ່ງ​ເວີນ, ຮູບ​ແບບ​ການ​ທ່ອງ​ທ່ຽວ​ແບບຟາມກະສິກຳ​ຢູ່​ເມືອງ ດ່າ​ນເຟື້ອງ, ທ່ອງ​ທ່ຽວ​ຟາມຫວ້ານອ່ານ ຢູ່ຕາແສງອ່ຽນໝີ, ໝູ່​ບ້ານ​ອາຊີບຕໍ່າຫູກ ​ເມືອງ ໝີ​ດຶກ, ຮູບ​ແບບ​ການ​ທ່ອງ​ທ່ຽວແບບຟາມອົງຄະທາດ​ ​ຮວາ​ວຽນ, ​ເມືອງ​ແທັກເທິດ...

ໂດຍການສຸມ​ໃສ່​ພັດທະນາ​ບັນດາ​ຜະລິດ​ຕະພັນ​ການ​ທ່ອງ​ທ່ຽວ​ທີ່​ເຊື່ອມຕໍ່​ຢູ່​ເຂດ​ທົ່ງພຽງ​ພາກ​ເໜືອ ເພື່ອ​ມຸ່ງ​ໄປ​ເຖິງ​ເຂດນະຄອນຫຼວງ​ຄື ບັນດາຜະລິດ​ຕະພັນ​ການທ່ອງທ່ຽວ​ທາງ​ນ້ຳ, ການທ່ອງທ່ຽວ​ກະສິກຳ, ການທ່ອງທ່ຽວ​ມໍລະດົກ​ວັດທະນະທຳ. ພ້ອມ​ກັນ​ນັ້ນ, ກໍສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ສ້າງ​ບັນດາ​ເສັ້ນທາງ​ທ່ອງ​ທ່ຽວ​ຄື ວັດ ເຮືອງ- ​ຕາມຈຸກ - ບ໋າ​ຍດິ໋ງ, ​ບຶງ ເງືອມ - ​ຈາງ​ອ່ານ - ອ່າວ​ຮ້າ​ລອງ, ຮ່າ​ໂນ້ຍ - ລາຍ​ເຈົ້າ - ຮ່າ​ຢາງ, ຮ່າ​ໂນ້ຍ - ເຊີນລາ…

ຫອມມາລາ

ເຫດການ
302 Found

Found

The document has moved here.