ເວທີປາໄສເສດຖະກິດໝູນວຽນ ຫວຽດນາມ 2022

07:20 | 29/06/2022

ນີ້ແມ່ນການຕີລາຄາຂອງບັນດາອົງການສາກົນທີ່ “ເວທີປາໄສເສດຖະກິດໝູນວຽນ ຫວຽດນາມ ປີ 2022: ການປ່ອຍອາຍຜິດເປັນ 0 - ຈາກຄຳໝັ້ນສັນຍາຕະຫຼອດຮອດການກະທຳ”.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ທ່ານ ລັດຖະມົນຕີກະຊວງ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: tienphong.vn)
ທ່ານ ລັດຖະມົນຕີກະຊວງ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: tienphong.vn)

ເປັນຄັ້ງທຳອິດ, ແຮງລົມ ແລະ ດວງຕາເວັນໄດ້ສ້າງພະລັງງານໄຟຟ້າກ່ວາ 10% ໃນທົ່ວໂລກໃນປີ 2021 ແລະ ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 50 ປະເທດໄດ້ບັນລຸເກີນລະດັບ 10%. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາບັນລຸລະດັບການປ່ອຍອາຍຜິດເປັນ 0 ໃນປີ 2050. ນີ້ແມ່ນການຕີລາຄາຂອງບັນດາອົງການສາກົນທີ່ “ເວທີປາໄສເສດຖະກິດໝູນວຽນ ຫວຽດນາມ ປີ 2022: ການປ່ອຍອາຍຜິດເປັນ 0 - ຈາກຄຳໝັ້ນສັນຍາຕະຫຼອດຮອດການກະທຳ” ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວ້ດລ້ອມ ໃຫ້ຮູ້ວ່າ:

“ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຫວຽດນາມ ໄດ້ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງນີ້ ແລະ ເລື່ອງຫັນເປັນລະບຽບການກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ໄດ້ສະແດງໃຫ້ເຫັນການກະກຽມຢ່າງທັນການ ແລະ ຮີບດ່ວນສຳລັບວຽກງານດັ່ງກ່າວ. ໃນໄລຍະຜ່ານມາ, ພວກເຮົາໄດ້ມີການເຄື່ອນໄຫວລະອຽດເພື່ອຜັນຂະຫຍາຍຢ່າງເລິກເຊິ່ງ ກ້ວາງຂວາງ ພ້ອມທັງກາຍເປັນແຜນນະໂຍບາຍມີລັກສະນະເຄືີ່ອນໄຫວດ້ວຍຄວາມຕັດສິນໃຈສູງ”.

ທີ່ເວທີປາໄສ, ບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ພ້ອມກັນແບ່ງປັນກ່ຽວກັບຮູບແບບເສດຖະກິດໝູນວຽນທີ່ບັນລຸຜົນສຳເລັດໃນໂລກ, ໃນພາກພື້ນ ແລະ ຈາກນັ້ນ, ກຳນົດບັນດາຮູບແບບທີ່ເໝາະສົມເພື່ອໝູນໃຊ້ຢູ່ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.