ຊຸກຍູ້​ກາລະ​ໂອກາດ​ການ​ຄ້າ ​ແລະ ການ​ລົງທຶນ ອົດ​ສະ​ຕາ​ລີ - ຫວຽດນາມ

13:03 | 27/06/2022

ຕາມ​ທ່ານ​ທັ້ງ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ອາດ​ເພີ່ມ​ວົງ​ເງິນ​ການ​ຄ້າ​ໃຫ້​ຫຼາຍ​ກວ່າ​ເກົ່າ, ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ຄ້າ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ມາແຕ່​ດົນ​ຄື: ສິນ​ໃນ​ນ້ຳ, ຜະລິດ​ຕະພັນ​ກະ​ເສດ, ​ແຮ່​ທາດ, ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບໜັງ, ວັດສະດຸ​ກໍ່ສ້າງ ​ແລະ ຜະລິດ​ຕະພັນ​ອື່ນໆ​ຂອງສອງ​ປະ​ເທດ ທີ່​ມີ​ທ່າ​ໄດ້​ປຽບ ປຽບ​ທຽບ​ໃນ​ຕະ​ຫຼາດ​ໂລກ​.

ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ​ເຢຍລະ​ມັນ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ​ເຢຍລະ​ມັນ
ຊຸກຍູ້​ກາລະ​ໂອກາດ​ການ​ຄ້າ ​ແລະ ການ​ລົງທຶນ ອົດ​ສະ​ຕາ​ລີ - ຫວຽດນາມ
ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ດັງ​ທັ້ງ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ (ພາບ: TTXVN)

ຫວ່າງແລ້ວນີ້, ຢູ່​ ນະຄອນ Sydney, ສະພາ​ວິ​ສາ​ຫະກິດ ອົດ​ສະ​ຕາ​ລີ - ຫວຽດນາມ (AVBC) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຊຸກຍູ້​ກາລະ​ໂອກາດ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ຜ່ານ​ການ​ຮ່ວມ​ມື​ປະຕິບັດ​ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ. ທ້າຍ​ປີ 2021. ກອງ​ປະຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ ເກືອບ 100 ​ແຫ່ງທີ່ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ Sydney ຮັບຜິດຊອບລັດ New South Wales, Queensland ​ແລະ ອົດ​ສະ​ຕາ​ລີ​ໃຕ້ ຫງວຽນ​ດັງ​ທັ້ງ ຢືນຢັນ​ວ່າ ການ​ພົວພັນ ຫວຽດນາມ - ອົດ​ສະ​ຕາ​ລີ ພວມ​ຢູ່​ໃນ​ໄລຍະ​ທີ່ຟົດຟື້ນ​ທີ່​ສຸດ. ​ໃນ 5 ​ເດືອນ​ຕົ້ນ​ປີ 2022, ວົງ​ເງິນ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ 9 ຕື້ AUD (6,22 ຕື້ USD), ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 32% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ປະຈຸ​ບັນ, ການ​ລົງທຶນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ແມ່ນ​ກວ່າ 3,5 ຕື້ AUD (2,45 ຕື້ USD).

ຕາມ​ທ່ານ​ທັ້ງ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ອາດ​ເພີ່ມ​ວົງ​ເງິນ​ການ​ຄ້າ​ໃຫ້​ຫຼາຍ​ກວ່າ​ເກົ່າ, ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ຄ້າ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ມາແຕ່​ດົນ​ຄື: ສິນ​ໃນ​ນ້ຳ, ຜະລິດ​ຕະພັນ​ກະ​ເສດ, ​ແຮ່​ທາດ, ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບໜັງ, ວັດສະດຸ​ກໍ່ສ້າງ ​ແລະ ຜະລິດ​ຕະພັນ​ອື່ນໆ​ຂອງສອງ​ປະ​ເທດ ທີ່​ມີ​ທ່າ​ໄດ້​ປຽບ ປຽບ​ທຽບ​ໃນ​ຕະ​ຫຼາດ​ໂລກ​.

​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຜູ້​ແທນ​ວິ​ສາ​ຫະກິດ 2 ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ນີ້​ແມ່ນ​ເວລາ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ນັບ​ແຕ່​ກະສິກຳ​ເຖິງ​ອຸດສາຫະກຳ, ກໍ່ສ້າງ, ການ​ເງິນ - ການ​ທະນາຄານ​ຕະຫຼອດເຖິງ​ສິ່ງ​ແວດ​ລ້ອມ ​ແລະ ສາທາລະນະ​ສຸກ. ການບໍລິການ, ໂດຍຜ່ານການຂຸດຄົ້ນບັນດາທ່າແຮງຂອງກັນ ແລະ ມຸ່ງຫນ້າໄປສູ່ຕະຫຼາດໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.