ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາທ້ອງຖິ່ນຂອງອົດສະຕາລີ

19:00 | 16/06/2022

ຍສໝ - ທ່ານ ດິງ​ເຕິ໋ນຢຸງ ​ໃຫ້​ຮູ້​ວ່າ ຮ່າ​ໂນ້ຍ ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ນະຄອນສີ​ຂຽວ, ອາ​ລະ​ຍະ​ທຳ, ອັດສະລິຍະ, ທັນ​ສະ​ໄໝ ​ແລະ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ພາກ​ພື້ນ; ຮັກສານາມມະຍົດນະຄອນເພື່ອສັນຕິພາບ... ໃນ​ວິວັດການນັ້ນ, ຮ່າ​ໂນ້ຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ດຶງ​ດູດ​ການ​ລົງ​ທຶນ​ຈາກ ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ການ​ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ສ້າງສະຖາບັນວັດທະນະທຳ ອີຕາລີ ຢູ່ ຮ່າໂນ້ຍ ກາຍເປັນສູນກາງການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ
ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ ການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງຢູ່ຖະໜົນເກົ່າ ຮ່າໂນ້ຍ ຖືກຈັດຂຶ້ນຢ່າງຟົດຟື້ນເນື່ອງໃນໂອກາດວັນບຸນ 30 ເມສາ, 01 ພຶດສະພາ

ວັນ​ທີ 13 ມິຖຸນາ​, ທ່ານ ດິງ​ຕ໊ຽນຢຸງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​​ພັກ​ນະຄອນ, ຫົວໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ນະຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ Robyn Mudie ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດ​ສິ້ນ​ສຸດ​ອາຍຸ​ການທາງການທູດຂອງຕົນ​ຢູ່​ຫວຽດນາມ.

ທີ່​ການຕ້ອນຮັບ, ທ່ານນາງ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ Robyn Mudie ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ ​ແລະ ອາລົມຈິດອັນ​ດີງາມ​ຕໍ່​ຫວຽດນາມ ​ໃນ​ອາຍຸການປະຕິບັດງານ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ດ້ານ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນໄລຍະຜ່ານມາ.

ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາທ້ອງຖິ່ນຂອງອົດສະຕາລີ
ຮ່າໂນ້ຍ ປາດຖະໜາຢາກຮ່ວມມືກັບບັນດາທ້ອງຖິ່ນຂອງອົດສະຕາລີ. ພາບ: thoidai.com.vn

ທ່ານນາງ​ເອກ​ອັກຄະ​ລັດຖະທູດ Robyn Mudie ​ໃຫ້​ຮູ້​ວ່າ: ບັນດາ​ວິ​ສາ​ຫະກິດ ອົດ​ສະ​ຕາ​ລີ ປາດ​ຖະໜາ​ຢາກ​ລົງທຶນ​ເຂົ້າ ຫວຽດນາມ ກໍ່​ຄື​ຮ່າ​ໂນ້ຍ ​ແລະ ຖື​ນີ້​ແມ່ນ​ຕະຫຼາດ​ທີ່​ມີ​ທ່າ​ແຮງບົ່ມຊ້ອນ. ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ທີ່​ປະກາດ​ໃນ​ທ້າຍ​ປີ 2021 ​ໄດ້​ວາງ​ເປົ້າ​ໝາຍ​ນຳ 2 ປະ​ເທດ​ເຂົ້າ​ໃນທອັບ 10 ຄູ່​ຮ່ວມ​ມືການ​ຄ້າ​ຂອງ​ກັນ ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ທົບ​ສອງ​ເທົ່າ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສອງ​ປະ​ເທດເຮັດໃຫ້​ການ​ພົວພັນ​ດ້ານ​ການ​ຄ້າ​ ແລະ​ ການ​ລົງທຶນ​ໃນ​ຫຼາຍ​ຂົງເຂດ​ທີ່ສຳຄັນເລິກເຊິ່ງກວ່າອີກ, ລວມມີ ກະສິກຳ, ການ​ສຶກສາ, ພະລັງງານ, ການ​ບໍລິການ ​ແລະ ​ເສດຖະກິດ​ດີ​ຈີ​ຕອນ.

ທ່ານ​ເລຂາ​ພັກນະຄອນ ຮ່າ​ໂນ້ຍ ປາດ​ຖະໜາ​ວ່າ ດ້ວຍ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຫວຽດນາມ, ​ເຖິງວ່າໃນ​ຖານະ​ຕຳ​ແໜ່​ງໃດກໍ່ຕາມ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ Robyn Mudie ຈະ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອົດ​ສະ​ຕາ​ລີ - ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ.

ທ່ານ ດິງ​ເຕິ໋ນຢຸງ ​ໃຫ້​ຮູ້​ວ່າ ຮ່າ​ໂນ້ຍ ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ນະຄອນສີ​ຂຽວ, ອາ​ລະ​ຍະ​ທຳ, ອັດສະລິຍະ, ທັນ​ສະ​ໄໝ ​ແລະ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ພາກ​ພື້ນ; ຮັກສານາມມະຍົດນະຄອນເພື່ອສັນຕິພາບ... ໃນ​ວິວັດການນັ້ນ, ຮ່າ​ໂນ້ຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ດຶງ​ດູດ​ການ​ລົງ​ທຶນ​ຈາກ ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ການ​ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ບູນມີ

ເຫດການ
302 Found

Found

The document has moved here.