ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ໂດຍ​ສັນ​ຕິ​ວິ​ທີ

16:30 | 14/06/2022

ໃນວັນທີ 8 ມິຖຸນາ ແລະ ວັນທີ 10 ມິຖຸນາ ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຮ່າງມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍການເພີ່ມທະວີການລົງໂທດ ສປປ.ເກົາຫຼີ ທີ່ຖືກຢັ້ງຢືນມາແຕ່ວັນທີ 26 ພຶດສະພາທີ່ຜ່ານມາ.

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ
ຫວຽດ​ນາມ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນຳ​ພາ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈຳ​ກັດ​ການ​ພັດ​ທະ​ນາອາ​ວຸດ​ນິວ​ເຄ​ຼຍ ຫວຽດ​ນາມ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນຳ​ພາ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຈຳ​ກັດ​ການ​ພັດ​ທະ​ນາອາ​ວຸດ​ນິວ​ເຄ​ຼຍ
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ ໂດຍ​ສັນ​ຕິ​ວິ​ທີ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vovworld.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍຕໍ່ທຸກຄວາມມານະພະຍາຍາມແນໃສ່ຫຼຸດຜ່ອນກຳລັງທະຫານ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ ກໍ່ຄືສ້າງແຫຼມເກົາຫຼີປອດນິວເຄຼຍ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີກົດບັດ ສປຊ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຕິດຕາມສະພາບການຢູ່ແຫຼມເກົາຫຼີຢ່າງໃກ້ຊິດ, ທ່ານກໍ່ສະແດງຄວາມວິຕົກກັງວົນຕໍ່ການຜັນແປ ຫວ່າງມໍ່ໆມານີ້ ທີ່ອາດຈະເພີ່ມຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ບໍ່ສະໜັບສະໜູນການກະທຳອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ກໍ່ຜົນກະທົບຢ່າງຫຍໍ້ທໍ້ຕໍ່ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.