ແຂວງກວາງນິງ ເພີ່ມທະວີການຮ່ວມມືກັບ ສາມແຂວງ ພາກເໜືອຂອງລາວ

07:35 | 03/06/2022

ວັນທີ 31 ພຶດສະພານີ້, ແຂວງກວາງນິງ ແລະ 3 ແຂວງຫົວພັນ, ຫຼວງພະບາງ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມແບບທາງໄກ ເພື່ອສະຫຼຸບການຮ່ວມມືໄລຍະ 2017-2021 ແລະ ທິດທາງການຮ່ວມມືໃນໄລຍະ 2022-2026

ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້ ນັກສຶກສາລາວ ລົງພຶດຕິກຳຕົວຈິງຢູ່ແຂວງລາວກາຍ: ຄວາມປະທັບໃຈຍາກທີ່ຈະລືມໄດ້
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ
ກອງປະຊຸມແບບທາງໄກ ລະຫວ່າງແຂວງກວາງນິງ ແລະ 3 ແຂວງຫົວພັນ, ຫຼວງພະບາງ, ແຂວງໄຊຍະບູລີ
ກອງປະຊຸມແບບທາງໄກ ລະຫວ່າງແຂວງກວາງນິງ ແລະ 3 ແຂວງຫົວພັນ, ຫຼວງພະບາງ, ແຂວງໄຊຍະບູລີ

ທີ່ກອງປະຊຸມ, ຜູ້ຕາງໜ້າ ສາມແຂວງພາກເໜືອຂອງລາວ, ທ່ານເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ວັນໄຊ ແພງຊຸມມາ ໄດ້ສະເໜີໃຫ້ແຂວງ ກວາງນິງ ແລະ 3 ທ້ອງຖິ່ນຂອງລາວ ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນໃນຂົງເຂດການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານກໍ່ສ້າງພັກ ແລະ ອຳນາດການປົກຄອງ, ສົ່ງເສີມບັນດາຂະແໜງການ ແລະ ວິສາຫະກິດຄົ້ນຄວ້າ ແລະ ເປີດກວ້າງການພົວພັນຮ່ວມມືໃນຂົງເຂດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ; ສົມທົບກັນຄົ້ນຄວ້າ, ຈັດຕັ້ງ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ງານວາງສະແດງ, ແນະນຳ ແລະ ເຊື່ອມຕໍ່ບັນດາວິສາຫະກິດຂອງ 2 ຝ່າຍ, ແນະນຳບັນດາຜະລິດຕະພັນທີ່ມີທ່າແຮງ ແລະ ມີຈຸດພິເສດສະເພາະ ຂອງແຕ່ລະຝ່າຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄ້ວາ ແລະ ພັດທະນາຜະລິດຕະພັນການທ່ອງທ່ຽວ, ເຊື່ອມຕໍ່ສາຍການບິນ...

ສ່ວນທ່ານເລຂາພັກແຂວງໆ ກວາງນິງ ຫງວຽນຊວນກີ້ ຢືນຢັນວ່າ: ກວາງນິງ ພ້ອມແລ້ວທີ່ຈະໜູນຊ່ວຍ 3 ແຂວງພາກເໜືອລາວ ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ; ຊຸກຍູ້ ແລະ ໃຫ້ບຸລິມະສິດໜູນຊ່ວຍວິສາຫະກິດຂອງລາວ ແລະ ຫວຽດນາມ ຄົ້ນຄວ້າຊອກຮູ້ໂອກາດການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢູ່ແຂວງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ; ເພີ່ມທະວີການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ, ທ່ອງທ່ຽວ, ງານຕະຫຼາດນັດ ວາງສະແດງ... ເພື່ອແນໃສ່ຊຸກຍູ້, ແນະນຳຜະລິດຕະພັນ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ແລະ ລາວ.

vovworld.vn

ເຫດການ
302 Found

Found

The document has moved here.