ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ

13:19 | 20/04/2022

ຕອນບ່າຍວັນທີ 19/4, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ  ທ່ານປະທານສະພາຕ່ຳ ອິນເດຍ Om Birla
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານສະພາຕ່ຳ ອິນເດຍ Om Birla

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ປະຈຸບັນ ອິນເດຍ ແມ່ນປະເທດມະຫາອຳນາດ, ມີພື້ນຖານເສດຖະກິດໃຫຍ່ອັນດັບ 6 ໃນໂລກ, ນຳໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຢີທີ່ກ້າວໜ້າ, ຫວຽດນາມ ແມ່ນປະເທດພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແລະ ເປີດປະຕູຢ່າງກ້ວາງເລິກ.ທ່ານປະທານປະເທດໃຫ້ຮູ້ວ່າ ນີ້ແມ່ນບັນດາປັດໄຈທີ່ສະດວກເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນຍຸກປະຈຸບັນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະຂັ້ນຕ່າງໆ; ປະສານສົມທົບກັນເປັນຢ່າງດີໃນການຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ພ້ອມກັບການຮ່ວມມືດ້ານປ້ອງກັນປະເທດ - ປ້ອງກັນຄວາມສະຫງົບຊຶ່ງແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ, ທ່ານປະທານປະເທດ ສະເໜີ 2 ຝ່າຍຊຸກຍູ້ການຮ່ວມມືໃນ ຂົງເຂດປ້ອງກັນຄວາມປອດໄພທາງອິນເຕີແນັດ, ສືບຂ່າວລັບ, ຕ້ານກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່, ແລກປ່ຽນກ່ຽວກັບການໜູນຊ່ວຍດ້ານຕຸລາການໃນຂົງເຂດພົນລະເຮືອນ.

ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍຍູ້ແຮງການສົ່ງເສີມການຄ້າ, ຍູ້ແຮງຂະບວນວິວັດການເປີດປະຕູໃຫ້ບັນດາຜະລິດຕະພັນກະເສດຂອງກັນແລະກັນ; ອິນເດຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອິນເດຍ ເຂົ້າມາລົງທຶນຢູ່ ຫວຽດນາມ. ນອກຈາກການຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີສູງ, ນະວັດຕະກຳ, ນ້ຳມັນອາຍແກັສ, ທ່ານປະທານປະເທດຖືວ່າ, 2 ຝ່າຍຄວນຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ; ຮ່ວມມືສ້າງວິທີການຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດ

ສ່ວນທ່ານປະທານສະພາຕ່ຳ ອິນເດຍ Om Birla ປາດຖະໜາວ່າ 2 ປະເທດເປີດກວ້າງການຮ່ວມມື ໃນບັນດາ ຂົງເຂດຄື: ການຄ້າ, ການລົງທຶນ, ການສຶກສາ, ບຳລຸງສ້າງ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພ້ອມກັນນັ້ນ, ທ່ານເຊື່ອໝັ້ນວ່າ, ສອງປະເທດຈະສະໜັບສະໜູນເຊິ່ງກັນແລະກັນເພື່ອຮັບມືກັບສິ່ງທ້າທາຍໃນທົ່ວໂລກໃນອະນາຄົດ ແລະ ພ້ອມກັນພັດທະນາ.

ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິລຈີງ ໄດ້ມີການພົບປະ ທ່ານປະທານສະພາຕ່ຳ ອິນເດຍ Om Birla ຢ່າງສະໜິດສະໜົມ

vovworld.vn

ເຫດການ
302 Found

Found

The document has moved here.