ເປັນຄັ້ງທຳອິດ, ງານວາງສະແດງການໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຈັດຂຶ້ນ​ແບບອອນ​ລາຍ

06:35 | 24/12/2021

ຍສໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ, ​ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ ອົງການ​ສາກົນເພື່ອການເຄືື່ອນຍ້າຍຖິ່ນຖານ (ອົງການ​ເພື່ອການເຄືື່ອນຍ້າຍຖິ່ນຖານ ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ - IOM) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ກ່ຽວ​ກັບ​ການ​ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ “ເສັ້ນທາງໄປສູ່ຄວາມສະຫງົບສຸກ”.

ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ເປັນຄັ້ງທຳອິດ ຫວຽດນາມ ສ້າງໂຄງການສື່ມວນຊົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ງານ​ວາງ​ສະ​ແດງ​ອອນ​ລາຍ​ກ່ຽວ​ກັບ​ການສະກັດກັ້ນ, ​ຕ້ານ​ການ​ຄ້າ​ມະ​ນຸດ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ.

ງານວາງສະແດງປະກອບມີ 3 ພາກ, ມີຮູບພາບເກືອບ 200 ແຜ່ນທີ່ສະແດງໃຫ້ເຫັນເຖິງເລື່ອງລາວຂອງຜູ້ເຄາະຮ້າຍຈາກການຄ້າມະນຸດທີ່ຕ້ອງຜ່ານຜ່າ ແລະ ຄວາມມຸ່ງມາດປາດຖະໜາຢາກກັບຄືນສູ່ຊຸມຊົນຄືນໃໝ່.

ເປັນຄັ້ງທຳອິດ, ງານວາງສະແດງການໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຈັດຂຶ້ນ​ແບບອອນ​ລາຍ
ງານວາງສະແດງການໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ ແລະຕ້ານການຄ້າມະນຸດ. ພາບ:phunuvietnam.vn

ຜ່ານ​ງານ​ວາງສະ​ແດງ, ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ປາດ​ຖະໜາ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຂ້ຽວຂາດຂອງ​ບັນດາ​ກະຊວງ, ອົງການ, ໝູ່ຄະນະ, ຄໍາໝັ້ນສັນຍາຢ່າງແຮງ​ຂອງ​ລັດຖະບານ ​ແລະ ບັນດາ​ອົງການຈັດຕັ້ງ​ສາກົນໃນການ​ສະໜັບສະໜູນ​ແຫຼ່ງກຳລັງ​ເພື່ອ​ຍູ້ແຮງ ​ແລະຫັນບັນຫາ ຮູບແບບການສື່ສານເປັນຫຼາຍຮູບຫຼາຍແບບ ກໍ່ຄື​ການ​ເຄື່ອນ​ໄຫວ​ແຊກເຂົ້າ, ຕໍ່ສູ້, ປ້ອງ​ກັນ ​ແລະໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ, ການຕໍ່ສູ້ຕ້ານ​ການ​ຄ້າ​ມະນຸດ​ຈະ​ໄດ້​ຮັບໝາກ​ຜົນຕາມທີ່ຄາດຫວັງ, ​ເພື່ອ​ໃຫ້​ທຸກ​ຄົນ​ລ້ວນແຕ່ໄດ້ດໍາລົງຊີວິດໃນ​ຄວາມ​ສະຫງົບ​ສຸກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.