ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Intel

12:21 | 30/05/2022

ຕອນບ່າຍວັນທີ 27 ພຶດສະພາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Patrick Gelsinger ຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Intel.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບນັກທຸລະກິດ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບນັກທຸລະກິດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການຮ່ວມມືຂອງທ່ານເລຂາທິການໃຫຍ່ອາຊຽນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Intel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ອວຍພອນບັນດາຜົນການເຄື່ອນໄຫວຂອງ Intel ຢູ່ໂລກ ແລະຫວຽດນາມ ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ສະເໜີ Intel ສືບຕໍ່ລົງທຶນເຂົ້າຫວຽດນາມ, ບໍ່ພຽງແຕ່ເປີດກວ້າງການຜະລິດເທົ່ານັ້ນ ຫາກຍັງລົງທຶນຕາມລວງເລິກ, ສອດຄ່ອງກັບແຜນນະໂຍບາຍຂອງລັດຖະບານຫວຽດນາມ ໃນການດຶງດູດການລົງທຶນດ້ານເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງເສດຖະກິດດີຈີຕອນ ດ້ວຍຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີສະເໜີ Intel ໜູນຊ່ວຍຫວຽດນາມ ໃນການກໍ່ສ້າງລະບົບນິເວດປ່ຽນແປງໃໝ່ປະດິດສ້າງ, ເລີ່ມທຸລະກິດ, ເພີ່ມສະມັດຕະພາບແຮງງານ; ກໍ່ສ້າງສູນຄົ້ນຄວ້າພື້ນຖານເພື່ອພັດທະນາແບບຍາວນານຢູ່ຫວຽດນາມ; ຊ່ວຍຫວຽດນາມ ຫັນລະບົບຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ... ຫວຽດນາມ ກຽມພ້ອມໜູນຊ່ວຍບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດ FDI ຄື Intel ເພື່ອລົງທຶນຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານ Patrick Gelsinger ໃຫ້ຮູ້ວ່າ ໃນວິວັດການລົງທຶນຢູ່ຫວຽດນາມ ກຸ່ມບໍລິສັດເຫັນວ່າ ຫວຽດນາມ ມີກໍາລັງແຮງງານທີ່ດຸໝັ່ນຂະຫຍັນພຽນ, ປ່ຽນແປງໃໝ່ປະດິດສ້າງ; ມີການໜູນຊ່ວຍ, ສ້າງເງື່ອນໄຂຢ່າງແຮງຈາກລັດຖະບານ. ສະນັ້ນ, Intel ຕົກລົງຈະສືບຕໍ່ລົງທຶນເຂົ້າຫວຽດນາມ ດ້ວຍຂະໜາດທົບຫຼາຍເທົ່າເມື່ອທຽບໃສ່ປະຈຸບັນ.

la.qdnd.vn

ເຫດການ
302 Found

Found

The document has moved here.