ອີຢູ ແລະຝະລັ່ງ ໜູນຊ່ວຍປັບປຸງໂຄງລ່າງຕົວເມືອງຢູ່ຫວຽດນາມ ໃຫ້ດີຂຶ້ນ

07:29 | 30/05/2022

ວັນທີ 27 ພຶດສະພາ, ລັດຖະບານຫວຽດນາມ ພ້ອມກັບອີຢູ ແລະອົງການພັດທະນາຝະລັ່ງ (AFD) ຈັດຕັ້ງພິທີຜັນຂະຫຍາຍການໜູນຊ່ວຍດ້ານເຕັກນິກຂອງໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງເພີ່ມຄວາມສາມາດທົນທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງທາງທິດເໜືອພາກກາງຂອງຫວຽດນາມ” (ໂດຍເອີ້ນຫຍໍ້ວ່າໂຄງການ 4 ແຂວງທາງທິດເໜືອພາກກາງ).

ຍາດແຍ່ງກາລະໂອກາດຍູ້ແຮງການສົ່ງອອກສິນໃນນ້ຳ ໄປຍັງຕະຫຼາດ ອີຢູ ຍາດແຍ່ງກາລະໂອກາດຍູ້ແຮງການສົ່ງອອກສິນໃນນ້ຳ ໄປຍັງຕະຫຼາດ ອີຢູ
ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ
ອີຢູ ແລະຝະລັ່ງ ໜູນຊ່ວຍປັບປຸງໂຄງລ່າງຕົວເມືອງຢູ່ຫວຽດນາມ ໃຫ້ດີຂຶ້ນ
ເລີ່ມດໍາເນີນໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງເພີ່ມຄວາມສາມາດທົນທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງທາງທິດເໜືອພາກກາງຂອງຫວຽດນາມ”. ພາບ: Dangcongsan.vn

ໂດຍໄດ້ຮັບການອຸປະຖຳບ້ວງເງິນຊ່ວຍເຫຼືອຫຼ້າທີ່ມີມຸນຄ່າ 5 ລ້ານເອີໂຣຂອງ ອີຢູ, ບ້ວງເງິນກູ້ຢືມ ODA ທີ່ມີມຸນຄ່າ 123 ລ້ານເອີໂຣຂອງ AFD ແລະ 28 ລ້ານເອີໂຣທຶນສົມທົບ, ໂຄງການຈະໜູນຊ່ວຍໃຫ້ 5 ຕົວເມືອງໃນເຂດທິດເໜືອພາກກາງ, ລວມມີ: ເທດສະບານ ຝ໊າດຢ້ຽມ (ແຂວງນິງບິ່ງ), ເທດສະບານ ງອັກລ້າກ (ແຂວງແທັງຮວ໊າ), ເທດສະບານ ຮວ່າງມາຍ (ແຂວງເງະອານ), ເທດສະບານເຮືອງເຄ ແລະແທກຮ່າ (ແຂວງຮ່າຕິ໊ງ).

ໂຄງການຈະອະນຸຍາດກໍ່ສ້າງພື້ນຖານໂຄງລ່າງຕົວເມືອງທີ່ຈໍາເປັນເພື່ອລະບາຍນໍ້າ ແລະປົກປັກຮັກສາຕົວເມືອງກັນນ້ຳຖ້ວມ, ປົວແປງອະນາໄມສິ່ງແວດລ້ອມ ແລະບໍລິການສະໜອງນໍ້າປະປາ ແລະກໍາຈັດຂີ້ເຫຍື້ອແຂງໃຫ້ດີຂຶ້ນ. ຄຽງຂ້າງກັນນັ້ນ, ການໜູນຊ່ວຍດ້ານເຕັກນິກຈະອະນຸຍາດໃຫ້ປັບປຸງລັກສະນະຍືນຍົງຂອງໂຄງການຜ່ານການເພີ່ມທະວີຄວາມສາມາດທີ່ຈໍາເປັນເພື່ອຂຸດຄົ້ນ ແລະບູລະນະບັນດາປ້ອມກໍາຈັດນ້ຳເສດ ແລະກິດຈະການອື່ນໆ...

la.qdnd.vn

ເຫດການ
302 Found

Found

The document has moved here.