ຍາດແຍ່ງກາລະໂອກາດຍູ້ແຮງການສົ່ງອອກສິນໃນນ້ຳ ໄປຍັງຕະຫຼາດ ອີຢູ

12:15 | 28/04/2022

ອີຢູ ຍາມໃດກໍ່ໄດ້ຮູ້ຈັກວ່າເປັນໜຶ່ງໃນບັນດາຕະຫຼາດສົ່ງອອກສິນໃນນ້ຳແຖວໜ້າຂອງຫວຽດນາມ.

ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ
ຫວຽດນາມ ຖືເປັນສໍາຄັນການພົວພັນດ້ານປ້ອງກັນຊາດກັບ ອີຢູ ຫວຽດນາມ ຖືເປັນສໍາຄັນການພົວພັນດ້ານປ້ອງກັນຊາດກັບ ອີຢູ
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມທາງໄກພົວພັນແລກປ່ຽນການຄ້າສິນໃນນ້ຳ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ປີ 2022 ໄດ້ດຳເນີນໃນລະຫວ່າງວັນທີ 25 - 26 ເມສາ. ອີຢູ ຍາມໃດກໍ່ໄດ້ຮູ້ຈັກວ່າເປັນໜຶ່ງໃນບັນດາຕະຫຼາດສົ່ງອອກສິນໃນນ້ຳແຖວໜ້າຂອງຫວຽດນາມ. ວັນທີ 1 ສິງຫາ 2020, ສັນຍາການຄ້າ ເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດຢ່າງເປັນທາງການ ໄດ້ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ການສົ່ງອອກສິນໃນນ້ຳຂອງຫວຽດນາມ ເຂົ້າຕະຫຼາດອີຢູ.

ພາຍຫຼັງບັ້ນສັກວັກຊິນກັນໂຄວິດ-19 ແລະບ້ວງເງິນກະຕຸກຊຸກຍູ້ ເສດຖະກິດນັບແຕ່ຕົ້ນປີ 2021, ຄວາມຕ້ອງການສິນໃນນ້ຳຢູ່ຕະຫຼາດ ອີຢູ ມີການຟື້ນຟູຢ່າງຈະແຈ້ງ. ເພາະສະນັ້ນ, ພ້ອມກັບທ່າໄດ້ປຽບດ້ານພາສີຈາກສັນຍາ EVFTA, ກາລະໂອກາດຊຸກຍູ້ການສົ່ງອອກຜະລິດຕະພັນສິນໃນນ້ຳຫວຽດນາມ ໄປຍັງຕະຫຼາດ ອີຢູ ກໍ່ພວມໄດ້ຮັບການເປີດກວ້າງ.

ຢູ່ກອງປະຊຸມ, ທ່ານ ເລຮວ່າງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ ໃຫ້ຮູ້ວ່າ ຜ່ານກອງປະຊຸມບັນດາວິສາຫະກິດຜະລິດ, ສະໜອງຜະລິດຕະພັນໃຫ້ແກ່ຂະແໜງສິນໃນນ້ຳຫວຽດນາມ ຈະມີເງື່ອນໄຂຊອກຮູ້ຢ່າງເລິກເຊິ່ງ ແລະມີຄວາມເຂົ້າໃຈກວ່າ ກ່ຽວກັບຕະຫຼາດ ອີຢູ, ຄວາມຕ້ອງການຮ່ວມມືດຳເນີນທຸລະກິດໃນຂົງເຂດທີ່ເປັນທ່າແຮງຂອງ ຫວຽດນາມ ກັບບັນດາປະເທດໃນພາກພື້ນ ອີຢູ ເພື່ອຊຸກຍູ້ການພັດທະນາຢ່າງແຮງກວ່າອີກຂອງຂະແໜງສິນໃນນ້ຳເວົ້າລວມ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.