ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ທີ່ WEF 2022

22:55 | 26/05/2022

ຍສໝ - ສືບຕໍ່ການເຄື່ອນໄຫວທີ່ກອງປະຊຸມປະຈຳປີຄັ້ງທີ 52 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos (ສະວິດເຊີແລນ), ວັນທີ 23-24 ພຶດສະພາ ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມດ້ວຍຫົວຂໍ້ “ອາຊຽນດິຈິຕອລສຳລັບທຸກຄົນ” ແລະ ການໂອ້ລົມສົນທະນາລະຫວ່າງບັນດາຜູ້ນຳດ້ວຍ​ຫົວ​ຂໍ້ “ການສ້າງ​ເສດຖະກິດ​ເຂັ້ມແຂງດ້ວຍຕົນເອງ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ”.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - WEF
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52 ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ທີ່ WEF 2022

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍທີ່ກອງປະຊຸມ (ພາບ:TTXVN)

ທີ່​ກອງປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເລ​ມິງ​ຄາຍ ​ໄດ້​ແບ່ງປັນ​ບັນດາທັດສະນະ ​ແລະ ການກໍານົດທິດສໍາລັບການ​ພັດທະນາ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ ບົນ​ພື້ນຖານວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ປ່ຽນໃໝ່ຫົວຄິດປະດິດສ້າງ ​ແລະ ການ​ຫັນ​ເປັນ​ດີຈີຕອນ. ຫວຽດນາມ ຍິນດີ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອໃຫ້​ບັນດາ​ອົງການຈັດຕັ້ງ , ວິ​ສາ​ຫະກິດ​ຕ່າງປະ​ເທດ ພ້ອມ​ກັບ​ລັດຖະບານ ​ແລະ ບັນດາວິ​ສາ​ຫະກິດ ຫວຽດນາມ ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ​ໂດຍ​ຜ່ານ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ດີ​ຈີ​ຕອນ, ການຖ່າຍທອດເຕັກໂນໂລຊີ, ຄົ້ນຄວ້າ - ພັດທະນາ, ຊຸກຍູ້​ການ​ປ່ຽນແປງໃໝ່ຫົວຄິດປະດິດ​ສ້າງ...

ໃນວັນ​ດຽວ​ກັນນັ້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລມິງຄາຍ ໄດ້​ມີ​ການ​ພົບ​ປະ​ແລກປ່ຽນຄໍາຄິດເຫັນ ກັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ Litva Gitanas Nauseda. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້ສະ​ເໜີ​ໃຫ້​ທັງສອງ​ຝ່າຍຕ້ອງ​ຊຸກ​ຍູ້​ບັນ​ດາ​ກົນ​ໄກຂອງການ​ຮ່ວມ​ມືສອງ​ຝ່າຍ, ສົມທົບ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສົ່ງ​ເສີມ​ການ​ຄ້າ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ.

ທີ່ການຕ້ອນຮັບ ທ່ານລັດຖະມົນຕີເສດຖະກິດສະວິດເຊີແລນ Guy Parmelin, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ກັບສະວິດເຊີແລນ; ສະເໜີ 2 ຝ່າຍ​ເພີ່ມ​ທະວີ​ບັນດາ​ວິທີການ​ຟື້ນ​ຟູ​ການ​ພົວພັນ​ດ້ານ​ເສດຖະກິດ, ໂດຍສະເພາະ​ແມ່ນ​ບັນດາ​ຂະແໜງການ​ທີ່​ສະ​ວິດເຊີແລນ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການເຊັ່ນ ການ​ເງິນ - ​ທະນາຄານ, ປະກັນ​ໄພ, ອຸດສາຫະກຳ​ປະດິດສ້າງ, ການ​ຢາ, ປຸງແຕ່ງກະ​ເສດຕະພັນ, ການທ່ອງທ່ຽວ...

ການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ Peru César Rogrigo Landa Landa, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືກັບເປຣູ ຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າອີກ. ສອງຝ່າຍ​ເຫັນ​ດີ​ເປັນ​ເອກະພາບຈະ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ໃນ​ທຸກ​ຂັ້ນ, ບັນດາກະຊວງ, ຂະແໜງການ ​ແລະ ວິ​ສາ​ຫະກິດຂອງສອງປະ​ເທດ; ສ້າງ​ກອບນິຕິກຳ​ສອງ​ຝ່າຍ​ໃຫ້​ສົມບູນ​ແບບ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ, ເປັນປົກກະຕິ ​ແລະ ຍືນ​ຍົງ.

ທີ່​ການ​ຕ້ອນຮັບ ​ທ່ານ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ ​ແລະ ພັດທະນາ ເສດຖະກິດ (OECD) Mathias Cormann, ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ OECD ສືບ​ຕໍ່​ໜູນ​ຊ່ວຍຫວຽດນາມ ໃນການຜັນຂະຫຍາຍໃຫ້ມີປະສິດທິຜົນສໍາລັບ​ລາຍການ​ຟື້ນ​ຟູການພັດນະທາ​ເສດຖະກິດ - ສັງຄົມ​, ໂດຍສະເພາະແມ່ນ​ໃນບັນດາຂະແໜງການທີ່ OECD ມີທ່າແຮງຄື ຈັດຕັ້ງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນໃໝ່ຮູບແບບຂອງການເຕີບໂຕຕາມທິດພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​, ປ່ຽນແປງໃໝ່ຫົວຄິດປະດດສ້າງ, ຄຸ້ມ​ຄອງ​ຕະຫຼາດ​ຫຼັກ​ຊັບ, ​ ຄຸ້ມຄອງ​ບໍລິຫານລັດ​ວິສາຫະກິດ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ການຕ້ອນຮັບ ທ່ານ Jan Jambon, ລັດຖະມົນຕີ - ນາຍົກເທດສະມົນຕີເຂດ Flanders, ລາຊະອານາຈັກ ແບນຊິກ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ສະເໜີສອງຝ່າຍສືບຕໍ່ຮ່ວມມື ເພື່ອໃຫ້ສັນຍາ EVIPA ໄດ້ຮັບການອະນຸມັດຈາກບັນດາອົງການຂອງ ແບນຊິກ ໂດຍໄວ; ປາດ​ຖະໜາ​​ວ່າ ແບນ​ຊິກ ​ແລະ EU ​ຈະເພີ່ມ​ທະວີ​ການ​ລົງທຶນ​ຢູ່​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ແບບທັນສະໄໝ, ຊົນລະປະທານ​​ທີ່ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສີຂຽວ, ຄຸນ​ນະພາ​ບສູງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ.

ຫອມມາລາ

ເຫດການ
302 Found

Found

The document has moved here.