ເພີ່ມທະວີການຮ່ວມມື ແລະພັດທະນາແຂວງຊາຍແດນ ຫວຽດນາມ-ກໍາປູເຈຍ

10:40 | 30/10/2021

ຕອນເຊົ້າວັນທີ 28 ຕຸລາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ພ້ອມກັບທ່ານ Sar Kheng ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ເປັນປະທານຮ່ວມກອງປະຊຸມຮ່ວມມື ແລະພັດທະນາແຂວງຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 11 ຜ່ານລະບົບທາງໄກ.

ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະສີລັງກາ ເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ ແລະສີລັງກາ
ພາບປະກອບ
ພາບປະກອບ

ທີ່ກອງປະຊຸມ, ສອງຝ່າຍຕີລາຄາສູງການຜັນຂະຫຍາຍການຮ່ວມມືລະອຽດລະຫວ່າງບັນດາອົງການສູນກາງ ແລະອໍານາດການປົກຄອງແຂວງຢູ່ເຂດຊາຍແດນສອງປະເທດໃນເກືອບ 3 ປີຜ່ານມາ ເຊິ່ງບັນລຸໄດ້ຜົນງານຢ່າງຕັ້ງໜ້າ. ແລກປ່ຽນກ່ຽວກັບທິດທາງການຮ່ວມມືລະຫວ່າງແຂວງຊາຍແດນຫວຽດນາມ-ກໍາປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຕໍ່ຄວາມມານະພະຍາຍາມຍົກສູງການສົມທົບກັນໃນການຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຄວບຄຸມພະຍາດ ກໍ່ຄືຊຸກຍູ້ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດເວົ້າລວມ ແລະແຂວງຕິດກັບຊາຍແດນເວົ້າສະເພາະ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ປະຕິບັດເອກະສານນິຕິກໍາທີ່ກ່ຽວຂ້ອງເຖິງວຽກງານຊາຍແດນທາງບົກຢ່າງມີປະສິດທິຜົນເພື່ອແນໃສ່ຮັບປະກັນເສັ້ນຊາຍແດນແຫ່ງມິດຕະພາບ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ. ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາບົດລາຍງານໃຈກາງ ແລະຖະແຫຼງການຮ່ວມ.

ຕອນບ່າຍວັນທີ 28 ຕຸລາ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ໄດ້ຮັບສັນຍາລັກຄ້ອນຕີຈາກ ບຣູໄນ ໃນພິທີມອບ-ຮັບຕຳແໜ່ງປະທານອາຊຽນ 2022 ຢ່າງເປັນທາງການ ຜ່ານລະບົບທາງໄກ.

la.qdnd.vn

ເຫດການ
302 Found

Found

The document has moved here.