ຖືມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວພັດທະນາຢູ່ສະເໝີ

20:11 | 25/05/2022

ຍສໝ - ໂດຍໄດ້ຈັດຂຶ້ນລະຫວ່າງວັນທີ 23-27 ພຶດສະພາ, ຢູ່ ບາງກອກ, ປະເທດໄທ, ດ້ວຍມີຫົວຂໍ້ “ໜຶ່ງໂຄງການ ດຳເນີນງານລວມ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ຢູ່ອາຊີ - ປະຊີຟິກ”, ກອງປະຊຸມມີການເຂົ້າຮ່ວມຂອງການນຳຂັ້ນສູງ ແລະ ຜູ້ຕາງໜ້າປະມານ 700 ທ່ານທີ່ມາຈາກ 51 ປະເທດ ແລະ ເຂດແຄວ້ນ ສະມາຊິກ ESCAP.

ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາແຂວງພາກເໜືອລາວ ເພີ່ມທະວີການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ບັນດາແຂວງພາກເໜືອລາວ
ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ ສະຫະປະຊາຊາດຕີລາຄາສູງຄວາມພະຍາຍາມໃນການຮັບປະກັນສິດທິມະນຸດຢ່າງເຂັ້ມແຂງ ແລະ ໂປ່ງໃສ ຂອງຫວຽດນາມ

ຢູ່ໃນກອງປະຊຸມປຶກສາຫາລື, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເນັ້ນໜັກ ຄວາມໝາຍພິເສດຂອງ ກອງປະຊຸມປີນີ້ເປັນຂີດໝາຍ 75 ປີແຫ່ງການສ້າງຕັ້ງ ESCAP, ຍົກສູງບັນດາການປະກອບສ່ວນອັນແທດຈິງຂອງ ESCAP ເຂົ້າໃນບັນດາໝາກຜົນອັນໃຫຍ່ຫຼວງ ເຂົ້າວິວັດການພັດທະນາ ເສດຖະກິດ - ສັງຄົມຂອງພາກພື້ນ, ພາໃຫ້ຫຼາຍຮ້ອຍລ້ານຄົນພົ້ນທຸກ, ພັດທະນາບັນດາພື້ນຖານເສດຖະກິດ ໃຫຍ່ ແລະ ມີຄວາມຂະຫຍັນຂັນເຄື່ອນແຖວໜ້າຂອງໂລກ.

ຖືມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວພັດທະນາຢູ່ສະເໝີ
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ. ພາບ: TTXVN

ຮອງນາຍົກລັດຖະມົນຕີສະແດງຄວາມເປັນຫ່ວງກ່ຽວກັບການກະທົບຢ່າງໜັກໜ່ວງ ແລະ ຫຼາຍດ້ານຂອງພະຍາດ COVID-19, ຂອງຄວາມທ້າທາຍຕ່າງໆ ຄື ການປ່ຽນແປງຂອງດີນຟ້າອາກາດ, ໄພທຳມະຊາດ…ຕະຫຼອດຮອດວິວັດການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນປັດຈຸບັນ, ໂດຍສະເພາະ ແມ່ນການປະຕິບັດໂຄງການກອງດຳເນີນງານ ປີ 2030 ເພື່ອຄວາມພັດທະນາແບບຍືນຍົງ.

ຮອງນາຍົກລັດຖະມົນຕີສະເໜີຂໍ້ບູລິມະສິດການຮ່ວມມືຫຼັກ ຈຳນວນໜຶ່ງ ຢູ່ພາກພື້ນໃນໄລຍະຈະມາເຖິງ.

ໜຶ່ງ, ຖືມະນຸດເປັນໃຈກາງຂອງທຸກການເຄື່ອນໄຫວຢູ່ສະເໝີ; ຕ້ອງກໍ່ສ້າງລະບົບຮັບປະກັນຊີວິດສັງຄົມຮັບປະກັນປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ໄດ້ເຂົ້າເຖິງບັນດາການບໍລິການຂັ້ນພື້ນຖານຢ່າງຄົບຖ້ວນ; ເພີ່ມທະວີກຳລັງຄວາມສາມາດ, ການຮັບມື ແລະ ຕ້ານທານຕໍ່ບັນດາສີ່ງທ້າທາຍໃໝ່.

ສອງ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ, ໂດຍສະເພາະແມ່ນດ້ານຄົມມະນາຄົມ ຂົນສົ່ງ, ພະລັງງານ, ເທັກໂລໂນຊີຂໍ້ມູນຂ່າວສານ ແລະ ການສື່ສານ; ຮັບປະກັນບັນດາຕ່ອງໂສ້ສະໜອງມີຄວາມສາມາດຕ້ານທານ; ຊຸກຍູ້ການຫັນເປັນດີຈີຕອລ, ຫຼຸດໄລຍະຫ່າງດີຈີຕອລລົງ.

ທີສາມ, ຊຸກຍູ້ການປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ເພີ່ມທະວີລະດົມແຫຼ່ງແຮງງານປະຕິບັດບັນດາຂໍ້ລິເລີ່ມ, ມານະພະຍາຍາມຫັນປ່ຽນຮູບແບບການເຕີບໂຕສູ່ການເຕີບໂຕກາກບອນຕໍ່າ, ພັດທະນາເສດຖະກິດ ແລະ ການໝູນວຽນ, ຮັບມືກັບການປ່ຽນແປງດີນຟ້າອາກາດ… ຮອງນາຍົກລັດຖະມົນຕີເນັ້ນໜັກການຮຽກຮ້ອງຊຸກຍູ້ບັນດາພົວພັນຄູ່ຮ່ວມມືໃນພາກພື້ນ ແລະ ກັບບັນດາພາກພື້ນອື່ນ.

ຮອງນາຍົກລັດຖະມົນຕີ ຍົກໃຫ້ເຫັນບັນດາຜົນສຳເລັດການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດ ໂຄງການກອງດຳເນີນງານ ເພື່ອການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ຂອງ ຫວຽດນາມ. ປີ 2021 ຫວຽດນາມໄດ້ຈັດຢູ່ອັນດັບທີ 51/165 ປະເທດໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຫຍັບຂຶ້ນ 30 ກວ່າອັນດັບເມື່ອທຽບກັບ 5 ປີກ່ອນ. ຫວຽດນາມຄວບຄຸມພະຍາດ COVID-19 ໄດ້ ແລະ ຫັນໄປສູ່ໄລຍະປັບຕົວດ້ວຍຢ່າງປອດໄພ, ມີໄຫວພິບ, ຄ່ອຍໆຟື້ນຟູເສດຖະກິດ, ສັງຄົມ.

ໃນໂອກາດ ນີ້, ທ່ານຮອງນາຍົກລັດຖະມົນຕີຂອບໃຈ ແລະ ສະແດງ ຄວາມປາຖະໜາສືບຕໍ່ໄດ້ຮັບການຮ່ວມມື ແລະ ການຊ່ວຍເຫຼືອຂອງປະຊາຄົມໂລກ, ໃນນັ້ນມີສະຫະປະຊາຊາດເວົ້າລວມ ແລະ ເວົ້າສະເພາະແມ່ນESCAP, ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ບັນດາຄຳສັນຍາຢູ່ກອງປະຊຸມ COP26 ດ້ານດີນຟ້າອາກາດ.

ຮອງນາຍົກລັດຖະມົນຕີຢືນຢັນຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ປະສິດທິຜົນເຂົ້າໃນຄວາມພະຍາຍາມຕ່າງໆຂອງ ESCAP ເວົ້າສະເພາະ ແລະ ເວົ້າລວມແມ່ນສະຫະປະຊາຊາດເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ, ກວມລວມ, ບໍ່່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ ຢູ່ພາກພື້ນ ແລະ ໃນທົ່ວໂລກ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.