ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Los Angeles

23:33 | 19/05/2022

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນດານະ​ຄອນ​ຂອງ​ຫວຽດ​ນາມ ກັບ Los Angeles...

ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ

ຕອນ​ບ່າຍ​ວັນ​ທີ 17 ພຶດສະພາ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່ San Francisco, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Nina Hachigian, ຮອງ​ເຈົ້າ​ຄອງ​ນະຄອນ Los Angeles.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Los Angeles
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານຮອງເຈົ້າຄອງນະຄອນ Los Angeles. ພາບ:​TTXVN

ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນດານະ​ຄອນ​ຂອງ​ຫວຽດ​ນາມ ກັບ Los Angeles, ເຊັ່ນ​ການ​ພົວ​ພັນ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ San Francisco ແລະ ນະ​ຄອນ ໂຮ່​ຈີ​ມິນ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການຮັບມື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຂົງ​ເຂດ​ອື່ນໆ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ ​ໄປ​ຍັງ​ຕະຫຼາດ ອາ​ເມ​ລິ​ກາ ກວ່າ​ອີກ, ​ໃນ​ນັ້ນ​ມີ​ນະຄອນ Los Angeles; ຢືນຢັນ​ວ່າ: ສິນຄ້າ​ຫວຽດນາມ​ສາມາດ​ບັນລຸ​ມາດຖານ​ທີ່​ເຂັ້ມ​ງວດ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ ຢ່າງ​ຄົບ​ຖ້ວນ.

ສ່ວນທ່ານນາງ Nina Hachigian ຖືວ່າ: ເຈົ້າຄອງນະຄອນ Los Angeles ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຢ່າງແຮງກັບ ຫວຽດນາມ ໃນປີນີ້, ພິເສດແມ່ນນະຄອນຄອງຄອຍໄດ້ຮັບການເປັນນະຄອນແຮກສ່ຽວກັບຮ່າໂນ້ຍ; ມີ​ຖ້ຽວ​ບິນໂດຍ​ກົງຈາກ​​ຫວຽດ​ນາມ​ ໄປເຖິງທີ່ນີ້ຕື່ມອີກ.

ບູນມີ

ເຫດການ
302 Found

Found

The document has moved here.