ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ

10:09 | 08/05/2022

ຍສໝ - ຫວຽດນາມ ແມ່ນໜຶ່ງໃນ 7 ປະເທດທີ່ມີຊື່ເປັນຄັ້ງທຳອິດຢູ່ໃນ ບັນຊີລາຍຊື່ 50 ປະເທດໃນໂລກ ທີ່ບັນລຸການເຕີບໂຕໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນຢູ່ລະດັບໄວທີ່ສຸດ.

ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ ຄົນງານຕ່າງປະເທດໄດ້ຮັບການຈ່າຍເງິນເດືອນ“ມະຫາສານ” ຢູ່ຫວຽດນາມ
ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ

ຂໍ້ມູນດັ່ງກ່າວມີຢູ່ໃນບົດລາຍງານສະບັບຫຼ້າສຸດ ທີ່ ອົງການ Ember ຫາກໍ່ປະກາດ. ນີ້ແມ່ນອົງການຄົ້ນຄ້ວາແບບເອກະລາດ, ບໍ່ຫວັງຜົນກຳໄລຢູ່ ອັງກິດ ດ້ວຍເປົ້າໝາຍຢາກຊຸກຍູ້ໂລກຫັນປ່ຽນຈາກພະລັງງານຖ່ານຫີນໄປເປັນພະລັງງານສະອາດ.

undefined
ພາບປະກອບ

ຕາມອົງການ Ember ແລ້ວ, ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນກ່ຽວກັບການພັດທະນາໄຟຟ້າແສງຕາເວັນ ແລະ ໄຟຟ້າແຮງລົມ. ຫວຽດນາມ ພ້ອມກັບ ໂຮນລັງ ແລະ ອົດສະຕາລີ ແມ່ນ 3 ປະເທດ ທີ່ມີການຫັນປ່ຽນກ່ວາ 8% ຍອດຄວາມຕ້ອງການໄຟຟ້າຈາກແຫຼ່ງຝອດຊິວ ໄປເປັນໄຟຟ້າແຮງລົມ ແລະ ແສງຕາເວັນພາຍໃນເວລາພຽງແຕ່ 2 ປີຜ່ານມາ.

ໃນປີ 2021, ປະລິມານໄຟຟ້າແສງຕາເວັນຢູ່ ຫວຽດນາມ ເພີ່ມຂຶ້ນ 337%, ປະມານ 17 TWH ເຊິ່ງນຳຫວຽດນາມ ກາຍເປັນປະເທດຜະລິດໄຟຟ້າແສງຕາເວັນໃຫຍ່ອັນດັບທີ 10 ໃນທົ່ວໂລກ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີ ທີ່ມີປະລິມານໄຟຟ້າຜະລິດຈາກແສງຕາເວັນ ລື່ນກາຍຄວາມຕ້ອງການໄຟຟ້າເພີ່ມຂຶ້ນໃນປີ 2021. ຮອດທ້າຍປີ 2021, ຍອດປະລິມານໄຟຟ້າ ທີ່ຫວຽດນາມ ຜະລິດຈາກແຮງລົມ ແລະ ແສງຕາເວັນໄດ້ເພີ່ມຂຶ້ນທົບ 4 ເທົ່າເມື່ອທຽບໃສ່ປີ 2019.

ສ່ວນເວັບໄຊ Nikkei Assia ໄດ້ເນັ້ນໜັກເຖິງການພັດທະນາທີ່ເປັນໜ້າປະທັບໃຈຂອງ ຫວຽດນາມ ກ່ຽວກັບໄຟຟ້າແຮງລົມ ດ້ວຍຫົວຂໍ້: ໄຟຟ້າແຮງລົມນອກຝັ່ງທະເລຂອງ ຫວຽດນາມ ມີສະມັດຕະພາບ ບັນລຸລະດັບສະຖິຕິ.

ໄຊພອນ

ເຫດການ
302 Found

Found

The document has moved here.