ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ

06:34 | 19/03/2022

ຍ​ສ​ໝ - ໃນ​ສອງວັນ​ແຕ່​ວັນ​ທີ 15 ຫາ 16 ມີ​ນາ ທີ່​ສຳ​ນັກ​ງານ​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສະ​ຫະ​ປະ​ຊາ​ຊາດ (ຢູ​ເນັດ​ສະ​ໂກ) ທີ່​ນະ​ຄອນຫຼວງ​ປາ​ຣີດ, ສະ​ພາບໍ​ລິ​ຫານຢູ​ເນັດ​ສະ​ໂກ ໄດ້​ປະ​ຊຸມ​ພິ​ເສດ​ເພື່ອ​ຫາ​ລື​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ສະ​ຖາ​ນະ​ການ​ທີ່​ຢູ​ເຄ​ຣນ​ໃນ​ຂົ​ງ​ເຂດ​ຕ່າງໆ​ທີ່ນອນ​ໃນ​ສິດ​ອຳ​ນາດ​ຂອງຢູ​ເນັດ​ສະ​ໂກ.

ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO
ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີບົດບາດສຳຄັນໃນອົງການ UNESCO ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີບົດບາດສຳຄັນໃນອົງການ UNESCO

ໃນ​ສອງວັນ​ແຕ່​ວັນ​ທີ 15 ຫາ 16 ມີ​ນາ ທີ່​ສຳ​ນັກ​ງານ​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສະ​ຫະ​ປະ​ຊາ​ຊາດ (ຢູ​ເນັດ​ສະ​ໂກ) ທີ່​ນະ​ຄອນຫຼວງ​ປາ​ຣີດ, ສະ​ພາບໍ​ລິ​ຫານຢູ​ເນັດ​ສະ​ໂກ ໄດ້​ປະ​ຊຸມ​ພິ​ເສດ​ເພື່ອ​ຫາ​ລື​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ສະ​ຖາ​ນະ​ການ​ທີ່​ຢູ​ເຄ​ຣນ​ໃນ​ຂົ​ງ​ເຂດ​ຕ່າງໆ​ທີ່ນອນ​ໃນ​ສິດ​ອຳ​ນາດ​ຂອງຢູ​ເນັດ​ສະ​ໂກ.

ມີ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ໂດຍ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເລ​ທິ​ຮົ່ງ​ເວິ່ນ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຖາ​ວອນ​ຫວຽດ​ນາມ​ປະ​ຈຳ​ຢູ​ເນັດ​ສະ​ໂກ ຊຶ່ງ​ໄດ້​ສະ​ແດງ​ຄວາມ​ກົງ​ວົນ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ປະ​ກັນ​ທາງ​ອາ​ວຸດ​ໃນ​ປັດ​ຈຸ​ບັນ​ຢູ່​ຢູ​ເຄ​ຣນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ​ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນທີ່​ຕ້ອງ​ຮັບ​ປະ​ກັນຄວາມ​ປອ​ດ​ໄພ, ຄວາມ​ສະ​ຫງົບ​ໃຫ້​ແກ່​​ພື້ນ​ຖານ​ພົນ​ລະ​ເຮືອ​ນ​ຕ່າງໆ ເຊັ່ນ: ໂຮງ​ຮຽນ, ອະ​ນຸ​ສອນ​ສະ​ຖານ, ວັດ​ທະ​ນະ​ທຳ​ສິ່ງກໍ່​ສ້າງ, ຂໍ້​ມູນ​ຂ່າວ​ສານ​ເຜີຍ​ແຜ່​ຕາມ​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ. ໂດຍ​ສະ​ເພາະ​ກໍ​ຕ້ອງ​ປົກ​ປ້ອງ​ມໍ​ຣະ​ດົກ​ຕ່າງໆ​ພາຍ​ໃຕ້​ທຸກ​ຮູບ​ແບບ ເພື່ອ​ຮັກ​ສາ​ໄວ້​ໃຫ້​ແກ່​ຄົນ​ລຸ້ນ​ຕໍ່​ໄປ.

ຫວຽດນາມສະເໜີໃຫ້ UNESCO ເສີມຂະຫຍາຍບົດບາດຄວາມສາມັກຄີ ແລະ ສ້າງສັນຕິພາບໂລກ
ພາບ​ປະ​ກອບ: vovworld.vn

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ທິ​ຮົ່ງ​ເວິ່ນ ຮຽກ​ລະ​ດົມ​ປະ​ຊາ​ຄົມ​ສາ​ກົນ​ສືບ​ຕໍ່​ສະ​ໜັ​ລ​ສະ​ໜູນ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຈ​ລະ​ຈາ​ລະ​ຫວ່າງບັນ​ດາ​ຝ່າຍ, ເພີ່ມ​ຄວາມ​ພະ​ຍາ​ຍາມ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ທົ່ວ​ໄປ. ແຕ່​ລະ​ຝ່າຍ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ສ້າງ​ເງື່ອນ​ໄຂ​ໃນ​ການ​ອົບ​ພະ​ຍົມ​ໃຫ້​ແກ່​ພົນ​ລະ​ເມືອງ​ຕ່າງ​ປະ​ເທດ​ທີ່​ອາ​ໄສ​ຢູ່​ຢູ​ເຄ​ຣນ, ລວມ​ທັງ​ພົນ​ລະ​ເມືອງ​ຫວຽດ​ນາມ​ຢູ່​ທີ່​ນີ້ ໂດຍບໍ່​ໃຫ້​ຈຳ​ແນກ​ເລືອກ​ປະ​ຕິ​ບັດ​ທາງ​ດ້ານ​ຕົ້ນ​ກຳ​ເນີດ, ເຊື້ອ​ຊາດ, ສັນ​ຊາດ ຫຼື ຊົນ​ເຜົ່າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ເໜີ​ໃຫ້​ຢູ​ເນັດ​ສະ​ໂກເສີມ​ຂະ​ຫຍາຍ​ບົດ​ບາດ​ຄວາມ​ສາ​ມັກ​ຄີ ແລະ ສົ່ງ​ເສີມ​ຄວາມ​ພະ​ຍາ​ຍາມ​ຕ່າງໆຢ່າງ​ມີ​ມະ​ນຸດ​ສະ​ທຳ, ຊຸກ​ຍູ້ “ຄວາມ​ສາ​ມັກ​ຄີ​ທາງ​ສະ​ຕິ​ປັນ​ຍາ ແລະ ສິນ​ລະ​ທຳ​ຂອງມວນ​ມະ​ນຸດ” ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ, ຍືນ​ຍົງ ແລະ ເພີ່​ງ​ພາ​ຕົນ​ເອງ.

ວິ​ລະ​ຊົນ

ເຫດການ